ເລີ່ມກໍ່ສ້າງເຮືອນຈັກໂຄງການໄຟຟ້າ ດອນສະໂຮງ
ວັນທີ 16 ສິງຫາ ຜ່ານມາ ທີ່ດອນສະໂຮງແຂວງຈຳປາສັກ ໄດ້ຈັດພິທີວາງສີລາລືກກໍ່ສ້າງເຮືອນຈັກໄຟຟ້າ ໂຄງການໄຟຟ້າດອນສະໂຮງ ເມືອງໂຂງ ໂດຍໃຫ້ກຽດເຂົ້າຮ່ວມມີ
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງ ພະລັງງານ ແລະບໍ່ແຮ່ ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆ ຈຳປາສັກ, ທ່ານຜູ້ ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳມະນີ ອິນທິລາດ ໄດ້ກ່າວວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້າດອນ ສະໂຮງແມ່ນໂຄງການໜຶ່ງທີ່ສຳຄັນຊຶ່ງໄດ້ຖືກກຳນົດຢູ່ໃນແຜນແມ່ບົດຂອງການພັດທະນາລະບົບໄຟຟ້າຢູ່ປະເທດ ເຮົາແຕ່ນີ້ຮອດປີ 2020 ຕາມແນວທາງແຜນຍຸດທະສາດການຫັນເປັນອຸດສາ ຫະກຳທັນສະໄໝທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII ແນໃສ່ຂຸດຄົ້ນທ່າແຮງ, ຄວາມສາມາດບົ່ມຊ້ອນ ແລະສ້າງເງື່ອນໄຂ ເພື່ອເຮັດໃຫ້ການພັດທະນາຂະ ແໜງໄຟຟ້າໄດ້ຮັບການຈັດຕັ້ງປະຕິບັດ ດ້ວຍຈັງຫວະທີ່ຕໍ່ເນື່ອງ ແລະໜັ້ນທ່ຽງກາຍເປັນກຳລັງແຮງທາງດ້ານເສດຖະ ກິດແຫ່ງຊາດ.
ໃນໄລຍະຜ່ານມາພັກ ແລະລັດໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງແກ່ໂຄງການສ້າງເຂື່ອນໄຟຟ້າດອນສະໂຮງ, ຍ້ອນວ່າໂຄງ ການໄດ້ສ້າງຂຶ້ນຢູ່ແມ່ນ້ຳຂອງ, ແຕ່ຕົວຈິງແລ້ວບໍ່ໄດ້ກໍ່ສ້າງໃສ່ກະໂຕແມ່ນ້ຳຂອງທັງໝົດ, ເປັນພຽງແຕ່ກໍ່ສ້າງໃສ່ກິ່ງກ້ານ ຫຼື ເອີ້ນວ່າ ຮູສະ ໂຮງຈຳນວນ 9 ຮູຂອງແມ່ນ້ຳຂອງໃນຂອບເຂດ ເມືອງໂຂງເທົ່ານັ້ນ ຊຶ່ງໂຄງການນີ້ແມ່ນໂຄງການທີ່ໄດ້ສຶກສາອອກແບບ ແລະໃຫ້ຄຳປຶກສາ ໂດຍຊ່ຽວຊານທີ່ມີຊື່ສຽງລະດັບໂລກ, ການອອກແບບແລະຈັດຕັ້ງປະຕິບັດແມ່ນຖືກຕ້ອງຕາມຂັ້ນຕອນຂອງລະບຽບການສາກົນ, ມີຄວາມໂປ່ງໃສບໍ່ມີຜົນກະທົບຕໍ່ລະບົບນິເວດຂອງແມ່ນ້ຳຂອງຕອນລຸ່ມ ຊຶ່ງໄດ້ຜ່ານຂັ້ນຕອນການທົດສອບແບບຈຳລອງຂອງເຂື່ອນ ມາເປັນຢ່າງດີຈະມີກຳລັງຕິດຕັ້ງເຖິງ 260 ເມກາວັດ ແລະ ນຳໃຊ້ທຶນທັງໝົດ 520 ລ້ານໂດລາສະຫະລັດ.
ຢ່າງໃດກໍດີ ເຂື່ອນດັ່ງກ່າວເມື່ອສ້າງ ສຳເລັດຄາດວ່າຈະປະກອບສ່ວນສຳຄັນ ໃນການພັດທະນາທ້ອງຖິ່ນກໍຄືປະເທດຊາດ ໂດຍສະເພາະແມ່ນການປະກອບ ສ່ວນອັນສຳຄັນເຮັດໃຫ້ ສປປ ລາວ ກາຍເປັນໃຈກາງພະລັງງານທີ່ສະອາດໃນຂົງເຂດອາຊຽນໃນອະນາຄົດ ໂດຍປະຈຸບັນ ສປປ ລາວ ມີແຫຼ່ງຜະລິດພະລັງງານໄຟ ຟ້າທີ່ສຳເລັດແລ້ວ 40 ແຫ່ງ, ມີກຳລັງ ຕິດຕັ້ງທັງໝົດ 6.300 ກວ່າ ເມກາວັດ, ສາມາດຜະລິດພະລັງງານໄດ້ 33.000 ກວ່າ ກິກາວັດໂມງຕໍ່ປີ ມີລະບົບສາຍສົ່ງ ລວມທັງໝົດ 53.000 ກວ່າກິໂລແມັດ ແລະ ມີສະຖານີໄຟຟ້າທັງໝົດ 53 ແຫ່ງ,ໃນຂະນະທີ່ຍັງມີ 35 ໂຄງການທີ່ກຳ ລັງກະກຽມ ແລະ ກໍ່ສ້າງ ຊຶ່ງມີກຳລັງຕິດ ຕັ້ງປະມານ 5000 ກວ່າເມກາວັດ ໂດຍ ສາມາດຜະລິດພະລັງງານໄດ້ປະມານ 60.000 ກວ່າ ກິກາວັດໂມງຕໍ່ປີ, ແລະ ຈຳນວນບ້ານທີ່ໄດ້ຊົມໃຊ້ໄຟຟ້າໃນຂະ ນະນີ້ມີເຖິງ 86,50% ແລະ ຄອບຄົວທີ່ມີ ໄຟຟ້າໃຊ້ຖາວອນກວມເຖິງ 91,51% ຂອງຈຳນວນຄອບຄົວໃນທົ່ວປະເທດ.

No comments