ວິກິດນ້ຳຖ້ວມໜັກຢູ່ຈີນ-ອິນເດຍ-ປາກິດສະຖານ
ຝົນຕົກລົງມາຢ່າງໜັກເຮັດໃຫ້ນ້ຳຖ້ວມ ແລະ ດິນເຈື່ອນທາງພາກໃຕ້ຂອງສປ ຈີນ ຫຼ້າສຸດມີຜູ້ເສຍຊີວິດແລ້ວ 50 ຄົນສູນຫາຍ 12 ຄົນ, ຂະນະທີ່ອິນເດຍ ແລະ ປາກິດສະຖານກໍຖືກນ້ຳຖ້ວມຢ່າງໜັກ.
ຕາມຂ່າວຕ່າງປະເທດລາຍງາຍວ່າ ຝົນທີ່ຕົກລົງມາຢ່າງໜັກ ເຮັດໃຫ້ເກີດນ້ຳຖ້ວມ ແລະ ດິນເຈື່ອນທາງພາກໃຕ້ຂອງຈີນ ໃນໄລຍະ 3 ມື້ທີ່ຜ່ານມາ ຫຼ້າສຸດມີຜູ້ເສຍຊີວິດແລ້ວ 50 ຄົນ ແລະ ສູນຫາຍ 12 ຄົນ ສ່ວນໃຫຍ່ເປັນປະຊາຊົນທີ່ຢູ່ໃນມົນທົນຫູເປີ່ຍ ແລະ ມົນທົນກຸ້ຍໂຈວ ຊຶ່ງທາງການໄດ້ເລັ່ງອົບພະຍົບປະຊາຊົນອອກຈາກພື້ນທີ່ປະສົບໄພເກືອບ 40 ພັນຄົນ ສ່ວນມົນທົນອັນຮຸຍມີປະຊາຊົນຕິດຢູ່ໃນພື້ນທີ່ນ້ຳຖ້ວມອີກເກືອບ 100 ຄົນ ທາງການຕ້ອງເລັ່ງຊ່ວຍເຫຼືອໂດຍດ່ວນ. ເຈົ້າໜ້າທີ່ອິນເດຍເປີດເຜີຍໃນວັນທີ 3 ກໍລະກົດທີ່ຜ່ານມາວ່າ ຝົນທີ່ຕົກລົງມາຢ່າງໜັກ ແລະ ດິນເຈື່ອນໃນຫຼາຍພື້ນທີ່ຂອງລັດອຸດຕະປະເທດຂອງອິນເດຍໃນທ້າຍອາທິດທີ່ຜ່ານມາ ຢ້ານວ່າຍອດຜູ້ເສຍຊີວິດອາດເພີ່ມຂຶ້ນເປັນຢ່າງໜ້ອຍ 40 ຄົນ.
ຂະນະທີ່ແຂວງໄຄເບີ-ປັກຕຸນຄວາ ທາງພາກເໜືອຂອງປາກິດສະຖານ ກໍປະສົບກັບໄພນ້ຳມຖ້ວມຄັ້ງໃຫຍ່ເຊັ່ນດຽວກັນ ໂດຍຍອດຜູ້ເສຍຊີວິດຫຼ້າສຸດຢູ່ທີ່ 43 ຄົນ, ໄດ້ຮັບບາດເຈັບປະມານ 40 ຄົນ ແລະ ສູນຫາຍເປັນຈຳນວນຫຼາຍ.
No comments