ບໍລິສັດນ້ຳເທີນ 2 ຈັດງານລ້ຽງຕ້ອນຮັບນັກສຶກສາ ຫລັງຮຽນຈົບຢູ່ປະເທດຝຣັ່ງ


ຄະນະ​ນຳ​ ບໍລິສັດ​ນ້ຳ​ເທີນ 2 (NTPC) ໄດ້ຕ້ອນຮັບຄະນະນັກສຶກສາລາວ 4 ນ້ອງພາຍຫລັງສຳ​ເລັດການສຶກສາ ໃນສາຂາວິທະຍາສາດ ແລະ ເຕັກໂນໂລຊີ ເປັນເວລາສອງປີ ທີ່ ປະເທດຝຣັ່ງ, ຊຶ່ງໄດ້ຈັດຂຶ້ນ ໃນວັນທີ 10 ກັນຍາ ນີ້ ທີ່ຮ້ານອາຫານຊັນທາຣາ ນະຄອນຫລວງ​ວຽງ​ຈັນ.
   ສຳ​ລັບນັກສຶກສາທີ່​ຮຽນຈົບ​ໃນຄັ້ງນີ້​, ເປັນຊຸດທຳອິດຂອງໂຄງການ ທຶນການສຶກສາ Bourses d'Avenir ​​ແລະ ພວກນ້ອງໆ ນັກ​ສຶກສາກໍ່ໄດ້ກັບຄືນປະເທດ ​ພ້ອມ​ບັນຈຸ​ເຂົ້າເປັນພະນັກງານໃນບໍລິ ສັດໄຟຟ້ານ້ຳເທີນ 2. ໃນງານລ້ຽງຕ້ອນຮັບໃນຄັ້ງນີ້, ໄດ້ຮັບກຽດເຂົ້າຮ່ວມໂດຍທ່ານ ນາງ ກລູດີນ ເລີດູ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ແລະ ທ່ານ ເຝຣເດຣິກ ອອບຟມັນ ຜູ້ອຳນວຍ ການໃຫຍ່ ບໍລິສັດໄຟຟ້ານ້ຳເທີນ 2, ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.
    ໂຄງການທຶນການສຶກສາ Bourses d’Avenir ແມ່ນໂຄງການທຶນການສຶກສາ ທີ່ສ້າງຕັ້ງຂຶ້ນຮ່ວມກັນ ລະຫວ່າງNTPC ແລະ ສະຖານທູດຝຣັ່ງ ປະຈຳ ສປປ ລາວ, ​ແຕ່ປີ 2015 ເພື່ອຊ່ວຍເສີມສ້າງໃຫ້ມີການສຶກສາ ລະດັບທີ່ສູງຂຶ້ນ ໃນສາຂາວິສະວະກຳໄຟຟ້າ, ກົນຈັກແລະ ໄອທີ ໃນມະຫາ ວິທະຍາໄລທີ່ມີຊື່ສຽງໃນປະເທດຝຣັ່ງ.

 ຂ່າວ: ມະນີ​ທອນ

No comments

Theme images by compassandcamera. Powered by Blogger.