ອົດສະຕຣາລີ ເລັ່ງ ອົບພະຍົບ ປະຊາຊົນ ອອກຈາກ ນໍ້າຖ້ວມ

ຂປລ. ຕາມ​ຂ່າວ ຕ່າງປະ​ເທດ, ວັນ​ທີ 26​ ກັນຍາ, ​​ເຈົ້າໜ້າ​ທ່ີ ​ອົດ​ສະຕຣາລີ ​ໄດ້​ເລັ່ງ ອົບ​ພະຍົບ ປະຊາຊົນ ຫລາຍ​ກວ່າ 1.000 ຄົນ ​ໃນລັດ ນິວ​ເຊົາ​ເວັສ ​ໃຫ້​ອອກ​ຈາກ ​ພື້ນ​ທ່ີ​ ດັ່ງກ່າວ ​ໂດຍ​ດ່ວນ ​ພາຍ​ຫລັງ​ເກີດ​ນ້ຳຖ້ວມ​ຢ່າງ​ຮຸນ​ແຮງ ​ເຮັດ​ໃຫ້​ເຮືອນ​ຊານ 100 ກວ່າ​ຫລັງ ​ແລະ ​ເນື້ອ​ທ່ີ​ປູກ ​ໄດ້​ຮັບ​ຜົນ​ ກະທົບ ​ເປັນ​ບໍລິ​ເວນ​ກວ້າງ. ຂະນະ​ດຽວ​ກັນ​ນັ້ນ ຍັງປະກາດເຕືອນ ປະຊາຊົນ ​ໃນ​ເຂດ ​ໃກ້ຄຽງ ​ໃຫ້ກຽມ​ຮັບ​ມື ກັບ​ ນໍ້າຖ້ວມກຳລັງມາຮຸນ​ແຮງ ທີ່ສຸດ ນັບ​​ແຕ່ ປີ1991. ​ປັດຈຸບັນ ​ເຈົ້າ​ໜ້າ​ທີ່ ກູ້​ໄພ​ເອົາ​ໃຈ​​ໃສ່ ຕິດຕາມລະດັບ​ນໍ້າຢ່າງ​ໃກ້ຊິດ ​ເນື່ອງ​ຈາກ ອາດ​ຈະເກີດ ນໍ້າ​ຖ້ວມ ​ແລະ ​ດິນ​ເຈື່ອນໃນ​ເຂດ​ດັ່ງກ່າວ.

No comments

Theme images by compassandcamera. Powered by Blogger.