ພັດຕາຄານລືໄຊ ເນັ້ນນະໂຍບາຍດ້ານອາຫານດຶງດູດນັກທ່ອງທ່ຽວ ແລະ ລູກຄ້າຈັດງານຕ່າງໆ



 ລືໄຊ ຖືເປັນພັດທະຄານແຫ່ງໜຶ່ງຂອງແຂວງອຸດົມໄຊທີ່ມີຄວາມເຂົ້າໃຈລູກຄ້າໃນຫຼາຍໆເລື່ອງ ໂດຍສະເພາະເລື່ອງການນະໂຍບາຍດ້ານອາຫານ




ໃຫ້ຜູ້ທີ່ມາເຊົ່າພັດທະຄານຈັດງານລ້ຽງ, ງານດອງ, ງານສ້າງສັນຕ່າງໆແລ້ວມີເງື່ອນ ໄຂເອົາອາຫານມາບໍລິການແຂກເອງນີ້ ຄືຈຸດທີ່ພັດທະຄານແຫ່ງນີ້ເນັ້ນໃນການບໍລິຫານເພື່ອດຶງດູດລູກຄ້າທັງຖືເປັນນະໂຍບາຍທີ່ຄູ່ແຂ່ງບໍ່ສາມາດເຮັດໄດ້ໃນໄລຍະຜ່ານມາຈົນເຖິງປະຈຸບັນ.

ທ່ານ ອາຈຸງ ເຊັງເຊີນ ຜູ້ອໍາ ນວຍການພັດທະຄານລືໄຊໃຫ້ສໍາ ພາດຫວ່າງບໍ່ດົນມານີ້ຮູ້ວ່າ: ກ່ອນຈະຕັດສິນໃຈລົງທຶນສ້າງພັດທະ ຄານລືໄຊຂື້ນໃນປີ 2000 ຢູ່ແຂວງ ອຸດົມໄຊ ຍ້ອນເຫັນວ່າອຸດົມໄຊເປັນ ແຂວງສູນກາງເສດຖະກິດທາງພາກເໜືອຂອງລາວ ແລະ ມີເສັ້ນທາງເຊື່ອມຕໍ່ຫາຫຼາຍແຂວງພາຍໃນ ແລະ ຕ່າງປະເທດຜ່ານການເປີດບໍລິການຢ່າງເປັນທາງການ ໃນປີ 2003 ຮອດປະຈຸບັນຖືວ່ານັບມື້ມີການຂະຫຍາຍຕົວທີ່ດີຂຶ້ນ ຊຶ່ງໄດ້ອໍານວຍຄວາມສະດວກໃຫ້ອົງການຈັດຕັ້ງຕ່າງໆ, ເປັນຕົ້ນແມ່ນຕໍ່ພັກ-ລັດໃນການຈັດກອງປະຊຸມ, ໄດ້ອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວກາຍໄປກາຍມາ ໄດ້ແວ່ກິນເຂົ້າກິນນໍ້າ ຊຶ່ງໃນປີໜຶ່ງນັບວ່າຫຼາຍພໍສົມຄວນ, ບໍ່ພຽງ ເທົ່ານີ້ພັດທະຄານຍັງໄດ້ຮັບໃຊ້ບໍລິການຮັບຈັດງານດອງ ແລະ ງານສ້າງສັນຕ່າງໆ.

ສໍາລັບການບໍລິການຂອງພະ ນັກງານແມ່ນມີຄວາມວ່ອງໄວທັນໃຈ, ມີຮອຍຍິ້ມແຍ້ມແຈ່ມໃສຕໍ່ລູກຄ້າ, ພັດທະຄານຂອງພວກເຮົາຕາມທີ່ໄດ້ປະຕິບັດຜ່ານມາແມ່ນສາມາດຮອງຮັບແຂກ ຫຼື ລູກຄ້າ ໄດ້ປະມານພັນກວ່າຄົນ, ສ່ວນປະເພດອາຫານແມ່ນແລ້ວແຕ່ລູກຄ້າຈະສັ່ງວ່າຈະເອົາອາຫານປະເພດໃດແດ່ ສຳເລັດການຈັດງານລ້ຽງ, ງານດອງພັດທະຄານຈະມີນະໂຍບາຍໃຫ້ກຸ່ມຄົນທີ່ມີເງິນນ້ອຍສາມາດເອົາອາຫານມາບໍລິການລູກ ຄ້າເອງໄດ້.

ຢ່າງໃດກໍຕາມ ສໍາລັບບັນດາທ່ານໃດທີ່ຄິດຢາກປ່ຽນບັນຍາກາດໃນການຈະຈັດງານດອງ, ງານລ້ຽງ, ງານສ້າງສັນຕ່າງໆໃຫ້ລູກຫຼານ, ຍາດຕິພີ່ນ້ອງກໍສາມາດໄປໃຊ້ບໍລິການພັດທະຄານເພິ່ນໄດ້ ຊຶ່ງມີສະຖານທີ່ກວ້າງຂວາງທີ່ສໍາ ຄັນລາຄາເປັນກັນເອງເຊື່ອແນ່ວ່າທ່ານຈະປະທັບໃຈກັບການບໍລິການຢ່າງແນ່ນອນ.

No comments

Theme images by compassandcamera. Powered by Blogger.