3 ທະນາຄານເປັນສະມາຊິກກອງທຶນປົກປ້ອງຜູ້ຝາກເງິນ

ກອງທຶນປົກປ້ອງຜູ້ຝາກເງິນທະນາຄານແຫ່ງ ສປປ ລາວ ຮັບທະນາ ຄານເຟີດຄອມເມີໂຊ ແບັງ ຈໍາກັດ ສາຂາ ນະຄອນຫຼວງວຽງຈັນ, ທະນາຄານມາ ເລຍັນ ເບີຫັດ ສາຂາໜອງດ້ວງ ແລະທະນາຄານ ແຄນນາເດຍລາວ ຈໍາກັດ
ເຂົ້າເປັນສະມາຊິກກອງທຶນປົກປ້ອງຜູ້ຝາກ ເງິນ ຊຶ່ງພິທີມອບ-ຮັບໃບຢັ້ງຢືນໄດ້ຈັດຂຶ້ນໃນວັນທີ 23 ກັນຍາ 2016 ທີ່ນະຄອນຫຼວງວຽງຈັນ ໂດຍເຂົ້າເປັນສັກຂີພິ ຍານຂອງທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ພ້ອມນີ້ ກໍມີປະທານສະ ພາບໍລິຫານ-ຄະນະອໍານວຍການ ແລະ ສະມາຊິກກອງທຶນປົກປ້ອງຜູ້ຝາກເງິນກໍຄືພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກ່ອນການມອບ-ຮັບໃບຢັ້ງຢືນການ ເຂົ້າເປັນສະມາຊິກກອງທຶນປົກປ້ອງຜູ້ຝາກເງິນ, ທ່ານນາງ ແສງດາວວີ ວົງ ຄໍາຊາວ ຜູ້ອໍານວຍການກອງທຶນປົກປ້ອງຜູ້ຝາກເງິນໄດ້ລາຍງານຜົນການ ເຄື່ອນໄຫວວຽກງານໃນ 6 ເດືອນຕົ້ນປີ ຊຶ່ງຄະນະໜ່ວຍພັກ ແລະຄະນະອໍານວຍ ການກອງທຶນປົກປ້ອງຜູ້ຝາກເງິນໄດ້ ຖືເອົາວຽກງານການເມືອງ-ແນວຄິດເປັນວຽກງານທີ່ສໍາຄັນຕົ້ນຕໍໄປພ້ອມໆກັບການຍົກລະດັບຄວາມຮູ້-ຄວາມສາ ມາດຂອງພະນັກງານຕໍ່ວຽກງານປະກັນ ໄພເງິນຝາກໃຫ້ສົມຄູ່ກັບຄວາມຕ້ອງ ການໃນການພັດທະນາວຽກງານຕົວຈິງສືບຕໍ່ປັບປຸງດ້ານນິຕິກໍາໃຫ້ເປັນບ່ອນອີງພື້ນຖານ ແລະສໍາຄັນໃຫ້ແກ່ການເຄື່ອນ ໄຫວປະຕິບັດພາລະບົດບາດ ແລະໜ້າທີ່ຂອງຕົນ ແລະຍັງໄດ້ນໍາສະເໜີທິດທາງແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2016 ຕື່ມອີກ.

ຈາກນັ້ນ ທ່ານຜູ້ອໍານວຍການກອງທຶນປົກປ້ອງຜູ້ຝາກເງິນກໍໄດ້ມອບໃບຢັ້ງ ຢືນການເຂົ້າເປັນສະມາຊິກກອງທຶນປົກປ້ອງຜູ້ຝາກເງິນໃຫ້ແກ່ 3 ທະນາຄານ ໂດຍທ່ານ ເວດ້າ-ຮ່ວງ ຜູ້ຈັດການໃຫຍ່ທະນາຄານເຟີດຄອມເມີໂຊ ແບັງ ຈໍາກັດສາຂານະຄອນຫຼວງວຽງຈັນ, ທ່ານນາງ ແພງຈິດ ພົນໂພສີ ຜູ້ຈັດການສາຂາທະ ນາຄານມາເລຍັນ ເບີຫັດ ສາຂາໜອງ ດ້ວງ ແລະທ່ານ ອ່າງບົດ ຜູ້ບໍລິຫານສູງສຸດທະນາຄານ ແຄນນາເດຍລາວ ຈໍາກັດເປັນຜູ້ຮັບ ຊຶ່ງການມອບໃບຢັ້ງຢືນ ຄັ້ງນີ້ໄດ້ເຮັດໃຫ້ໃນຂະນະນີ້ ສປປ ລາວ ມີແລ້ວ 39 ທະນາຄານໄດ້ເຂົ້າເປັນສະ ມາຊິກກອງທຶນປົກປ້ອງຜູ້ຝາກເງິນ.

ທ່ານຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ເນັ້ນວ່າ: ກອງທຶນປົກປ້ອງຜູ້ຝາກເງິນມີພາລະບົດບາດສຳຄັນໃນ ການປົກປ້ອງສິດຜົນປະໂຫຍດຂອງຜູ້ ຝາກເງິນ ຊຶ່ງມີໜ້າທີ່ຕົ້ນຕໍໃນການທ້ອນ ໂຮມ ແລະຄຸ້ມຄອງເບ້ຍປະກັນເງິນຝາກໃຫ້ມີຄວາມປອດໄພ ແລະເພີ່ມຂຶ້ນ, ພ້ອມ ທັງປະຕິບັດໜ້າທີ່ໃນການຈ່າຍເງິນຄືນ ໃຫ້ແກ່ຜູ້ຝາກເງິນທີ່ຝາກໄວ້ນຳບັນດາທະນາຄານທຸລະກິດທີ່ເປັນສະມາຊິກໃນເວລາທີ່ສະມາຊິກລົ້ມລະລາຍ, ພ້ອມທັງສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມກໍຄື ປະຊາຊົນທີ່ມີເງິນຝາກນຳບັນດາທະນາຄານທຸລະກິດ ແລະປະກອບສ່ວນຮັກສາ ສະຖຽນລະພາບຂອງລະບົບສະຖາບັນການເງິນໃຫ້ມີຄວາມໝັ້ນຄົງ, ຍືນຍົງ ແລະເຂັ້ມແຂງຕໍ່ໆໄປ.

No comments

Theme images by compassandcamera. Powered by Blogger.