ທຸລະກິດເຊົ່າສິນເຊື່ອມີຍອດສິນເຊື່ອ 5 ຮ້ອຍຕື້ກວ່າກີບ
ແນໃສ່ຕອບສະໜອງຄວາມ ຮຽກຮ້ອງຕ້ອງການດ້ານການ ເງິນ ແລະດ້ານວັດຖຸອຸປະກອນໃຫ້ ແກ່ປະຊາຊົນບັນດາເຜົ່າ ເພື່ອປະ ກອບສ່ວນເຂົ້າໃນການພັດທະ ນາຊີວິດການເປັນຢູ່ ຊຶ່ງໃນໄລຍະ ຜ່ານມາທຸລະກິດເຊົ່າສິນເຊື່ອໄດ້ ປະກອບສ່ວນສຳຄັນເຂົ້າໃນວຽກ ງານນີ້ ໃນປີແລ້ວສາມາດບັນລຸ ຍອດສິນເຊື່ອໄດ້ 5 ຮ້ອຍຕື້ກວ່າກີບ.
ອີງຕາມຂໍ້ມູນລາຍງານຂອງກົມຄຸ້ມຄອງສະຖາບັນການເງິນທະນາຄານ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ກົມຄຸ້ມຄອງສະຖາບັນການເງິນປະຕິບັດພາລະບົດບາດສິດ, ໜ້າທີ່ເພື່ອຊຸກຍູ້ ແລະຄຸ້ມຄອງສະຖາບັນການເງິນດ້ວຍການອອກອະນຸຍາດໃຫ້ສະຖາບັນການ ເງິນໄດ້ເຄື່ອນໄຫວທຸລະກິດຢ່າງຖືກ ຕ້ອງຕາມກົດໝາຍ ແລະຄຸ້ມຄອງ ບໍລິຫານຄວາມສ່ຽງຂອງສະຖາ ບັນການເງິນ ຊຶ່ງປະຈຸບັນທຸລະກິດ ສະຖາບັນການເງິນ ກໍເກີດຂຶ້ນຢ່າງແພ່ຫຼາຍ ແລະປະຊາຊົນສ່ວນຫຼາຍ ກໍຕ້ອງການໃຊ້ບໍລິການທາງການເງິນເພີ່ມຫຼາຍຂຶ້ນ, ທະນາຄານທຸລະກິດບາງແຫ່ງບໍ່ສາມາດຕອບສະໜອງຄວາມຕ້ອງການໄດ້ທັງ ໝົດ ຈິ່ງເຮັດໃຫ້ເກີດມີສະຖາບັນການເງິນຂະໜາດນ້ອຍເກີດຂຶ້ນ ເປັນຈຳນວນຫຼາຍ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ ບໍລິການໃຫ້ຫຼາຍຂຶ້ນ.
ໂດຍທຸລະກິດເຊົ່າສິນເຊື່ອກໍ ເປັນທຸລະກິດໜຶ່ງທີ່ໃຫ້ບໍລິການ ທາງດ້ານການເງິນກັບປະຊາຊົນ ໃນທຸກລະດັບ ຊຶ່ງທຸລະກິດເຊົ່າສິນ ເຊື່ອໃນຕົວເມືອງໃຫຍ່ມີຄູ່ແຂ່ງ ຂ້ອນຂ້າງຫຼາຍ ໂດຍມີກຸ່ມເປົ້າ ໝາຍໃນລະດັບຊົນຊັ້ນກາງລົງໄປ ເນື່ອງຈາກບຸກຄົນເຫຼົ່ານີ້ບໍ່ສາ ມາດທີ່ຈະໃຊ້ບໍລິການສິນເຊື່ອກັບ ສະຖາບັນການເງິນອື່ນ ເປັນຕົ້ນ ທະນາຄານທຸລະກິດທີ່ມີຂໍ້ຈຳກັດໃນການພິຈາລະນາຫຼັກເກນການ ອະນຸມັດສິນເຊື່ອທີ່ເຂັ້ມງວດ ຊຶ່ງຮູບແບບການແຂ່ງຂັນຂອງບໍລິສັດເຊົ່າສິນເຊື່ອນັ້ນ ນອກນຈາກຈະເນັ້ນໃນເລື່ອງຂອງການບໍລິການ ແລ້ວ ການສະເໜີເງື່ອນໄຂອັດຕາ ດອກເບ້ຍຕ່ຳ ແລະຜ່ອນຊຳລະທີ່ ຍາວນານກວ່າໃຫ້ກັບລູກຄ້າ ເພື່ອດຶງດູດໃຫ້ລູກຄ້າມາໃຊ້ບໍລິການ.
ບໍລິສັດເຊົ່າສິນເຊື່ອສາມາດປັບຕົວ ແລະເຄື່ອນໄຫວໄດ້ຢ່າງມີປະສິດທິພາບ ແລະມີການເພີ່ມປະລິມານຂຶ້ນເລື້ອຍໆຈາກໃນປີ 2014 ມີບໍລິສັດເຊົ່າສິນເຊື່ອ 16 ແຫ່ງ ມາເປັນ 21 ແຫ່ງໃນປີ 2015 ແລະໃນເດືອນມີນາ 2016 ເພີ່ມຂຶ້ນ ເປັນ 23 ແຫ່ງ ຖືວ່າທຸລະກິດເຊົ່າ ສິນເຊື່ອຍັງມີທຸລະກິດໜ້າໃໝ່ສົນ ໃຈ ກັບທຸລະກິດນີ້ ຊຶ່ງໃນປີ 2015 ຜ່ານມາ ບໍລິສັດເຊົ່າສິນເຊື່ອມີ ຍອດຊັບສິນທັງໝົດ 767 ຕື້ກວ່າ ກີບ ເມື່ອທຽບໃສ່ປີ 2014 ເພີ່ມ ຂຶ້ນ 474 ຕື້ກວ່າກີບ ເທົ່າກັບ 162%, ກຳໄລ 24 ຕື້ກວ່າກີບ ເພີ່ມຂຶ້ນ 22 ຕື້ກວ່າກີບ ເທົ່າກັບ 908%, ໜີ້ສິນ 591 ຕື້ກວ່າກີບ ເພີ່ມຂຶ້ນ 414 ຕື້ກວ່າກີບ ເທົ່າກັບ 234%, ຍອດສິນເຊື່ອທັງໝົດ 538 ຕື້ກວ່າກີບ ເພີ່ມຂຶ້ນ 400 ຕື້ກວ່າ ກີບ ເທົ່າກັບ 319%, ຈຳນວນລູກຄ້າທັງໝົດ 17.632 ເພີ່ມຂຶ້ນ 10.065 ລູກຄ້າ ເທົ່າກັບ 133% ເມື່ອທຽບໃສ່ປີ 2014.
ທີ່ມາ: www.news.com.la

No comments