ຫຼວງນ້ຳທາ ເສຍຊີວິດຈາກເອດເກືອບ 30 ຄົນ
ຫຼວງນ້ຳທາແມ່ນແຂວງໜຶ່ງທີ່ນອນໃນແຂວງພາກເໜືອຂອງລາວທີ່ມີຊາຍແດນຕິດຈອດກັບບັນດາແຂວງ ພາຍໃນ ແລະຕ່າງປະເທດອັນເປັນເງື່ອນໄຂອີກຢ່າງໃຫ້ການໄປ-ມາຫາສູ່ຂອງພໍ່ແມ່ປະຊາຊົນໄດ້ສາມາດແລກປ່ຽນດ້ານ
ເສດຖະກິດ ແລະວັດທະນະທຳ-ສັງຄົມ ໄດ້ຢ່າງສະດວກສະບາຍ ແຕ່ໃນຂະນະ ດຽວກັນນັ້ນກໍເປັນຊ່ອງທາງໃຫ້ແກ່ການລະບາດຂອງບາງພະຍາດເປັນຕົ້ນແມ່ນ ເຊື້ອເຣສໄອວີ ທີ່ຂະນະນີ້ຢູ່ແຂວງດັ່ງ ກ່າວມີຜູ້ເສຍຊີວິດຍ້ອນແລ້ວເກືອບ 30 ຄົນຈາກຈຳນວນທີ່ມີຜູ້ຕິດເຊື້ອທັງໝົດ 1 ຮ້ອຍກວ່າຄົນ.
ວັນທີ 23 ກັນຍາຜ່ານມາ ທີ່ສະໂມ ສອນແຂວງຫຼວງນໍ້າທາ ໂດຍການສະໜັບສະໜູນຈາກໂຄງການສ້າງຄວາມ ເຂັ້ມແຂງເພື່ອປ້ອງກັນການຕິດເຊື້ອເຣສໄອວີ ຫຼື ພະຍາດເອດຄະນະກໍາມະການຕ້ານເອດຂັ້ນແຂວງ ຂອງແຂວງຫຼວງນ້ຳທາໄດ້ຈັດກອງປະ ຊຸມ ໂດຍການເຂົ້າຮ່ວມຂອງທ່ານ ສົມລິດ ແສນວັນປັນ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງ, ມີປະທານຄະ ນະກຳມະການຕ້ານເອດຂັ້ນເມືອງ 5 ເມືອງ, ຫົວໜ້າ-ຮອງຫົວໜ້າພະແນກ ການອ້ອມຂ້າງສອງກອງບັນຊາການຕະ ຫຼອດຮອດພະນັກງານພາຍໃນພະແນກ ສາທາລະນະສຸກແຂວງເຂົ້າຮ່ວມ.
ກອງປະຊຸມຜ່ານບົດສະຫຼຸບການຈັດ ຕັ້ງປະຕິບັດກິດຈະກຳວຽກງານຕ້ານເອດ ໃນໄລຍະຜ່ານມາໄດ້ເຂົ້າເຖິງຜູ້ຕິດເຊື້ອ ເອດໄດ້ຮັບການປິ່ນປົວໃນແຕ່ລະຂັ້ນຄື: ຂັ້ນບ້ານ, ເມືອງ ແລະຂັ້ນແຂວງ, ໂດຍການລົງໂຄສະນາກ່ຽວກັບວິທີການ ຈຳແນກບໍ່ໃຫ້ລັງກຽດຜູ້ຕິດເຊື້ອເຣສໄອ ວີ, ເພື່ອເພີ່ມການປົກຄຸມ ແລະຄຸນນະ ພາບໃນການປ້ອງກັນ, ໂດຍແນໃສ່ພຶດຕິ ກຳທາງເພດສຳພັນທີ່ປອດໄພ, ເສີມສ້າງຄວາມເຂັ້ມແຂງໃນການບົ່ງມະຕິ ການປິ່ນປົວ, ການດູແລ, ການຊ່ວຍເຫຼືອໃນວຽກງານຕ້ານເອດໃຫ້ມີຄຸນນະພາບ-ຮັບປະກັນທາງດ້ານການແພດ.
ນອກນັ້ນຍັງໄດ້ຝຶກອົມຮົມກ່ຽວກັບ ເຊື້ອເຣສໄອວີໃຫ້ອຳນາດການປົກຄອງບ້ານເພື່ອຫຼຸດຜ່ອນການຈຳແນກລັງກຽດຜູ້ຕິດເຊື້ອເຣສໄອວີ 2 ຄັ້ງຕໍ່ປີ, ການມີ ສ່ວນຮ່ວມຂອງແມ່ຍິງເຂົ້າໃນວຽກງານ ຕ້ານເອດໃຫ້ໄດ້ 80% ໃນ 11 ພະແນກການທີ່ເປັນເພື່ອນຮ່ວມງານ, ເຜີຍແຜ່ກົດ ໝາຍ, ແຜນຍຸດທະສາດ, ນະໂຍບາຍແຫ່ງຊາດຕ້ານເອດໃຫ້ສຳເລັດທຸກຄັ້ງເຊັ່ນ: 4 ເມືອງເປົ້າໝາຍໃນໂຄງການ ADB ຄື: ເມືອງຫຼວງນໍ້າທາ 10 ບ້ານ, ເມືອງສິງ 16 ບ້ານ, ເມືອງລອງ 19 ບ້ານ ແລະເມືອງວຽງພູຄາ 14 ບ້ານ ໄດ້ລົງເກັບກໍາຂໍ້ມູນສະພາບຕ່າງໆ ແລະ ການເຜີຍແຜ່ຄວາມຮູ້ກ່ຽວກັບການປ້ອງກັນການຕິດເຊື້ອເຣສໄອວີພາຍໃນແຂວງຫຼວງນໍ້າທາ ຊຶ່ງໃນທົ່ວແຂວງມີຜູ້ຕິດ ເຊື້ອເຣສໄອວີ 103 ຄົນ, ເສຍຊີວິດ 29 ຄົນ, ມາເຖິງປະຈຸບັດຍັງມີຊີວິດ 74 ຄົນ.

No comments