ຄົນໃນສາຍເລຶອກດຽວກັນ (ນ້ອງຂ້າອ້າຍ)

ໃນຕົ້ນເດືອນຜ່ານມາ ເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ກັກຕົວທ້າວ ໜູ ອາຍຸ 28 ປີ ຢູ່ບ້ານຫາດດອນຄູນທີ່ໃຊ້ຄາດເຫຼັກ (ໄມ້ກວດຂີ້ເຫຍື້ອ) ຕີໃສ່ຫົວທ້າວ ທອງສຸກ ຜູ້ເປັນອ້າຍຄີງຊື່ ທ້າວ ທອງສຸກ ອາຍຸ 30 ປີເຮັດໃຫ້ຫົວແຕກມີເລືອດອອກແລ້ວຖືກນຳສົ່ງໄປໂຮງໝໍ ແຂວງບໍລິຄຳໄຊ ແຕ່ ໄດ້ເສຍຊີວິດ.


ກອງຄະດີ ປກສ ເມືອງບໍລິຄັນ ເປີດເຜີຍໃຫ້ຮູ້ວ່າ: ໃນວັນທີ 1 ກັນຍາ 2016 ເວລາ 8:10 ໂມງ ໄດ້ຮັບແຈ້ງຄວາມ ຈາກນາຍບ້ານບ້ານຫາດດອນຄູນວ່າ: ທ້າວ ທອງສຸກ ອາຍຸ 30 ປີ ປະຊາຊົນພາຍໃນບ້ານເສຍຊິວິດ ຍ້ອນອາລະວາດ ຄອບຄົວ.ຈາກນັ້ນ ກໍໄດ້ສົ່ງພະນັກງານ ລົງໄປເກັບກຳຂໍ້ມູນຈິ່ງຮູ້ວ່າ: ໃນວັນທີ 29 ສີງຫາ 2016 ເວລາ 16:00 ໂມງ ໄດ້ມີທ້າວ ທອງສຸກ ອາລະວາດຄອບຄົວ ແລະໄດ້ຈັບເອົາມີດ 1 ດວງຍາວປະມານ 40 ຊັງຕີແມັດ ຍ່າງໄປແທງແມ່ ທ້າວ ໜູ ຈິ່ງຈັບເອົາຄາດເຫຼັກດ້າມໄມ້ ຍາວປະມານ 1,20 ແມັດ ຕີໃສ່ຫົວຂອງທ້າວ ທອງສຸກ ສອງບາດເຮັດໃຫ້ບາດເຈັບສາຫັດ ແລ້ວນໍາສົ່ງໄປໂຮງໝໍ ແລະເສຍຊີ ວິດຮອດວັນທີ 1 ກັນຍາ 2016 ຈິ່ງໄດ້ ກັກຕົວທ້າວ ໜູ ມາດໍາເນີນຄະດີ.

ຜູ້ກ່ຽວຮັບສາລະພາບວ່າ: ຜ່ານມາຜູ້ເປັນອ້າຍຄືທ້າວ ທອງສຸກ ແມ່ນຈະມີ ອາການຢາກຮ້າຍ ແລະອາລະວາດຄອບ ຄົວ ໂດຍສະເພາະຂົ່ມຂູ່ເອົາເງິນນໍາແມ່ ຫຼາຍຄັ້ງ ແລະຜູ້ກ່ຽວກໍໄດ້ໄປຫ້າມ ຈິ່ງເກີດຜິດຖຽງກັນເກີດຂຶ້ນຈົນມາຮອດ
ມື້ເກີດເຫດຄື: ໃນວັນທີ 29 ສິງຫາ 2016 ທ້າວ ທອງສຸກ ຜູ້ເປັນອ້າຍໄດ້ ຈົ່ມວ່າ ແລະອາລະວາດຄອບຄົວຮ້າຍ ແຮງກ່ອນແຕ່ລະຄັ້ງ ຊຶ່ງທ້າວ ທອງສຸກ ໄດ້ທໍາລາຍເຄື່ອງຂອງຢູ່ເຮືອນຍ້ອນຂໍເງິນນໍາແມ່ບໍ່ໄດ້ ແລະຈັບມີດ ຈະໄປແທງ
ແມ່. ເມື່ອຜູ້ກ່ຽວເຫັນແນວນັ້ນ ຈິ່ງເກີດໃຈຮ້າຍ ແລະທົນບໍ່ໄດ້ຕໍ່ການກະທໍາຂອງອ້າຍ ຈິ່ງໄດ້ຍ່າງໄປຈັບເອົາຄາດ ເຫຼັກທີ່ຢູ່ຂ້າງເຮືອນ ແລ້ວຍ່າງເຂົ້າໄປຫາ ທ້າວ ທອງສຸກ ແລະ ຜູ້ເປັນອ້າຍໄດ້ຈັບ ມີດແລ່ນມາໃສ່ຜູ້ກ່ຽວ ຈິ່ງໄດ້ໃຊ້ຄາດ ຕີໃສ່ຂາໜຶ່ງບາດ ເຮັດໃຫ້ທ້າວ ທອງ ສຸກ ລົ້ມລົງ ແລ້ວໄດ້ຕີຊ້ຳເຂົ້າໃສ່ຫົວອີກໜຶ່ງບາດ ເຮັດໃຫ້ຫົວແຕກ ແລະມີ ເລືອດໄຫຼອອກມາ ຈາກນັ້ນ ຜູ້ເປັນແມ່ ແລະພີ່ນ້ອງຈິ່ງພາທ້າວ ທອງສຸກ ໄປ ໂຮງໝໍແຂວງບໍລິຄຳໄຊ ແລະ ສົ່ງຕໍ່ໄປ ປິ່ນປົວຢູ່ໂຮງໝໍນະຄອນຫຼວງວຽງຈັນ ພໍເຖິງວັນທີ 1 ກັນຍາ 2016 ທ້າວ ທອງສຸກ ຜູ້ເປັນອ້າຍຈິ່ງໄດ້ເສຍຊີວິດ.
ghnfhjg

No comments

Theme images by compassandcamera. Powered by Blogger.