ຜູ້​ຜະລິດເຫຼັກ​ຈີນ​ ກຽມລວບ​ລວມ ກິດຈະການ



ຜູ້ຜະລິດເຫຼັກລາຍໃຫຍ່ຂອງສປ ຈີນສອງລາຍເປີດເຜີຍວ່າ ກຳລັງກຽມລວບລວມກິດຈະການໃນໄລຍະທີ່ທຸລະກິດເຫຼັກກຳລັງປະສົບບັນຫາປະລິມານເຫຼັກລົ້ນຕະຫຼາດໂລກ.




   ຕາມຂ່າວຕ່າງປະເທດລາຍງານວ່າ ເປົ່າສະຕີນກຣຸບ, ກຸ່ມເຫຼັກກ້າ ແລະ ເຫຼັກກ້າອູ່ຮັ່ນຊີ້ແຈງຕໍ່ຕະຫຼາດຫຼັກຊັບຊຽງໄຮວ່າ ທັງສອງແຫ່ງຈົດທະບຽນໃນວັນທີ 27 ມິຖຸນາທີ່ຜ່ານມາ ເລື່ອງກຽມລວບລວມກິດຈະການກັນ ແຕ່ຍັງບໍ່ໃຫ້ຄວາມເຫັນດີເລື່ອງແຜນປັບໂຄງສ້າງ, ເປົ່າສະຕີນເປັນຜູ້ຜະລິດເຫຼັກໃຫຍ່ອັນດັບ 2 ຂອງຈີນ ແລະ ອັນດັບ 5 ຂອງໂລກ ຂະນະທີ່ກຸ່ມເຫຼັກ ແລະ ເຫຼັກກ້າອູ່ຮັ່ນເປັນຜູ້ຜະລິດເຫຼັກໃຫຍ່ເປັນອັນດັບ 11 ຂອງໂລກ, ເປົ່າສະຕີນກຣຸບເປີດເຜີຍວ່າ ປີທີ່ຜ່ານມາຜະລິດເຫຼັກໄດ້ 36,1 ລ້ານໂຕນ ຖືວ່າຫຼາຍກວ່າບຣາຊິນ ແລະ ຫຼາຍກວ່າອັງກິດເຖິງ 3 ເທົ່າຕາມຂໍ້ມູນຂອງສະມາຄົມເຫຼັກໂລກ.

ຄວາມຕ້ອງການເຫຼັກຂອງຈີນຫຼຸດລົງ ຂະນະທີ່ອຸດສາຫະກຳເຫຼັກທົ່ວໂລກກຳລັງພົບກັບບັນຫາເຫຼັກລົ້ນຕະ ຫຼາດ ສົ່ງຜົນເຮັດໃຫ້ຜູ້ຜະລິດເຫຼັກຫຼາຍພາກພື້ນຂາດທຶນ ລັດຖະບານຈີນປະກາດຈະຫຼຸດກຳລັງການຜະລິດເຫຼັກ 100-150 ລ້ານໂຕນຈາກທັງໝົດ 1,2 ຕື້ໂຕນ ໃຫ້ໄດ້ພາຍໃນປີ 2020 ນັກວິເຄາະມອງວ່າ ແຜນການລວບລວມ ກິດຈະການຂອງບໍລິສັດເຫຼັກລາຍໃຫຍ່ສອງແຫ່ງນີ້ສອດຄ່ອງກັບນະໂຍບາຍຂອງລັດຖະບານທີ່ຕ້ອງການປັບປຸງປະສິດທິພາບ, ຫຼຸດກຳລັງຜະລິດສ່ວນເກີນ, ອາດເປັນຕົວຢ່າງໃຫ້ອີກຫຼາຍບໍລິສັດລວບລວມກິດຈະການຕາມມາ.

No comments

Theme images by compassandcamera. Powered by Blogger.