ລາວ ເລັ່ງພັດທະນາແຮງງານທີ່ເປັນທ່າແຮງ ເພື່ອແຂ່ງຂັນໃນເອອີຊີ
ໃນຍຸກເຊື່ອມໂຍງ ເປັນປະຊາຄົມ ເສດຖະກິດອາຊຽນ ສິ່ງທີ່ທ້າທາຍ ຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ແມ່ນການຕອບ ສະໜອງແຮງງານ ທີ່ມີຄຸນນະພາບ ໃຫ້ພຽງພໍກັບຄວາມຕ້ອງການ ຂອງຫົວໜ່ວຍທຸລະກິດ ແລະ ການ ຜະລິດໃນຂະແໜງການ ຕ່າງໆເພື່ອບັນລຸດັ່ງກ່າວ ປັດຈຸບັນກົມພັດທະນາ ສີມືແຮງງານ ແລະ ຈັດຫາງານພວມເລັ່ງ ພັດທະນາສີມືແຮງງານ ໃນຂະແໜງການທີ່ເຮົາ ມີທ່າແຮງເປັນຕົ້ນ ຂະແໜງອຸດສາຫະກໍາປຸງແຕ່ງ, ອຸດສາຫະກໍາຜະລິດ ແລະ ປະກອບ ຊິ້ນສວນພາຫະນະ, ຜະລິດຕະພັນຫັດຖະກໍາ ແລະ ອື່ນໆ
ທ່ານ ໄທ ແສງອາລຸນ ຮອງຫົວໜ້າກົມ ພັດທະນາສີມືແຮງງານ ແລະ ຈັດຫາງານ ໄດ້ໃຫ້ສໍາພາດວ່າ: ການພັດທະນາ ສີມືແຮງງານ ໃນຍຸກແຫ່ງການເຊື່ອມໂຍງນີ້ ແມ່ນໄດ້ເນັ້ນໃສ່ ການພັດທະນາ ກໍາລັງແຮງງານລາວ ໃຫ້ມີທັງປະລິມານ ແລະ ຄຸນນະພາບຕາມທິດ ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ໂດຍສອດຄອງກັບ ຄວາມຕ້ອງການ ຂອງຕະຫລາດແຮງງານ ແລະ ການພັດທະນາ ເສດຖະກິດ-ສັງຄົມ. ໂດຍສະເພາະ ໃນຂະແໜງທີ່ ເປັນທ່າແຮງ ຂອງປະເທດເຮົາເຊັ່ນ: ອຸດສາຫະກໍາ ຜະລິດຕະພັນ ປຸງແຕ່ງໄມ້, ອຸດສາຫະກໍາຜະລິດ ແລະ ປະກອບສີ້ນສ່ວນ ຍານພາຫະນະ, ເຄື່ອງໃຊ້ໄຟຟ້າ, ອຸປະກອນ ແລະ ເຄື່ອງຈັກ, ຜະລິດຕະພັນ ຫັດຖະກໍາລາວ ທີ່ເປັນເອກະລັກ ສະເພາະ ແລະ ມີມູນເຊື້ອແຕ່ລະ ທ້ອງຖິ່ນເພາະໃນປັດຈຸບັນ ຄວາມຮຽກຮ້ອງຕ້ອງການ ຂອງຕະຫລາດພາຍໃນ ແລະ ຕ່າງປະເທດ ຫລາຍພໍສົມຄວນ ໂດຍເນັ້ນໃສ່ການພັດທະນາ ສີມືແຮງງານ ແລະ ຝຶກອົບຮົມ ວິຊາຊີບໃຫ້ຊຸມຊົນ ທີ່ເຮັດວຽກນອກ ລະບົບເຮັດວຽກອິດສະລະ ແລະ ເຮັດວຽກຫົວໜ່ວຍທຸ ລະກິດຂະໜາດ ຈຸລະພາກ. ເພາະວ່າແຮງງານ ເຫລົ່ານັ້ນສ່ວນຫລາຍ ຍັງບໍ່ມີສີມື, ບໍ່ມີສິ່ງຄໍ້າປະກັນ ທາງດ້ານແຮງງານ ກໍຄືຕະຫລາດສີມືແຮງງານ ເປັນຕົ້ນແມ່ນ ການສ້າງລາຍໄດ້, ເວລາເຮັດວຽກ, ຄວາມປອດໄພໃນການເຮັດວຽກ ແລະ ການປະກັນ ສັງຄົມ.
ທ່ານ ໄທ ແສງອາລຸນ ຍັງຍົກໃຫ້ເຫັນຕື່ມວ່າ: ໃນການພັດທະນາ ສີມືແຮງງານເຫລົ່ານັ້ນ ແມ່ນຈະເນັ້ນໃສ່ ສົ່ງເສີມໃຫ້ເຂົາເຈົ້າມີສີມື, ມີຄວາມສາມາດ ສະເພາະດ້ານໃຫ້ພຽງພໍ, ມີສີມືແຮງງານສູງ ແລະ ຍົກຄຸນນະພາບ ຊີວິດໃຫ້ດີຂຶ້ນແນໃສ່ ເຮັດໃຫ້ມີ ການພັດທະນາ ຊົນນະບົດ ແບບຍືນຍົງ ຕາມໂຄງການແຫ່ງຊາດ ເພື່ອສົ່ງເສີມການ ດ້ານຄວາມໝັ້ນຄົງ ດ້ານສະບຽງຫານ ແລະ ການຜະລິດ ເປັນສິນຄ້າກະສິກໍາ ທີ່ເປັນທ່າແຮງຂອງປະເທດ, ດັ່ງນັ້ນ; ໃນວາລະກອງປະຊຸມ ລັດຖະມົນຕີ ແຮງງານອາ ຊຽນຄັ້ງທີ 24 ທີ່ ສປປລາວ ເຮົາເປັນເຈົ້າ ກໍໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງ ຖະແຫລງການວ່າດ້ວຍ “ການຫັນຈ້າງງານ ນອກລະບົບໄປສູ່ ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ ການສົ່ງເສີມວຽກ ທີ່ມີຄຸນຄ່າ ແລະ ເປັນທໍາໃນອາຊຽນ ”
ທີ່ມາ: www.kpl.gov.la

No comments