ຊົງຢີ້ ໃຫ້ຄວາມສຳຄັນແກ່ປະຊາຊົນປູກໄມ້ສ້າງລາຍໄດ້

ຊິງ​ຢີ້ ຈຳ­ກັດ ແມ່ນ​ບໍ­ລິ­ສັດ ໜຶ່ງ​ທີ່​ດຳ­ເນີນ​ທຸ­ລະ​ກິດ​ໃນ​ຮູບ​ແບບຜະ­ລິດ​ປຸງ​ແຕ່ງ​ໄມ້­ອັດ​ຈຳ­ໜ່າຍ ແລະ​ສົ່ງ​ອອກ​ໄມ້​ແປ​ຮູບ, ທັງ​ຍັງ​ເປັນ​ໜຶ່ງ​ໃນ​ບໍ­ລິ­ສັດ ທີ່​ເຫັນ​ຄວາມສຳ­ຄັນ​ໃນ​ການ​ຊຸກ­ຍູ້​ສົ່ງ­ເສີມ​ປະ ຊາ​ຊົນ​ໃນ​ການ​ປູກ​ໄມ້ ເພື່ອ​ສ້າງ​ອາ ຊີບ ແລະ​ສ້າງ​ວຽກ​ເຮັດ​ງານ​ທຳ​ທີ່ ໝັ້ນ­ຄົງ​ເທື່ອ​ລະ​ກ້າວ.

ຕາມ​ການ​ໃຫ້​ສຳ­ພາດ​ຂອງ ທ່ານ ອາ​ເຊີ ລາວ​ລີ ຮອງ​ປະ­ທານ ບໍ­ລິ­ສັດ ຊິງ​ຢີ້ ຈຳ­ກັດ ໃຫ້​ຮູ້​ວ່າ: ບໍ​ລິ ສັດ ຂອງ​ພວກ​ເຮົາ​ເປັນ​ບໍ­ລິ­ສັດ​ໜຶ່ງ ທີ່​ສ້າງ­ຕັ້ງ​ມາ​ໄດ້ 2 ປີ​ແລ້ວ ໂດຍ ເນັ້ນ​ໃສ່​ການ​ປຸງ​ແຕ່ງ​ໄມ້­ອັດ ເພື່ອ ຈຳ­ໜ່າຍ​ໄປ​ຄຽງ​ຄູ່​ກັນ​ກັບ​ການ ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຂອງ​ບໍ​ລິ ສັດ​ນັ້ນ, ທາງ​ພວກ​ເຮົາ​ຍັງ​ສຸມ​ໃສ່ ການ​ຂະ­ຫຍາຍ​ເນື້ອ­ທີ່​ປູກ​ໄມ້ ພ້ອມ ນັ້ນ ກໍ​ຍັງ​ສົ່ງ­ເສີມ​ປະ­ຊາ­ຊົນ​ເຂດ ອ້ອມ​ຂ້າງ​ມີ​ສ່ວນ​ຮ່ວມ ນັ້ນ​ກໍ​ຄື ການ​ສົ່ງ­ເສີມ​ເຂົາ­ເຈົ້າ​ມີ​ສ່ວນ​ຮ່ວມ ໃນ​ການ​ປູກ​ໄມ້​ເພື່ອ​ສະ­ໜອງ​ໃຫ້ ແກ່​ບໍ­ລິ­ສັດ ຊຶ່ງ​ສາ­ມາດ​ເວົ້າ​ໄດ້​ວ່າ ການ​ສົ່ງ­ເສີມ​ເຂົາ­ເຈົ້າ​ນັ້ນ ກໍ​ເປັນ ສ້າງ​ວຽກ​ເຮັດ​ງານ​ທຳ ແລະ​ສ້າງ ອາ­ຊີບ​ທີ່​ໝັ້ນ­ຄົງ​ໃຫ້​ເຂົາ­ເຈົ້າ ແນ ໃສ່ ຫຼຸດ­ຜ່ອນ​ຄວາມ­ທຸກ​ຍາກ​ເທື່ອ ລະ​ກ້າວ.

ສຳ­ລັບ ການ​ສົ່ງ­ເສີມ​ການ​ມີ​ສ່ວນ​ຮ່ວມ​ຂອງ​ປະ­ຊາ­ຊົນ​ໃນ​ໄລ­ຍະ​ຜ່ານ​ມາ​ນັ້ນ​ເຫັນ​ ວ່າ​ມີ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ ແລະ​ກໍ​ມີ​ຫຼາຍ​ດ້ານ​ທີ່​ເປັນ​ສິ່ງ​ທ້າ​ທາຍ​ໂດຍ​ສະ­ເພາະ​ແມ່ນ ຄວາມ​ເຂົ້າ­ໃຈ​ຂອງ​ປະ­ຊາ­ຊົນ​ຕໍ່ ກັບ​ນະ­ໂຍ­ບາຍ​ຂອງ​ບໍ­ລິ­ສັດ​ເນື່ອງ ຈາ​ກວ່າ ຜ່ານ​ມາ​ປະ­ຊາ­ຊົນ​ພາຍ ໃນ​ເມືອງ​ໄຊ ແຂວງ​ອຸ­ດົມ​ໄຊ ຂອງ ພວກ​ເຮົາ​ເຄີຍ​ຖືກ​ບໍ­ລິ­ສັດ​ຂອງ ຕ່າງ​ຊາດ​ຕົວະ​ຍົວະ​ໃຫ້​ລົງ­ທຶນ​ປູກ ແລ້ວ​ບໍ່​ຮັບ​ຊື້ ຊຶ່ງ​ເຮັດ​ໃຫ້​ຫຼາຍ​ຄອບ ຄົວ​ມີ​ຄວາມ​ເສຍ​ຫາຍ​ເປັນ​ຈຳ­ນວນ ຫຼາຍ, ສະ­ນັ້ນ ເມື່ອ​ບໍ­ລິ­ສັດ​ຂອງ ພວກ​ເຮົາ​ເຂົ້າ​ມາ ຈິ່ງ​ເຮັດ​ໃຫ້​ເຂົາ ເຈົ້າ​ບໍ່​ເຊື່ອ​ໝັ້ນ.

ຕໍ່​ກັບ​ບັນ­ຫາ​ນີ້ ທາງ​ບໍ­ລິ­ສັດ ກໍໄດ້​ສະ­ແດງ​ໃຫ້ ເຫັນ​ວ່າ​ບໍ­ລິ­ສັດ ຂອງ​ພວກ​ເຮົາ​ມີ​ນະ­ໂຍ­ບາຍ​ທີ່​ບໍ່​ພຽງ​ແຕ່​ຈະ​ສ້າງ​ຜົນ​ປະ­ໂຫຍດ ໃຫ້​ກັບ​ບໍ­ລິ­ສັດ​ເທົ່າ​ນັ້ນ ຍັງ​ມຸ່ງ​ໝັ້ນ ທີ່​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ ກໍ​ຄື ການ​ສົ່ງ­ເສີມ​ເຂົາ­ເຈົ້າ​ເຂົ້າ​ມາ​ມີ ສ່ວນ​ຮ່ວມ​ນັ້ນ​ເອງ, ມາ​ຮອດ​ປະ ຈຸ​ບັນ ໄດ້​ມີ​ບັນ­ດາ​ພໍ່​ແມ່​ປະ­ຊາ­ຊົນ ພາຍ​ໃນ​ເມືອງ​ໄຊ ເຂົ້າ​ມາ​ມີ​ສ່ວນ ຮ່ວມ​ໃນ​ການ​ປູກ​ໄມ້​ກັບ​ບໍ­ລິ­ສັດ ແລ້ວ 600-700 ຄອບ­ຄົວ, ພ້ອມ ດຽວ​ກັນ​ນັ້ນ ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ກຸ່ມ​ຜູ້​ປູກ ທາງ​ບໍ­ລິ­ສັດ ຍັງ​ຮັບ​ຊື້​ໄມ້​ຈາກ​ປະ­ຊາ­ຊົນ​ໃນ​ລາ ຄາ​ຄີວ​ລະ 4-5 ແສນ​ກີບ ແລະ​ຍັງ ສະ­ໜອງ​ເບ້ຍ​ໄມ້​ໃຫ້​ລ້າ ກັບ​ຜູ້​ທີ່ ສົນ­ໃຈ​ເຂົ້າ​ມາ​ມີ​ສ່ວນ​ຮ່ວມ​ນຳ​ບໍ​ລິ ສັດ​ຕື່ມ ເຊັ່ນ: ໄມ້​ວິກ. ໄມ້​ສັກ, ໄມ້ ແປກ​ສາຍ​ພັນ​ຈີນ ແລະ​ໄມ້​ອື່ນໆ ທ່ານ ຮອງ​ປະ­ທານ​ບໍ­ລິ­ສັດ ຊິງ​ຢີ້ ຈຳ­ກັດ ໃຫ້​ຮູ້​ຕື່ມ.

ປະ­ຈຸ​ບັນ ທາງ​ບໍ­ລິ­ສັດ​ໄດ້​ມີ​ຜະ ລິດ​ຕະ​ພັນ​ໄມ້­ອັດ​ໄວ້​ຈຳ­ໜ່າຍ​ພາຍ ໃນ​ແຂວງ ແລະ​ສົ່ງ​ມາ​ຈຳ­ໜ່າຍ​ໃນ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ໃນ ລາ­ຄາ​ທີ່​ແຕກ​ຕ່າງ​ກັນ​ໄປ​ເປັນ­ຕົ້ນ ຂະ­ໜາດ 4-5 ນິນ ຂາຍ​ໃນ​ລາ­ຄາ 38 ພັນ​ກີບ, 9 ນິນ-1 ຊັງ​ຕີ ລາ­ຄາ 75 ພັນ​ກີບ, 1,2-1,4 ຊັງ​ຕີ ຂາຍ ໃນ​ລາ­ຄາ 85 ພັນ​ກີບ ແລະ 2 ຊັງ​ຕີ ຂາຍ 120.000 ກີບ, ນອກ ນັ້ນ ກໍ​ຍັງ​ມີ​ໄມ້​ຂະ­ໜາດ​ນ້ອຍ​ທີ່ ຂາຍ​ໃນ​ລາ­ຄາ 50 ພັນ​ກີບ ແລະ ໄມ້​ປະ­ເພດ​ອື່ນໆ​ໄວ້​ໃຫ້​ບໍ­ລິ­ການ ລູກ​ຄ້າ​ຕາມ​ທີ່​ຕ້ອງ­ການ​ອີກ​ດ້ວຍ.

ທ່ານ ອາ​ເຊີ ລາວ​ລີ ໃຫ້​ຮູ້​ອີກ ວ່າ: ແນວ­ໃດ​ກໍ​ດີ ໃນ​ສະ­ເພາະ​ໜ້າ ເພື່ອ​ໃຫ້­ການ​ປູກ​ໄມ້​ພຽງ­ພໍ​ກັບ ການ​ຕອບ​ສະ­ໜອງ​ໄມ້​ເຂົ້າ​ໂຮງ ງານ​ພຽງ­ພໍ​ນັ້ນ ໃນ​ປີ​ນີ້ ທາງ​ບໍ​ລິ ສັດ​ຂອງ​ພວກ​ເຮົາ ໄດ້​ເພີ່ມ​ພື້ນ​ທີ່​ປູກ​ໄມ້​ຮ່ວມ​ກັບ​ປະ­ຊາ­ຊົນ​ໄດ້​ທັງ​ໝົດ 200 ກວ່າ​ເຮັກ­ຕາ ແລະ​ເບ້ຍ ໄມ້​ໄດ້ 5 ແສນ​ກວ່າ​ເບ້ຍ, ໃນ​ນັ້ນ ເປັນ​ໄມ້​ແປກ​ສາຍ​ພັນ​ຈີນ, ໄມ້​ວິກ, ໄມ້​ສັກ ແລະ​ໄມ້​ເນື້ອ​ອື່ນ​ຈຳ­ນວນ​ໜຶ່ງ, ພ້ອມ​ດຽວ​ກັນ​ນັ້ນ ກໍ​ຈະ​ຂະ­ຫຍາຍ​ຕະ­ຫຼາດ​ຈາກ​ພາຍ​ໃນ​ແຂວງ,ນະ­ຄອນ­ຫຼວງ​ວຽງ​ຈັນ ແລ້ວ​ຍັງ​ຈະ​ສົ່ງ​ໄປ​ຍັງ​ຕະ­ຫຼາດ​ແຂວງ​ຫຼວງ​ພະ​ບາງ ແລະ​ຫຼວງ​ນ້ຳ​ທາ​ຕື່ມ​ອີກ.

ທີ່ມາ: www.news.com.la/

No comments

Theme images by compassandcamera. Powered by Blogger.