ນັກສຶກສາພະຍາບານສາດ ສຳເລັດການລົງຝຶກຫັດຢູ່ທ້ອງຖິ່ນ

ໃນວັນທີ 15 ກັນຍາ 2016 ນັກສຶກສາພະຍາບານສາດ​ ຕໍ່ເນື່ອງ ຮຸ້ນທີ IV ຈາກໂຮງຮຽນສາທາລະນະສຸກ ແຂວງຄຳມ່ວນ ໄດ້ສຳເລັດການລົງຝຶກປະຕິບັດຕົວ​ຈິງຢູ່ຊຸມ​ຊົນ. ເຂົ້າຮ່ວມໃນພິທີມີທ່ານ ດຣ ເຂັມພາວັນ ມະນີວົງ ຜູ້ອຳນວຍການໂຮງຮຽນສາທາລະນະສຸກແຂວງ, ມີ​ຫ້ອງການ​ສາທາລະນະ​ສຸກ​ເມືອງ​ທ່າ​ແຂກ, ອຳນາດ​ການ​ປົກຄອງ​ຂັ້ນ​ບ້ານພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ຄູ-ອາຈານ, ນັກສຶກສາ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
​ເຊິ່ງພາຍຫຼັງທີ່​ນັກ​ສຶກສາ​ໄດ້​ຈົບ​ທິດ​ສະ​ດີ​ຕາມຫຼັກສູດ​ທີ່​ກ່ຽວຂ້ອງ ທາງ​ໂຮງຮຽນຈຶ່ງ​ໄດ້​ມີ​ແຜນ​ງານ​ໃຫ້​ນັກ​ສຶກສາ​ລົງ​ປະຕິບັດ​ຕົວ​ຈິງ​ຢູ່​ຊຸມ​ຊົນ ຕາມ​ຄຳ​ຂວັນ​ທີ່​ວ່າ (ທິດ​ສະ​ດີ​ຕ້ອງ​ໄປ​ຄຽງຄູ່​ກັບ​ພາກ​ປະຕິບັດ​ຕົວ​ຈິງ) ​ແລະ ​ເພື່ອແນໃສ່​ເຮັດໃຫ້ນັກສຶກສາ​ໄດ້ເກັບກຳຂໍ້ມູນພື້ນຖານດ້ານສາທາລະນະສຸກ, ຮູ້ຈັກໂຄງສ້າງການຈັດຕັ້ງຢູ່ຂັ້ນພື້ນຖານ, ຮູ້ປະສົບການໃນວຽກງານຕ່າງໆ, ຮູ້ຈັກຊີວິດການເປັນຢູ່ຂອງປະຊາຊົນໃນດ້ານການຮັກສາສຸຂະອະນາໄມຂອງຄົນ​ພາຍ​ໃນ​ຄອບຄົວ ກໍ່ຄື​ປະຊາຊົນ​ພາຍ​ໃນ​ທ້ອງ​ຖິ່ນ, ສາມາດຈຳແນກ ແລະ ວິເຄາະຂໍ້ມູນແຕ່ລະຂັ້ນ, ອະທິບາຍຄວາມເປັນມາຂອງການເກີດໂຣກລະບາດ ແລະ ພະຍາດຕ່າງໆໃຫ້ປະຊາຊົນໄດ້ເຂົ້າໃຈ, ການໃຫ້ສຸຂະສຶກສາດ້ານສຸຂະພາບແມ່ ແລະ ເດັກ, ການປ້ອງກັນພະຍາດ, ຮັກສາສຸຂະພາບໂດຍຖືເອົາວຽກງານອະນາ​ໄມ 3 ສະອາດ, ວຽກງານອະນາໄມສິ່ງແວດລ້ອມ, ດ້ານໂພຊະນາການ, ການລ້ຽງລູກດ້ວຍນົມແມ່, ການຮັກສາເບິ່ງແຍງຕົວເອງ, ຄອບຄົວ ແລະ ຊຸມຊົນ ເພື່ອໃຫ້ປະຊາຊົນມີສ່ວນຮ່ວມໃນການເກັບກຳ ສະພາບ ແລະ ຮູ້ຈັກວິທີແກ້ໄຂບັນຫາຕ່າງໆ. ການລົງເຄື່ອນໄຫວຝຶກຫັດຢູ່ທ້ອງຖິ່ນຢູ່ບ້ານ​ໂພນ​ຄູນ ​ເມືອງ​ທ່າ​ແຂກ ​ແຂວງ​ຄຳ​ມ່ວນ ມີນັກສຶກສາທັງໝົດຈຳນວນ 29 ຄົນ ເຊິ່ງໄດ້ເລີ່ມແຕ່ວັນທີ 05-15 ກັນຍາ 2016 ໄລຍະເວລາ 10 ວັນ.

No comments

Theme images by compassandcamera. Powered by Blogger.