ມອບ-ຮັບ ໂຄງການກໍ່ສ້າງຄ້າຍ ຄ 468
ພິທີມອບ-ຮັບ ໂຄງການກໍ່ສ້າງຄ້າຍກອງຄໍ 468 ທີ່ຂຶ້ນກັບກອງກໍ 1 ໄດ້ຈັດໃນບໍ່ດົນມານີ້ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຝ່າຍກອງກໍ 1
ມີ ທ່ານ ພັນເອກ ວົງສອນ ອິນປານພິມ ຄະນະພັກກະຊວງປ້ອງກັນປະເທດເລຂາຄະນະພັກຫົວໜ້າການເມືອງກອງກໍ 1, ຝ່າຍບໍລິສັດບຸນໂຮມຫກໍ່ ສ້າງຕາງໜ້າໂດຍທ່ານ ແຫຼວຄຳ ວົງສາວັນທອງ, ຕາງໜ້າຜູ້ໃຫ້ທຶນາກບໍລິດສັດລັດວິສາຫະກິດໄຟ ຟ້າລາວ ໂດຍທ່ານ ວິຊຽນ ສິງຫາພັນ, ມີທ່ານ ຊົວເຊັງ ເຈົ້າເມືອງ, ເມືອງລ່ອງແຈ້ງ, ມີຄະນະພັກ-ຄະນະບັນຊາກອງກໍ 1 ແລະ ພະນັກງານ-ນັກຮົບພາຍໃນກອງຄໍ 468 ເຂົ້າຮ່ວມ.
ໃນພິທີ ທ່ານ ແຫຼວຄຳ ວົງສາ ວັນທອງ ໄດ້ຕາງໜ້າໃຫ້ບໍລິສັດ ບຸນໂຮມກໍ່ສ້າງຜູ້ຮັບເໝົກໍ່ສ້າງໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບການດຳເນີນການກໍ່ສ້າງນັບແຕ່ເດືອນເມສາ 2015 ເປັນຕົ້ນມາ ແລະມາຮອດປະຈຸບັນໄດ້ສຳເລັດຕາມ ແຜນການທີ່ວາງໄວ້ໃນນີ້ປະກອບມີອາຄານ 4 ຫຼັງລະອຽດຄື: ເຮືອນນອນໂສດ 2 ຫຼັງຂະໜາດ 8 x40 ແມັດ, ສະໂມສອນ 1 ຫຼັງ ຂະໜາດ 22 x 40 ແມັດ ແລະຫ້ອງການ 1 ຫຼັງ ຂະໜາດ 22 x 40 ແມັດ, ມີຫ້ອງນ້ຳປະກອບເຂົ້າໃນ ແຕ່ລະອາຄານການຕົກແຕ່ງເຄື່ອງ ໄຟຟ້າ, ລະບົບນ້ຳລິນ, ນ້ຳໃຊ້ເປັນລະບົບຄົບຊຸດ ຊຶ່ງລວມມູນຄ່າການ ກໍ່ສ້າງທັງໝົດ 540.635 ໂດລາສະຫະລັດ ໂດຍໄດ້ຮັບທຶນການກໍ່ສ້າງຈາກລັດວິສາຫະກິດໄຟຟ້າລາວ ແລະເຂື່ອນໄຟຟ້ານ້ຳໄຜ່.
ໂອກາດນີ້ ທ່ານ ພັນເອກ ວົງສອນ ອິນປານພິມ ຄະນະພັກກະຊວງປ້ອງກັນປະເທດເລຂາຄະນະພັກຫົວໜ້າການເມືອງກອງກໍ 1 ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາກອງກໍ 1 ກໍຄືຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງ ຄໍ 468 ຂຶ້ນກ່າວຮັບເອົາຄ້າຍໃໝ່ ພ້ອມທັງກ່າວສະແດງຄວາມຂອບອົກຂອບໃຈເປັນຢ່າງສູງນຳບໍລິ ສັດລັດວິສາຫະກິດໄຟຟ້າລາວ, ເຈົ້າຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳໄຜ່ ແລະທ່ານແຫຼວຄຳ ວົງສາວັນທອງ ບໍລິສັດ ບຸນໂຮມ ກໍ່ສ້າງເປັນຜູ້ຮັບເໝົາກໍ່ສ້າງທີ່ໄດ້ເອົາໃຈໃສ່ຕັ້ງໜ້າປັບປຸງກໍ່ສ້າງຄ້າຍໄດ້ຕາມສັນຍາ, ມີຄວາມ ແໜ້ນໜາຖາວອນໄດ້ຕາມຄາດໝາຍ ແລະຫວັງຢ່າງຍິ່ງວ່າໃນໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອອີກເທື່ອໃໝ່.

No comments