ອຶ້ງ! ດາລາສາວຈີນເສຍຊີວິດຈາກມະເຮັງ ເພາະຮັກສາແບບແພດແຜນຈີນແທນຄີໂມ

ສຳນັກຂ່າວຕ່າງປະເທດລາຍງານລະບຸວ່າ ດາລາສາວຈີນມີຊື່ວ່າ Xu ting ໄດເສຍຊີວິດຈາກໂລກມະເຮັງເມື່ອວັນທີ 7 ກັນຍາທີ່ຜ່ານມາໃນອາຍຸພຽງ 26 ປີ ທັງນີ້ຊາວເນັດໄດ້ສົງໃສວ່າການໄຊ້ຢາຈີນທີ່ດາລາສາວເລືອກໄຊ້ ມີຜົນຕໍ່ການເສຍຊີວິດຂອງນາງ
55_20160916144602
ເມື່ອເດືອນກໍລະກົດທີ່ຜ່ານມາ ດາລາສາວຄົນນີ້ເຜີຍຕໍ່ແຟນຄລັບກວ່າ 300,0000 ຄົນໃນເວັບ weibo ວ່ານາງເປັນມະເຮັງຕ່ອມນ້ຳເລືອງ ນາງເວົ້າວ່າ ບໍ່ວ່ານາງຈະຢູ່ໄດ້ອີກດົນປານໃດນາງຈະໄຊ້ຊີວິດໃນແຕ່ລະມື້ຢ່າງມີຄວາມສຸກ ແລະນາງກໍ່ຕັດສິນໃຈບໍ່ທຳການຮັກສາດ້ວຍຄີໂມ

3_258
ພ້ອມໃຫ້ເຫດຜົນວ່າມັນເປັນວິທີທີ່ສ້າງຄວາມເຈັບປວດ ແລະອາດເຮັດໃຫ້ເສຍຊີວິດຢ່າງໄວໄດ້ ນາງຈຶ່ງຫັນມາສົນໃຈການໄຊ້ຢາແພດແຜນບູຮານຂອງຈີນເຊັ່ນ ການຄອບແກ້ວ ເຊິ່ງຈາກຄຳແນະນຳຂອງຜູ້ຊ່ຽວຊານແລ້ວ ເຊື້່ວ່ານີ້ເປັນເຫດການເສຍຊີວິດຂອງນາງເພາະຢາເຫຼົ່ານີ້ບໍ່ໄດ້ຊ່ວຍຮັກສາມະເຮັງແຕ່ຢ່າງໃດ
55_201609161445532

ສຸດທ້າຍແລ້ວລະບົບພູມຄຸ້ມກັນຂອງນາງກໍ່ຕົກຕ່ຳລົງເລື່ອຍໆ ໂພສໃນເວັບ weibo ຂອງນາງໂພສສຸດທ້າຍຄື ນາງຮູ້ສຶກເຈັບຈົນທໍລະມານຫຼາຍແລະຢາກໃຫ້ຄວາມເຈັບປວດນີ້ຫາຍໄປ

55_201609161445531

No comments

Theme images by compassandcamera. Powered by Blogger.