ໝໍ້ໄຟ ບໍ່ທັນສະໄໝ ພາໃຫ້ລົດ ໄຟຟ້າ ຍັງບໍ່ໄດ້ຮັບ ຄວາມນິຍົມ ຫຼາຍປານໃດ
![]() |
ດຣ. Herbert Diess, ຫົວໜ້າບໍລິຫານຂອງບໍລິສັດ
Voklswagen
ອະທິບາຍກ່ຽວກັບລົດໄຟຟ້າລຸ້ນ
ID
BUZZ ທີ່ງານວາງສະແດງລົດ
ໃນນະຄອນຊຽງໄຮ ຂອງຈີນ ໃນວັນທີ 19 ເມສາ, 2017.
|
ການຂາຍລົດໄຟຟ້າ ແມ່ນເປັນຄຳໝັ້ນສັນຍາທີ່ຍິ່ງໃຫຽ່ທີ່ສຸດຢູ່ໃນປະເທດຈີນ ບ່ອນທີ່ບັນດາເຈົ້າໜ້າທີ່ທັງຫຼາຍເຫັນວ່າເທັກໂນໂລຈີດ້ານນີ້ ຈະເປັນການແກ້ໄຂບັນຫາອາກາດເສຍເປັນພິດທີ່ມີຊື່ສຽງບໍ່ດີຢູ່ໃນຕົວເມືອງຕ່າງໆ ຂອງຈີນ ໄດ້ດີທີ່ສຸດ.
ລັດຖະບານຈີນໄດ້ວາງແຜນໄວ້ວ່າ ຈະມີໂຄງການລິເລີ້ມອັນຫລາກຫລາຍ ຊຶ່ງລວມທັງຂໍ້ຮຽກຮ້ອງວ່າ ນັບແຕ່ປີໜ້າເປັນຕົ້ນໄປ ບໍລິສັດຜະລິດລົດໝົດທຸກບ່ອນໃນຈີນຈະຕ້ອງຜະລິດລົດທີ່ແລ່ນໄຟຟ້າໃຫ້ໄດ້ຢ່າງໜ້ອຍແປດເປີເຊັນຂອງການຜະລິດທັງໝົດຂອງເຂົາເຈົ້າ ຊຶ່ງ ບັນດາຜູ້ຜະລິດລົດທັງຫຼາຍກໍກໍາລັງພະຍາຍາມເຮັດຕາມນັ້ນຢູ່.
ໃນງານວາງສະແດງລົດທີ່ນະຄອນຊຽງໄຮ ກໍແມ່ນໄດ້ເຮັດໃຫ້ເຫັນທ່າອ່ຽງອັນນັ້ນແທ້. ທ່ານ Herbert Diess, ຫົວໜ້າບໍລິຫານຂອງບໍລິສັດ Voklswagen ກ່າວວ່າ:
“ລົດໄຟຟ້າ ຈະມີບົດບາດຢ່າງຫລວງຫລາຍໃນທີ່ນີ້ ທີ່ປະເທດຈີນ ແລະເພາະສະນັ້ນພວກເຮົາຈຶ່ງມີຄວາມພູມໃຈຫລາຍ ແລະມີຄວາມກະຕືລືລົ້ນທີ່ຈະນໍາສະເໜີລົດໄຟຟ້າລຸ້ນທີ່ມີຊື່ວ່າ ID BUZZ ຢູ່ທີ່ນີ້ ຊຶ່ງມັນກໍມີຄວາມສໍາຄັນຕໍ່ປະເທດຈີນ ຫລາຍ.”
“ລົດໄຟຟ້າ ຈະມີບົດບາດຢ່າງຫລວງຫລາຍໃນທີ່ນີ້ ທີ່ປະເທດຈີນ ແລະເພາະສະນັ້ນພວກເຮົາຈຶ່ງມີຄວາມພູມໃຈຫລາຍ ແລະມີຄວາມກະຕືລືລົ້ນທີ່ຈະນໍາສະເໜີລົດໄຟຟ້າລຸ້ນທີ່ມີຊື່ວ່າ ID BUZZ ຢູ່ທີ່ນີ້ ຊຶ່ງມັນກໍມີຄວາມສໍາຄັນຕໍ່ປະເທດຈີນ ຫລາຍ.”
ແຕ່ວ່າຜູ້ຊົມໃຊ້ຢູ່ໃນຈີນ ຕະຫລອດທັງຢູ່ໃນສະຫະລັດນີ້ກໍຄືກັນ ບໍ່ໄດ້ພາກັນຟ້າວຟັ່ງໄປຊື້ລົດໄຟຟ້າ ແລະກໍມີເຫດຜົນໃຫຍ່ອັນນຶ່ງທີ່ພາໃຫ້ເປັນແນວນັ້ນ. ທ່ານ Sunita Halasz, ເຈົ້າຂອງລົດທີ່ແລ່ນດ້ວຍໄຟຟ້າຄົນນຶ່ງໃຫ້ຄໍາເຫັນວ່າ:
“ຂ້ອຍມີບັນຊີເບີໂທລະສັບຂອງໝູ່ທີ່ອາໄສຢູ່ທົ່ວຂົງເຂດ Adirondacks ນີ້. ສະນັ້ນຖ້າຂ້ອຍຈະເວົ້າດຽວນີ້ວ່າ ຂ້ອຍຢາກໄປຫາເຂົາເຈົ້າ ຂ້ອຍກໍສາມາດໂທໄປຫາຜູ້ໃດຜູ້ນຶ່ງແລະກໍເວົ້າໄດ້ເລີຍວ່າ ‘ເຮີ້ຍ ຂ້ອຍກໍາລັງຈະເອົາລົດເຂົ້າໄປຈອດຢູ່ຮ່ອມເຮືອນຂອງເຈົ້າເດີ້ ເຈົ້າມີຮູປັກສຽບໄຟຟ້າ ຢູ່ນອກເຮືອນຂອງເຈົ້າບໍ?’”
“ຂ້ອຍມີບັນຊີເບີໂທລະສັບຂອງໝູ່ທີ່ອາໄສຢູ່ທົ່ວຂົງເຂດ Adirondacks ນີ້. ສະນັ້ນຖ້າຂ້ອຍຈະເວົ້າດຽວນີ້ວ່າ ຂ້ອຍຢາກໄປຫາເຂົາເຈົ້າ ຂ້ອຍກໍສາມາດໂທໄປຫາຜູ້ໃດຜູ້ນຶ່ງແລະກໍເວົ້າໄດ້ເລີຍວ່າ ‘ເຮີ້ຍ ຂ້ອຍກໍາລັງຈະເອົາລົດເຂົ້າໄປຈອດຢູ່ຮ່ອມເຮືອນຂອງເຈົ້າເດີ້ ເຈົ້າມີຮູປັກສຽບໄຟຟ້າ ຢູ່ນອກເຮືອນຂອງເຈົ້າບໍ?’”
ຄວາມກັງວົນດັ່ງກ່າວເອີ້ນກັນວ່າ “range anxiety ຫຼື ຄວາມກະວົນກະວາຍຢ້ານບໍ່ມີ ບ່ອນສາກໄຟ ເປັນຄວາມຢ້ານກົວທີ່ມີຢູ່ຕະຫລອດ ວ່າແບັດເຕີຣີລົດຂອງໂຕຈະໝົດໄຟ ແລະລົດຂອງໂຕ ຈະຕາຍຢູ່ບ່ອນໃດບ່ອນນຶ່ງ ເພາະຊອກຫາປັກສຽບໄຟຟ້າ ຢູ່ໃສກໍບໍ່ໄດ້.
ເມື່ອທຽບໃສ່ກັບການໃຊ້ເວລາບໍ່ເທົ່າໃດນາທີ ເພື່ອເຕີມນໍ້າມັນໃສ່ໃຫ້ເຕັມຖັງ ໃສ່ກັບບ່ອນສາກໄຟແລ້ວ ການໃຊ້ໝໍ້ໄຟຍັງລ້າຫຼັງຫລາຍຢູ່. ແຕ່ແນວໃດກໍຕາມ ສະຖານີສາກລົດໄຟຟ້າແມ່ນກໍາລັງເກີດຂຶ້ນຢ່າງວ່ອງໄວຢູ່ໃນຈີນ, ຢູ່ສະຫະລັດ ແລະຢູ່ອີກຫລາຍໆປະເທດ.
ບໍລິສັດລົດ Tesla ເວົ້າວ່າ ຕົນຈະເພີ້ມຈໍານວນສະຖານີສາກລົດໄຟຟ້າ Superchargeໃນປີນີ້ ໃຫ້ໄດ້ເຖິງ 10,000 ບ່ອນ. ບໍລິສັດຜະລິດລົດໄຟຟ້າແຫ່ງອື່ນໆ ກໍກໍາລັງນໍາແບບດຽວກັນນີ້ຢູ່.
ແຕ່ຢ່າງໃດກໍຕາມ ການຄົ້ນພົບທາງອອກທີ່ຈິງແທ້ກໍຄື ການຜະລິດແບັດເຕີຣີ ທີ່ສາມາດບັນຈຸພະລັງງານໄດ້ຫລາຍກວ່າເກົ່າ.
ທ່ານ Xu Liuping, ປະທານບໍລິສັດ Changan Auto ອະທິບາຍວ່າ: “ເທັກໂນໂລຈີໃນການຜະລິດແບັດເຕີຣີ ແມ່ນປັດໃຈຫລັກຂອງການພັດທະນາລົດໄຟຟ້າ. ຖ້າຫາກບໍ່ມີຄວາມຫລາກຫລາຍໃນອຸດສະຫະກໍາດ້ານນີ້ແລ້ວ ແລະກໍບໍ່ມີການລົງທຶນພຽງພໍ ໃສ່ດ້ານ ພອນສະຫວັນ, ດ້ານເທັກໂນໂລຈີ ແລະເງີນແລ້ວ, ມັນກໍຈະເປັນໄປບໍ່ໄດ້ ທີ່ຈະຖະນຸຖະໜອມເຮັດໃຫ້ ຜະລິດຕະພັນທີ່ດີເລີດ ອັນນີ້ ພັດທະນາຂຶ້ນໄປໄດ້.”
ຜູ້ຊ່ຽວຊານເວົ້າວ່າ ຕາບໃດຫາກຍັງເຮັດບໍ່ໄດ້ເຊັ່ນນັ້ນ ການແກ້ໄຂບັນຫາທີ່ດີທີ່ສຸດກໍຄື ເຮັດລົດປະສົມ ທີ່ໃຊ້ທັງນໍ້າມັນ ແລະໄຟຟ້າ ໂດຍທີ່ໃຫ້ແລ່ນໃນໄລຍະທາງໃກ້ດ້ວຍແບັດເຕີຣີ ແລະເມື່ອໄປໄລຍະໄກກໍໃຫ້ໃຊ້ນໍ້າມັນແລ່ນ.
No comments