ສ້າງຄວາມເຂົ້າໄຈທາງລົດໄຟ ລາວ-ຈີນ
ເມື່ອວັນທີ 23 ກັນຍາຜ່ານມານີ້ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ແຂວງເຊ ກອງ ໄດ້ເປີດກອງປະຊຸມເຜີຍແຜ່ເອກະສານນຳພາແນວຄິດໂຄງການກໍ່ສ້າງທາງລົດໄຟຄວາມໄວສູງລາວ-ຈີນໃຫ້ແກ່ພະນັກງານຂອງຕົນ ໂດຍການປະທານຂອງທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກ ຖວທ, ມີຄະນະພະແນກ, ຫົວ ໜ້າຫ້ອງການ, ຂະແໜງການ ແລະພະ ນັກງານວິຊາການເຂົ້າຮ່ວມ.
ໃນກອງປະຊຸມທ່ານຮອງຫົວໜ້າພະ ແນກ ຖວທ ແຂວງ ໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍສຳຄັນຫຼາຍຢ່າງທີ່ກ່ຽວຂ້ອງ ກັບໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊຶ່ງແມ່ນເປັນເສັ້ນທາງທີ່ມີລະດັບ ເຕັກນິກ ແລະມາດຕະຖານສາກົນ, ເປັນ ເສັ້ນທາງທຳອິດໃນອາຊີອາຄະເນ, ເປັນ ໂຄງການຮ່ວມມືຂອງສອງລັດຖະບານທີ່ມີຄວາມສຳຄັນເປັນພິເສດທາງດ້ານ ປະຫວັດສາດ ແລະຍຸດທະສາດຂອງປະ ເທດລາວ ຊຶ່ງຈະເປັນພື້ນຖານໂຄງລ່າງ ທາງດ້ານເສດຖະກິດທີ່ໜັກແໜ້ນ ແລະ ຍືນຍົງຂອງປະເທດເຮົາໃນການຂັບ ເຄື່ອນການພັດທະນາເສດຖະກິດ-ສັງ ຄົມຂອງປະເທດເຮົາຈາກປະເທດທີ່ບໍ່ມີ ຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມຈອດກັບພາກພື້ນ ແລະສາກົນ.
ໂຄງການກໍ່ສ້າງທາງລົດໄຟລາວ-ຈີນມີຄວາມຍາວທັງໝົດ 427,2 ກິ ໂລແມັດນັບແຕ່ຊາຍແດນລາວ-ຈີນເຖິງນະຄອນຫຼວງວຽງຈັນຮອດຈຸດຂົວລົດໄຟເຊື່ອມຕໍ່ລາວ-ໄທແຫ່ງໃໝ່ ຊຶ່ງຈັດຂຶ້ນໃນປະເພດເສັ້ນທາງລົດໄຟມາດຕະ ຖານອັນດັບ 1 ຄວາມກວ້າງຂອງລາງ ແມ່ນມາດຕະຖານສາກົນ, ເປັນປະເພດ ລາງດຽວ ຊຶ່ງສາມາດແລ່ນດ້ວຍຄວາມ ໄວ 160 ກິໂລແມັດຕໍ່ຊົ່ວໂມງ, ສຳລັບຂົນ ສົ່ງສິນຄ້າແມ່ນ 120 ກິໂລແມັດຕໍ່ຊົ່ວ ໄມງຂັບເຂື່ອນດ້ວຍໄຟຟ້າລວມມີສະຖານີກວ່າ 30 ແຫ່ງ.
ທ່ານ ບຸນທົງ ຖິ່ນດອນໂຂງ ໃຫ້ຮູ້ ອີກວ່າ: ວຽກງານກໍ່ສ້າງຕົ້ນຕໍມີຄື: ກໍ່ສ້າງຍົກລະດັບທາງຍາວ 175 ກິໂລ ແມັດຂອງລວງຍາວທັງໝົດ, ກໍ່ສ້າງຂົວ 170 ແຫ່ງຍາວ 69 ກິໂລແມັດ, ກໍ່ສ້າງ ອຸມົງ 72 ແຫ່ງຍາວ 183 ກິໂລແມັດ, ການກຳນົດຂອບເຂດການນຳໃຊ້ເນື້ອທີ່ດິນທັງໝົດຂອງໂຄງການມີ 2 ປະເພດຄື: ນຳໃຊ້ຖາວອນສຳລັບແລວທາງ ແລະສະຖານີລົດໄຟລວມມີ 3.058 ເຮັກຕາແລະນຳໃຊ້ຊົ່ວຄາວສຳລັບບໍ່ດິນ, ບໍ່ຫີນແລະສະຖານທີ່ຮັບໃຊ້ເວລາກໍ່ສ້າງລວມ ມີ 803 ເຮັກຕາຂອບເຂດແລວທາງ ເບື້ອງລະ 50 ແມັດ ໂດຍມີມູນຄ່າໃນ ການລົງທຶນກໍ່ສ້າງທັງໝົດ 5.956 ລ້ານ ໂດລາສະຫະລັດ.
ການເຜີຍແຜ່ໃນຄັ້ງນີ້ແມ່ນເພື່ອແນ ໃສ່ສຶກສາອົບຮົມໃຫ້ບັນດາສະຫາຍສະ ມາຊິກພັກ, ພະນັກງານຫຼັກແຫຼ່ງ ແລະວິຊາການໃນຂົງເຂດ ຖວທ ມີຄວາມຮັບຮູ້ເຂົ້າໃຈ ແລະໃຫ້ຄວາມຮ່ວມມືສະໜັບ ສະໜູນການກໍ່ສ້າງເສັ້ນທາງດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດແກ່ປະເທດຊາດ.

No comments