ເມືອງແກ່ນທ້າວ ປະກາດແຕ່ງຕັ້ງການນໍາຂັ້ນທ້ອງຖິ່ນ
![]() |
ພິທີແຕ່ງຕັ້ງການນໍາຂັ້ນທ້ອງຖິ່ນ ຂອງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນ ວັນທີ 11 ກັນຍາ 2017 ນີ້ ໂດຍເຂົ້າຮ່ວມຂອງ ທ່ານ ສໍາລານ ສຸວັນນະໂຊດ ເຈົ້າເມືອງ ແກ່ນທ້າວ ພ້ອມຄະນະນໍາກ່ຽວຂ້ອງເຂົ້າຮ່ວມ |
ພິທີແຕ່ງຕັ້ງການນໍາຂັ້ນທ້ອງຖິ່ນ ຂອງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນ ວັນທີ 11 ກັນຍາ 2017 ນີ້ ໂດຍເຂົ້າຮ່ວມຂອງ ທ່ານ ສໍາລານ ສຸວັນນະໂຊດ ເຈົ້າເມືອງ ແກ່ນທ້າວ ພ້ອມຄະນະນໍາກ່ຽວຂ້ອງເຂົ້າຮ່ວມ. ຜ່ານຂໍ້ຕົກລົງ ເລກທີ 791 /ຈມ.ກທ ເຈົ້າເມືອງແກ່ນທ້າວຕົກລົງແຕ່ງຕັ້ງ ທ່ານ ສຸພັດ ບົວລະພັນ ຫົວໜ້າໜ່ວຍງານບໍລິຫານ ຫ້ອງການ-ການເງິນ ເມືອງແກ່ນທ້າວ ເປັນຮອງຫົວໜ້າຫ້ອງ ການ-ການເງິນ ເມືອງແກ່ນທ້າວ ແລະ ຂໍ້ຕົກລົງ ເລກທີ792 /ຈມ.ກທ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າໜ່ວຍງານ ແລະ ຮອງຫົວໜ້າໜ່ວຍງານ ຂອງຫ້ອງການ-ການເງີນເມືອງແກ່ນທ້າວ ເຈົ້າເມືອງແກ່ນທ້າວຕົກລົງເຫັນດີແຕ່ງຕັ້ງ ທ່ານ ແສງຈັນ ຈັນທະວົງ ເປັນຫົວໜ້າໜ່ວຍງານບໍລິຫານ-ຈັດຕັ້ງ ແລະ ນາງ ພາວິກອນ ມາດີ ເປັນຮອງ ,ທ່ານ ທົງສັກ ອຸບົນສັກ ເປັນຫົວໜ້າໜ່ວຍງານ ຄຸ້ມຄອງຊັບສິນຂອງລັດ ແລະ ທ່ານ ບຸນຖະໜອມ ຫອມຊັບ ເປັນຮອງ, ທ່ານ ນາງຈັນມາລີ ແສນພັນສີລິ ເປັນຫົວໜ້າໜ່ວຍງານງົບປະມານ ແລະ ທ່ານ ນາງ ກອງຄຳ ດວງປະເສີດ ເປັນຮອງ ແລະ ແຕ່ງຕັ້ງທ່ານ ແສງອານັນ ອຸ່ນທອງດີ ເປັນຫົວໜ້າໜ່ວຍງານ ຄັງເງີນ ແລະ ທ່ານ ຊັນ ສີລິວົງ ເປັນຮອງຫົວໜ້າໜ່ວຍງານຄັງເງີນ.
ເນື້ອໃນ: ຂປລ
No comments