ປະທານສະພາແຫ່ງຊາດຫວຽດນາມຈະຢ້ຽມຢາມສັນຖະວະໄມຕີ ສປປ ລາວ ແຕ່ວັນທີ 26-27 ກັນຍານີ້

ໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍນາງ ປານີ ຢາທໍ່ ຕູ້ ປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍນາງ ຫງວຽນ ຖິ ກິມ ເງິນ ປະທານສະພາແຫ່ງຊາດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມພ້ອມຄະນະຈະເດີນທາງມາຢ້ຽມ ຢາມສັນຖະວະໄມຕີຢ່າງເປັນທາງການຢູ່ ສ ປປ ລາວ ໃນລະຫວ່າງວັນທີ 26-27 ກັນຍານີ້.
ທ່ານນາງ ຫງວຽນ ຖິ ກິມ ເງິນ ເກີດເມື່ອວັນທີ 12 ເມສາ 1954 ທີ່ຕາແສງເຈົາຮວ່າ, ເມືອງຢົ່ງໂຈມ, ແຂວງເບັນແຈ, ຊົນເຜົ່າກິງ. ລະດັບການສຶກສາຈົບປະລິນຍາຕີການເງິນ-ງົບປະມານແຫ່ງລັດ ແລະ ຈົບປະລິນຍາໂທເສດຖະສາດ.

ການເຄື່ອນໄຫວໂດຍຫຍໍ້ແຕ່ລະໄລຍະ: ແຕ່ປີ 1975-1990 ເປັນວິຊາການຢູ່ຫ້ອງການຄະນະກໍາມະການເສດຖະກິດເຂດ 8, ພະນັກງານຢູ່ຂະແໜງການເງິນ-ບຸກຄະລາກອນ-ລາຍຮັບແຫ່ງລັດ ແລະ
ເປັນຮອງຫົວໜ້າຂະແໜງດັ່ງກ່າວ, ຮອງຫົວຫນ້າຂະແໜງຈັດຕັ້ງ-ບໍລິຫານ-ສັງລວມ, ຮອງຫົວໜ້າພະແນກການເງິນແຂວງເບັນແຈ, ແຕ່ປີ 1990-1991 ເປັນຮັກສາການຫົວໜ້າພະແນກ ການເງິນແຂວງເບັນແຈ, ແຕ່ປີ 1991-1995 ເປັນກໍາມະການພັກແຂວງ, ຫົວໜ້າພະແນກການເງິນແຂວງເບັນແຈ, ແຕ່ປີ 1995-2002 ເປັນຮອງລັດຖະມົນຕີກະຊວງການເງິນ ແລະ ເປັນກໍາມະການສູນກາງພັກສະໄໝທີ IX, ແຕ່ປີ 2002-2006 ເປັນເລຂາພັກແຂວງຫ້າຍເຢືອງ , ເປັນກໍາມະການສູນກາງພັກສະໄໝທີ X ແລະ ເປັນຮອງລັດຖະມົນຕີກະຊວງການເງິນ, ແຕ່ປີ 2006-2007 ເປັນຮອງລັດຖະມົນຕີກະຊວງການຄ້າ, ປີ 2007-2011 ເປັນລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ແລະ ເປັນເລຂາທິການສູນກາງພັກສະໄໝທີ XI, ປີ 2011-2016 ເປັນຮອງປະທານສະພາແຫ່ງຊາດຊຸດທີ XIII ແລະ ເປັນກໍາມະການກົມການເມືອງສູນກາງພັກສະໄໝທີ XI ແລະ XII ແລະ ເປັນປະທານສະພາແຫ່ງຊາດຊຸດທີ XIII ແລະ ຊຸດທີ XIV.

ທີ່ມາ: laophatthananews

No comments

Theme images by compassandcamera. Powered by Blogger.