ຍີ່ປຸ່ນ ຊ່ວຍຍົກລະດັບຄຸນະພາບ ການບໍລິການສຸຂະພາບ
ພິທີເຊັນບົດບັນທຶກການສຳຫຼວດອອກແບບ “ໂຄງການປັບປຸງໂຮງໝໍເຊດຖາທິຣາດ ແລະ ໂຮງໝໍແຂວງຈຳປາສັກ” ຈັດຂຶ້ນວັນທີ 6 ກັນຍາ 2017 ທີ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ບຸນໜັກ ໄຊຊະນະສົງຄາມ ຮັກສາການຫົວໜ້າກົມປິ່ນປົວກະຊວງສາທາລະນະສຸກ ແລະ ທ່ານ ຊູນຊູກິຊາ ກູໂດ ຮອງຫົວໜ້າອົງການໄຈກາປະຈຳລາວ ທັງເປັນຜູ້ຮັບຜິດຊອບໂຄງການ ມີທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໂຄງການນີ້ ລັດຖະບານຍີ່ປຸ່ນ ໄດ້ຈັດຕັ້ງທີມງານເຂົ້າມາສຳຫຼວດເພື່ອສຶກສາຂໍ້ມູນ ຈຳນວນ 2 ຄັ້ງ ເຊິ່ງຄັ້ງທຳອິດເດືອນມີນາ ແລະ ຄັ້ງທີ 2 ເດືອນສິງຫາ 2017 ພາຍຫຼັງສຳເລັດການສຳຫຼວດ ທາງທີມງານໄດ້ປຶກສາຫາລືກັບຂະແໜງການກ່ຽວຂ້ອງ ກະຊວງສາທາລະນະສຸກ ກະຊວງການເງິນ ກະຊວງແຜນການ ແລະ ການລົງທຶນ ໂຮງໝໍເຊດຖາທິຣາດ ແລະ ໂຮງໝໍແຂວງຈຳປາສັກ ໂດຍໄດ້ຮັບການຮ່ວມມືເປັນຢ່າງດີ.
ສຳລັບໂຄງການຊ່ວຍເຫຼືອຄັ້ງນີ້ ໂຮງໝໍເຊດຖາທິຣາດ ປະກອບມີອາຄານກວດເຂດນອກ OPD ແລະ ເຂດສຸກເສີນ ER ເປັນອາຄານ 2 ຊັ້ນ ພ້ອມກັບສະໜອງເຄື່ອງອຸປະກອນການແພດ ເຊັ່ນ: ເຄື່ອງຊີທີ-ສະແກນ ເຄື່ອງເອັສເລ ແລະ ອື່ນໆ ສ່ວນໂຮງໝໍແຂວງຈຳປາສັກ ລັດຖະບານຍີ່ປຸ່ນມີແຜນສະໜອງອຸປະກອນການແພດເຄື່ອງຊີທີ-ສະແກນ ແລະ ເຄື່ອງເອັສເລ ໂຄງການນີ້ ຈະປະກອບສ່ວນຍົກຄຸນະພາບການບໍລິການສຸຂະພາບ ແລະ ຍົກລະດັບເນື້ອໃນການເຝິກອົບຮົມ ໃຫ້ແກ່ບຸຄະລາກອນສາທາລະນະສຸກໃຫ້ໂຮງໝໍ 2 ແຫ່ງ ໃຫ້ດີຂຶ້ນ ເພື່ອຮັບໃຊ້ການບໍລິການກວດ ແລະ ປິ່ນປົວຄົນເຈັບ.
ເນື້ອໃນ: ຂ່າວວຽງຈັນໃໝ່
No comments