ຜົນກອງປະຊຸມລັດຖະບານສະໄໝວິສາມັນ ປະຈຳເດືອນກັນຍາ 2016
ກອງປະຊຸມລັດຖະບານສະໄໝວິສາມັນ ປະຈໍາເດືອນກັນຍາ 2016 ໄດ້ໄຂຂຶ້ນໃນວັນທີ 26 ພາຍໃຕ້ການເປັນປະທານຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນສຸມໃສ່ພິຈາລະນາ ແລະຜ່ານບັນດາເນື້ອໃນສໍາຄັນຮີບດ່ວນຈໍານວນໜຶ່ງເປັນຕົ້ນແມ່ນຕໍ່ຮ່າງກົດ ໝາຍວ່າດ້ວຍເຂດເສດຖະກິດພິເສດຜ່ານການພິຈາລະນາປະກອບຄໍາເຫັນຢ່າງກົງໄປກົງມາຂອງບັນດາທ່ານສະມາຊິກລັດຖະ ບານ, ກອງປະຊຸມມອບໃຫ້ຄະນະຮັບຜິດຊອບຮ່າງກົດໝາຍນໍາເອົາຄໍາຄິດຄໍາເຫັນຂອງບັນດາສະມາຊິກລັດຖະບານໄປຄົ້ນຄວ້າ ແລະ ປັບປຸງຕື່ມ ໂດຍສະເພາະຊື່: ຄະນະບໍລິຫານເຂດ (ອາດໃສ່ຫ້ອງການບໍລິຫານເຂດຈະເໝາະສົມກວ່າ), ນະໂຍບາຍ ເພື່ອດຶງດູດການລົງທຶນຢູ່ໃນເຂດໃຫ້ສອດຄ່ອງກັບຈຸດສຸມການພັດທະນາ ທີ່ກໍານົດໃນຍຸດທະສາດແລະແຜນພັດທະນາເສດຖະກິດແຫ່ງ ຊາດພາຍຫຼັງປັບປຸງແລ້ວ, ລັດຖະບານຈະນໍາສະເໜີສະພາແຫ່ງຊາດ ເພື່ອພິ ຈາລະນາຮັບຮອງໃນທ້າຍເດືອນ ຕຸລາ 2016 ນີ້.
ກອງປະຊຸມເຫັນດີຮັບຮອງເອົາບົດ ລາຍງານກ່ຽວກັບການຈັດຕັ້ງປະຕິບັດການປັບສະຖານະພາບແຮງງານລາວ ທີ່ເຮັດວຽກຢູ່ປະເທດໄທໄລຍະຜ່ານມາ ຕໍ່ບັນຫາດັ່ງກ່າວ, ກອງປະຊຸມຕີລາຄາວ່າ: ຜູ້ອອກແຮງງານລາວເຮັດວຽກຜະ ລິດກະສິກໍາເປັນສ່ວນໃຫຍ່ເຖິງວ່າຈະມີຄວາມດຸໝັ່ນຂະຫຍັນພຽນໃນການອອກ ແຮງງານ, ແຕ່ການຜະລິດດັ່ງກ່າວແມ່ນ ການຜະລິດພໍກຸ້ມກິນ, ກະແຈກກະຈາຍ, ຜະລິດແບບທໍາມະຊາດບໍ່ເປັນສິນຄ້າ, ເຮັດໃຫ້ມີການຫວ່າງງານລະດູການຍ້ອນມີການຫວ່າງງານລະດູການ ຈຶ່ງ ເຮັດໃຫ້ລາຍໄດ້ຂອງຜູ້ອອກແຮງງານ ບໍ່ສົມດຸນກັບລາຍຈ່າຍ ແລະບໍ່ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ.
ໂຄງປະກອບຂອງແຮງງານລາວ ຍັງມີການຫັນປ່ຽນຊັກຊ້າ, ແຮງງານໃນ ຂົງເຂດກະສິກໍາກວມເອົາ 65,3%; ຂົງເຂດອຸດສາຫະກໍາກວມເອົາ 11,4% ແລະຂົງເຂດບໍລິການກວມເອົາ 23,3% ສັດສ່ວນແຮງງານທີ່ມີຄວາມຮູ້, ມີວິຊາຊີບແມ່ນມີໜ້ອຍ, ແຮງງານບໍ່ມີວິຊາຊີບ ມີຫຼາຍຈຶ່ງເຮັດໃຫ້ການຫັນເອົາແຮງ ງານເຂົ້າໃນຂົງເຂດກະສິກໍາມາສູ່ຂົງ ເຂດອຸດສາຫະກໍາ ແລະບໍລິການຊັກຊ້າ ແລະມີການຫວ່າງງານໃນຕົວເມືອງເພີ່ມ ຂຶ້ນຍ້ອນເກີດມາຈາກມີແຮງງານເຫຼືອ ແຕ່ບໍ່ພໍພາໃຫ້ເກີດມີແຮງງານເຄື່ອນຍ້າຍ ຈາກຊົນນະບົດເຂົ້າສູ່ຕົວເມືອງ, ແຮງ ງານເຄື່ອນຍ້າຍຂ້າມແດນໄປເຮັດວຽກຢູ່ປະເທດໄກ້ຄຽງ ແລະແຮງງານຕ່າງປະເທດເຄື່ອນຍ້າຍເຂົ້າມາເຮັດວຽກຢູ່ ສປປ ລາວ.
ຕໍ່ບັນຫາດັ່ງກ່າວ, ກອງປະຊຸມໄດ້ຊີ້ ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຂອງສະມາຊິກລັດຖະບານເປັນຕົ້ນໃນສະເພາະໜ້ານີ້ໃຫ້ສືບຕໍ່ປະສານສົມ ທົບກັບທາງການໄທ ເພື່ອເປັນເອກະພາບ ໃນການແກ້ໄຂບັນຫາການເຄື່ອນຍ້າຍ ແຮງງານທີ່ຖືກຕ້ອງ ແລະບໍ່ຖືກຕ້ອງຮ່ວມກັນ ພ້ອມທັງເອົາໃຈໃສ່ປັບປຸງບັນ ດາບໍລິສັດຈັດຫາງານຂອງລາວ ເພື່ອສ້າງເງື່ອນໄຂ ແລະອໍານວຍຄວາມສະ ດວກໃຫ້ແກ່ແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດອັນສໍາຄັນແມ່ນຕ້ອງ ເອົາໃຈໃສ່ໂຄສະນາ, ສຶກສາອົບຮົມບັນ ດາຊາວໜຸ່ມ ກໍ່ຄື ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການເດີນທາງໄປເຮັດຢູ່ ຕ່າງປະເທດໃຫ້ຖືກຕ້ອງຕາມຂັ້ນຕອນ ແລະລະບຽບການຕ່າງໆ.
ສໍາລັບດໍາລັດວ່າດ້ວຍທຸລະກິດນໍ້າ ມັນເຊື້ອໄຟກອງປະຊຸມເຫັນວ່າຍັງມີ ຫຼາຍບັນຫາຕ້ອງໄດ້ຄົ້ນຄວ້າ ແລະປັບປຸງຕື່ມດັ່ງນັ້ນ, ຈຶ່ງມອບໃຫ້ກະຊວງອຸດ ສາຫະກໍາ ແລະການຄ້າສືບຕໍ່ຄົ້ນຄວ້າ ແລະປັບປຸງຮ່າງດໍາລັດດັ່ງກ່າວ ຕາມຄໍາເຫັນຂອງສະມາຊິກລັດຖະບານ, ແລ້ວ ນໍາມາຜ່ານກອງປະຊຸມລັດຖະບານໃນ ເດືອນຕໍ່ໄປ.
ໃນຕອນທ້າຍ, ທ່ານປະທານກອງປະຊຸມໄດ້ເນັ້ນໜັກ ແລະຮຽກຮ້ອງໃຫ້ບັນ ດາສະມາຊິກລັດຖະບານຈົ່ງນໍາເອົາເນື້ອໃນຈິດໃຈທີ່ໄດ້ຕົກລົງເປັນເອກະພາບກັນໃນກອງປະຊຸມຄັ້ງນີ້ລວມທັງແຜນວຽກຈຸດສຸມຂອງລັດຖະບານປະຈໍາເດືອນຕຸ ລາ 2016 ໄປຈັດຕັ້ງຜັນຂະຫຍາຍເຂົ້າ ໃນວຽກງານຂອງຕົນໃຫ້ໄດ້ຮັບຜົນເປັນ ຢ່າງດີ ຄື:
ໃຫ້ກະຊວງປ້ອງກັນປະເທດ ແລະກະຊວງປ້ອງກັນຄວາມສະຫງົບ ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະຄວາມເປັນ ລະບຽບຮຽບຮ້ອຍໃນສັງຄົມເປັນຕົ້ນການປຸ້ນຈີ້ຊີງຊັບ, ບັນຫາຢາເສບຕິດ ແລະການແກ້ໄຂອຸບັດເຫດບົນທ້ອງຖະໜົນ;
ໃຫ້ກະຊວງການເງິນ ແລະກະ ຊວງແຜນການ ແລະການລົງທຶນກະກຽມບົດລາຍງານການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສົງຄົມ, ແຜນງົບ ປະມານແຫ່ງລັດ, ແຜນເງິນຕາ 9 ເດືອນ, ແຜນຄາດຄະເນໝົດສົກປີ 2015-2016 ແລະແຜນການປະຈໍາປີ 2017 ເພື່ອ ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ເທື່ອທີ 1 ຂອງ ສະພາແຫ່ງຊາດ ຊຸດທີ 8 ຊຶ່ງຈະໄຂຂຶ້ນໃນທ້າຍເດືອນ ຕຸລາ 2016 ທີ່ຈະມາເຖິງນີ້;
ໃຫ້ກະຊວງການເງິນກະກຽມ ບົດລາຍງານຜົນການຈັດຕັ້ງປະຕິບັດ ມາດຕະການປະຢັດຂອງລັດຖະບານ ໃນໄລຍະຜ່ານມາ ແລະແຜນການປັບປຸງໃນ ສະເພາະໜ້າ ເພື່ອລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກທີ່ຈະໄຂ ຂຶ້ນ ໃນ ເດືອນຕຸລາ 2016.
ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງພະລັງງານ ແລະບໍ່ແຮ່ແລະກະຊວງໂຍທາທິການ ແລະຂົນສົ່ງກະກຽມບົດລາຍງານໂຄງການກໍ່ສ້າງ ລະບົບສາງຈັດເກັບນ້ຳມັນ ແລະທໍ່ສົ່ງນ້ຳມັນ ແຕ່ທ່າເຮືອຮອນລາ ຫາ ສົ້ນຂົວນ້ຳຂອງແຂວງຄຳມ່ວນ ເພື່ອລາຍງານຕໍ່ ກອງປະຊຸມກົມການເມືອງໃນຕົ້ນເດືອນ ຕຸລາ 2016.
ໃຫ້ກະຊວງການຕ່າງປະເທດ ສະຫຼຸບລາຍງານຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ຜ່ານມາ, ການກະກຽມໃຫ້ທ່ານນາຍົກລັດຖະມົນຕີ ແລະຄະນະເຂົ້າຮ່ວມກອງປະຊຸມສຸດຍອດເອຊີດີ (ACD) ຄັ້ງທີ 2 ທີ່ປະເທດໄທ, ກອງປະຊຸມຊີເອວເອັມວີ (CLMV) ຄັ້ງທີ 8 ແລະກອງປະຊຸມ ເອັກແມກ (AMECS) ຄັ້ງທີ 7 ທີ່ ປະເທດຫວຽດນາມແລະການກະກຽມເດີນທາງໄປຢ້ຽມຢາມ ສປ ຈີນ ຢ່າງເປັນທາງການຂອງທ່ານ ນາຍົກລັດຖະມົນຕີ;
ໃຫ້ບັນດາກະຊວງຕິດຕາມສະ ພາບໄພນ້ຳຖ້ວມ, ພື້ນຖານການຜະລິດ ແລະເຮືອນຊານ ບ້ານຊ່ອງ ຂອງປະຊາຊົນຢູ່ແຕ່ລະແຂວງ ແລະລົງຊ່ວຍທ້ອງຖິ່ນແກ້ໄຂໃຫ້ທັນເວລາຊ່ວຍໃຫ້ປະຊາ ຊົນມີຢູ່ມີກິນ, ແກ້ໄຂບັນຫາອາຫານ ແລະ ຍາປົວພະຍາດຕິດແຝດຕ່າງໆ.
ໃຫ້ເຂັ້ມງວດ ແລະມີມາດຕະ ການທີ່ເໝາະສົມໃນການສະກັດກັ້ນ ແລະ ແກ້ໄຂບັນບັນຫາເງິນປອມໃຫ້ທົ່ວສັງຄົມມີສະຕິລະວັງຕົວຕໍ່ສະພາບດັ່ງກ່າວ;
ໃຫ້ກະຊວງສາທາລະນະສຸກ ຕິດຕາມເຟົ້າລະວັງພະຍາດຕິດຕໍ່ເປັນຕົ້ນ ແມ່ນພະຍາດຊີກາທີ່ພວມລະບາດຢູ່ບັນ ດາປະເທດອາຊຽນ.
ໃຫ້ກະຊວງ, ຂະແໜງການທີ່ມີ ຫົວຂໍ້ນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ໃນທ້າຍເດືອນຕຸລາ 2016 ນີ້ ແລະກະກຽມຕອບຂໍ້ຊັກຖາມຂອງສະມາຊິກ ສະພາແຫ່ງຊາດ.

No comments