ສົ່ງເສີມການຮຽນສາຍວິຊາຊີບ
*ເຫັນຕົວເລກ ເສັງເຂົ້າຮຽນ ມະຫາວິທະຍາໄລ ແຫ່ງຊາດ ປີນີ້ 15.00 ກວ່າຄົນ, ແຕ່ການຄັດເລືອກ ຫລື ການຮອງຮັບໄດ້ ແມ່ນປະມານ 5 ພັນກວ່າຄົນ, ຕົວເລກຄົນ ເຂົ້າເສັງໜ້ອຍກວ່າ ສົກປີກ່ອນເລັກນ້ອຍ; ສ່ວນຕົວເລັກ ຮອງຮັບຖືວ່າເປັນ ເກນປົກກະຕິ ຍ້ອນວ່າ ຄວາມອາດສາມາດ ທາງດ້ານ ສະຖານທີ່ຮຽນ, ອາຈານສອນ ແລະ ເປົ້າໝາຍ ຂອງຂະແໜງການສຶກສາ. ສະນັ້ນ ຜູ້ທີ່ມີ ຄວາມປະສົງ ເຂົ້າຮຽນໃນ ລະດັບປະລິນຍາຕີ ໃນມະຫາວິທະຍາໄລ ແຫ່ງຊາດ ກໍ່ຕ້ອງອົດທົນອົດກັ້ນ ຖ້າວ່າ ເສັງບໍ່ໄດ້ ຫລື ບໍ່ຖືກຄັດເລືອກ ໄດ້ຕາມມາດຖານ ທີ່ເພິ່ນວາງໄວ້, ເຂິງນັບມື້ຕາຖີ່. ເພາະສະນັ້ນ ທາງເລືອກໜຶ່ງ ທີ່ຄວນຄິດ ກໍ່ຄື ການຮຽນໃນສາຍ ວິຊາຊີບ ຊຳນານງານ ທີ່ພວມໄດ້ຮັບ ການຊຸກຍູ້ສົ່ງເສີມ.
ຄວາມຈິງລັດ ໄດ້ມີການຊຸກຍູ້ ສົ່ງເສີມການຮຽນ ສາຍວິຊາຊີບ ຊຳນານແຕ່ໃດມາ, ຍ້ອນປະເທດ ພວກເຮົາພວມສ້າງສາ, ຄວາມຕ້ອງການ ນາຍຊ່າງ-ການບໍລິການ ດ້ານຕ່າງໆ ນັ້ນນັບມື້ ມີຫລາຍ, ແຕ່ຄວາມອາດສາມາດ ຕອບສະໜອງ ໃນຕົວຈິງນັ້ນ ຍັງມີ ຈຳກັດ, ບໍ່ທັນເວົ້າເຖິງ ແຮງງານທີ່ອອກໄປ ຫາກິນຢ່າງຖືກລະບຽບ ຢູ່ຕ່າງປະເທດ ທີ່ຍັງມີແຮງງານດິບ ຫລາຍຈຶ່ງເຮັດໃຫ້ ຄ່າຈ້າງຖືກ. ເວົ້າເຖິງ ການຮຽນສາຍ ວິຊາຊີບຊຳນານ ບໍ່ວ່າຈະເປັນ ນາຍຊ່າງສ້ອມ ແປງລົດ, ຊ່າງສ່ຽນ, ຊ່າງໄມ້, ຊ່າງອອກແບບ ຕົບ ແຕ່ງພາຍໃນເຮືອນ, ຊ່າງກໍ່ສ້າງ, ການແຕ່ງກິນ, ການບໍລິການອື່ນໆ ມີຂໍ້ແລກປ່ຽນ ນຳຫລາຍທ່ານວ່າ ເບິ່ງລວມແລ້ວ ສັງຄົມເຮົາຍັງ ປັບຄວາມເຂົ້າໃຈ ທີ່ຕໍ່ການຮຽນ ສາຍວິຊາຊີບນີ້ ດີເທົ່າທີ່ຄວນ ໃນໄລຍະຜ່ານມາ. ມີຄວາມເຫັນ ຈາກຜູ້ອ່ານ ຈຳນວນໜຶ່ງ ເຫັນວ່າ ນອກຈາກການ ລະດົມ ໃນກຸ່ມນັກຮຽນແລ້ວ, ສຳຄັນຄວນ ໃຫ້ເຖິງຜູ້ປົກຄອງ ນໍາດ້ວຍເພາະ ວ່າສັງຄົມ ເຮົາຜູ້ປົກຄອງ ຍັງມີບົດບາດ ຕັດສິນຕໍ່ອະນາຄົດ ການຮຽນຂອງລູກ, ໝາຍວ່າຍັງມີໜ້ອຍ ທີ່ໃຫ້ລູກຫລານ ຕັດສິນໃຈ ອະນາຄົດ ການຮຽນຂອງ ເຂົາເຈົ້າເອງ. ຜູ້ຂຽນຍັງຈື່ວ່າ ມີອາຈານສອນ ວິທະຍາສາດການແພດ ຜູ້ໜຶ່ງເຄີຍເລົ່າ ໃຫ້ຟັງກ່ອນນີ້ ສິບກວ່າປີ ເລື່ອງຜູ້ປົກຄອງ ຕັ້ງໃຈໃຫ້ລູກຮຽນ ວິຊາແພດ, ມີຫລາຍຄົນ ເອົາໂຕບໍ່ລອດ ຍ້ອນວ່າວິຊານີ້ ມັນບໍ່ງ່າຍ ແລະ ເມື່ອບວກໃສ່ ຜູ້ຮຽນບໍ່ມັກແລ້ວ ຍິ່ງຮ້າຍໄປອີກ, ກ່າວຄືຮຽນ ເພື່ອເອົາໃຈ ຜູ້ປົກຄອງ, ສຸດທ້າຍກໍ່ໄປບໍ່ລອດ. ວິຊາຮຽນໃດ ກໍ່ຕາມເວົ້າລວມ ບໍ່ມີຫຍັງງ່າຍ, ບາງຄົນອາດ ຈະເຂົ້າໃຈວ່າ ຮຽນສາຍສັງຄົມງ່າຍ, ເອົາເຂົ້າໄປ ແທ້ໆບໍ່ລອດ ກໍ່ມີຫລາຍຜ່ານມາ, ສຳຄັນຜູ້ຮຽນ ຕ້ອງອຸທິດຕົນອີຫລີ. ກ້ຽວກັບມາ ວິຊາຊີບຊຳນານງານ ດຽວນີ້ສັງຄົມ ເຮົາພວມຕ້ອງການຫລາຍ, ຍ້ອນການ ຂະຫຍາຍຕົວ ຂອງພາກອຸດສາຫະກຳ ຂະໜາດກາງ-ນ້ອຍ ກໍ່ຄື ການບໍລິການຕ່າງໆ; ພ້ອມດຽວກັນ ຕະຫລາດແຮງງານ ໃນປະເທດເພື່ອນບ້ານ ກໍ່ມີຄວາມຕ້ອງ ການເຊັ່ນດຽວກັນ, ເພື່ອສ້າງຄ່າໃຫ້ ແຮງງານກໍ່ຕ້ອງສຸມ ໃສ່ສ້າງສີມືແຮງງານ ທີ່ມີມາດຕະຖານ, ຢາກສ້າງໄດ້ແຮງງານ ສີມືດີ, ນາຍຊ່າງ ຊຳນານງານຕ່າງໆ ກໍ່ຕ້ອງປຸກລະດົມ ໃຫ້ທົ່ວປວງຊົນ ເຂົ້າໃຈເລິກເຊິ່ງ ເຖິງບັນຫານີ້ ແລະ ຕ້ອງເຮັດໃຫ້ເຖິງ ຖອງອີຫລີ, ສຳຄັນກໍ່ແມ່ນຜູ້ປົກຄອງ ນັກຮຽນ. ທ້າຍສົກຮຽນແຕ່ລະປີ ຄວນຈັດ ເວທີສຳມະນາ ໃດໜຶ່ງແບບ ເປີດກວ້າງ ໃຫ້ຜູ້ປົກຄອງ-ນັກຮຽນ ສາມັນເຂົ້າຮັບຟັງ ໂດຍຂະແໜງການ ກ່ຽວຂ້ອງອະທິບາຍ ຄວາມໝາຍຄວາມສຳຄັນ ຂອງການຮຽນ ສາຍວິຊາຊີບ ຊຳນານງານ, ຮຽນມາແລ້ວ ຈະຫາເຮັດວຽກ ຄືແນວໃດ, ອາດຈະເຊີນ ເອົາຜູ້ປະກອບການ ທຸລະກິດ ຕ່າງໆມາຮ່ວມເວທີ ນຳກໍ່ຍິ່ງດີ. ສ່ວນການສິດສອນ ຮໍ່າຮຽນໃນສາຍວິຊາຊີບ ກໍ່ຈຳເປັນຕ້ອງຍົກລະດັບ ປັບປຸງໃຫ້ສອດຄ່ອງ ຍຸກສະໄໝ, ນັບທັງ ຄູ-ອາຈານ ແລະ ອຸປະກອນເຄື່ອງ ມືທົດລອງຕ່າງໆ, ຮຽນທິດສະດີຕິດ ພັນກັບການ ປະຕິບັດຕົວ ຈິງໄປພ້ອມ ຫລາຍເທົ່າໃດ ກໍ່ຈະເຮັດໃຫ້ ຜູ້ຮຽນຈັບໃຈ ແລະ ໄດ້ຮັບໝາກຜົນ.
ສິ່ງຈະຕາມມາ ກັບການຮຽນວິຊາຊີບ ຊຳນານງານ ນັ້ນແມ່ນການສ້າງໄດ້ສີມື ແຮງງານລາວ ໃຫ້ມີມາດຕະຖານ, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ໃນໄລຍະໃໝ່ ແລະ ຈຳກັດໄດ້ການອັ່ງອໍ ຮຽນຂັ້ນສູງໆພາຍໃນ ແລະ ໄຫລອອກນອກປະ ເທດ ຄືດັ່ງພວມເປັນ.
ທີ່ມາ: www.kpl.gov.la

No comments