ນະຄອນໂຮ່ຈີມິງ ໃຫ້ທຶນຍົກລະດັບວິຊາຊີບແກ່ແມ່ຍິງ


ສະຫະພັນ​ແມ່ຍິງ ນະຄອນຫຼວງ​ວຽງ​ຈັນ ຮ່ວມ​ກັບ​ສະຫະພັນ​ແມ່ຍິງ​ນະຄອນ​ໂຮ່​ຈີ​ມິງ ​ສສ ຫວຽດນາມ ຈັດ​ເຝີກ​ອົບຮົມ​ວິຊາຊີບ​ໃຫ້​ແກ່​ແມ່ຍິງ​ທຸກ​ຍາກ​ດ້ອຍໂອກາດ ແລະ ບໍ່​ມີ​ວຽກ​ເຮັດ​ງານທຳທົ່ວ ນວ ຂຶ້ນ​ວັນ​ທີ 6 ກັນຍາ 2017 ທີ່​ສູນ​ເຝີກ​ອົບຮົມ​ວິຊາຊີບ ສະຫະພັນ​ແມ່ຍິງ ນວ ເມືອງຫາດ​ຊາຍ​ຟອງ ມີ​ທ່ານ ບຸນ​ທ່ຽງ ຂຸນ​ສີ ປະທານ​ແນວ​ລາວ​ສ້າງຊາດ ນວ ຜູ້​ຊີ້​ນຳ​ອົງ​ການຈັດຕັ້ງມະຫາຊົນ ທ່ານ​ນາງ ຄຳ​ໄພ ລັດສະໝີ ປະທານ​ສະຫະພັນ​ແມ່ຍິງ ນວ ທ່ານ​ນາງ ຫງວຽນ​ທິ​ງ໊ອກ ບິກ ປະທານ​ສະຫະພັນ​ແມ່ຍິງ ນະຄອນ​ໂຮ່​ຈີ​ມິງ ຄະນະ​ສະຫະພັນ​ແມ່ຍິງ ນວ ນະຄອນ​ໂຮ່​ຈີ​ມິງ ແລະ ຄະນະ​ສູນ​ເຂົ້າ​ຮ່ວມ.
ຊຸດ​ອົບຮົມ​ຄັ້ງ​ນີ້​ໃຊ້​ເວລາ 30 ວັນ​ຈຶ່ງ​ສຳເລັດ ແລະ ສຳ​ມະ​ນາກອນ 45 ຄົນ ຈະ​ໄດ້​ຮຽນ​ຮູ້​ກ່ຽວກັບ​ວິຊາ​ຊີບ​ການ​ຕັດຫຍິບ ຈັດແຕ່ງ​ຊົງ​ຜົມ ແລະ ການ​ແຕ່ງ​ໜ້າ ໂດຍ​ມີ​ຄູ​ສອນ​ຈາກ​ສູນ​ວັດທະນະທຳ​ແມ່ຍິງ ນະຄອນ​ໂຮ່​ຈີ​ມິງ ມາໃຫ້​ຄວາມ​ຮູ້ ທັງ​ນີ້ ເພື່ອ​ສົ່ງເສີມສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແມ່ຍິງຜູ້​ທີ່​ທຸກ​ຍາກ ແລະ ດ້ອຍ​ໂອກາດ ໄດ້​ຮັບ​ການ​ຍົກ​ລະດັບ​ວິຊາ​ຊີບ ເຊິ່ງ​ພາຍຫຼັງ​ຮຽນ​ຈົບ ​ເຂົາເຈົ້າ​ກໍ່ຈະ​ໄດ້​ນຳ​ເອົາ​ຄວາມ​ຮູ້​ທີ່​ໄດ້​ມານັ້ນ ໄປ​ປະກອບ​ອາຊີບ​ເພື່ອ​ສ້າງລາຍ​ຮັບ​ໃຫ້​ແກ່​ຕົນ​ເອງ ແລະ ຄອບຄົວ ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນ​ເທື່ອ​ລະ​ກ້າວ.
ໂອກາດ​ນີ້ ທ່ານ​ປະທານ​ສະຫະ​ພັນ​ແມ່ຍິງ​ນະຄອນ​ໂຮ່​ຈີ​ມິງ ຍັງ​ໄດ້​ມອບ​ຄອມ​ພິວ​ເຕີ ຈຳນວນ 18 ຊຸດ ແລະ ຊຸກຍູ້​ງົບປະມານ ຈັດ​ເຝີກ​ອົບຮົມ​ຄັ້ງ​ນີ້ ລວມ​ມູນ​ຄ່າທັງ​ໝົດ 772 ລ້ານ​ດົງ ຫຼື ປະມານ 286 ລ້ານ​ກີບ ໃຫ້​ແກ່​ສູນດັ່ງກ່າວ​ຕື່ມ​ອີກ ເຊິ່ງ​ທ່ານ​ປະທານ​ສະຫະພັນ​ແມ່ຍິງ ນວ ໄດ້ກ່າວ​ສະແດງ​ຄວາມ​ຂອບໃຈ​ມາຍັງ​ແມ່ຍິງ​ນະຄອນ​ໂຮ່​ຈີ​ມິງ ທີ່​ໄດ້ໃຫ້ການ​ຊ່ວຍເຫຼືອ​ຄັ້ງ​ນີ້ ອັນ​ເປັນການ​ປະກອບສ່ວນ​ເຂົ້າ​ໃນ​ການເສີມ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມມື ທັງ​ເປັນ​ການ​ປະກອບສ່ວນ​ເຂົ້າໃນ​ກິດຈະກຳ​ທີ່ສອງ​ພັກ-ສອງລັດ ແລະ ປະຊາຊົນ​ສອງ​ຊາດ​ ສະເຫຼີມ​ສະຫຼອງ​ສອງ​ວັນ​ປະຫວັດສາດ ລາວ-ຫວຽດນາມ ຢ່າງເປັນ​ຂະ​ບວນ​ຟົດຟື້ນ.

No comments

Theme images by compassandcamera. Powered by Blogger.