ລາວວາງເປົ້າໝາຍ ທີ່ຈະລົບລ້າງ ໄຂ້ມາເລເຣຍ ໃຫ້ໄດ້ພາຍໃນ ປີ 2020

ທາງການລາວ ໃຊ້ມາດຕະການ ສະເປຢາຂ້າຍຸງ ເພື່ອປ້ອງກັນ ການລະບາດຂອງໄຂ້ມາເລເຣຍ ແລະ ໄຂ້ຍຸງລາຍ



ໂດຍການຈັດຕັ້ງປະຕິບັດ ເພື່ອໃຫ້ສາມາດບັນລຸເປົາໝາຍດັ່ງກ່າວ ຢ່າງແທ້ຈິງນັ້ນອົງການ USAID ຂອງລັດຖະບານສະຫະລັດອາເມຣິກາ ກໍໄດ້ໃຫ້ການການຊ່ວຍເຫຼືອແກ່ລັດຖະບານລາວ 3 ລ້ານໂດລາ ເພື່ອນຳໃຊ້ໃນການສ້າງຄວາມເຂັ້ມແຂງ ໃຫ້ລະບົບຫ້ອງວິເຄາະທາງການແພດ ແລະ ລະບາດວິທະຍາ ໃນລາວ ດ້ວຍການປະສານງານຢ່າງໃກ້ຊິດ ກັບອົງການອະນາໄມໂລກ (WHO) ໃນຊ່ວງປີ 2017-2020 ແລະ ພ້ອມກັນນີ້ ທາງການສະຫະລັດ ຍັງໄດ້ສົ່ງມອບມຸ້ງກັນຍຸງ ຈຳນວນ 120,000 ດາງ ເພື່ອໃຫ້ທາງການລາວ ນຳໄປແຈກຍາຍໃຫ້ກັບປະຊາຊົນລາວ ໃນແຂວງບໍລິຄຳໄຊ ຄຳມ່ວນອຸດົມໄຊ ຜົ້ງສາລີ ໄຊຍະບູລີ ສາລະວັນ ແລະ ສະຫວັນນະເຂດ ໂດຍເປັນການດຳເນີນງານ ພາຍໃຕ້ໂຄງການທີ່ເອີ້ນວ່າ President’s Malaria Initiative ທີ່ໃຫ້ການຊ່ວຍເຫຼືອແກ່ລາວ ນັບເປັນເວລາກວ່າ 10 ປີມາແລ້ວ.
ອົງການ USAID ຂອງລັດຖະບານສະຫະລັດອາເມຣິກາ ກໍໄດ້ສົ່ງມອບມຸ້ງກັນຍຸງ ຈຳນວນ 120,000 ດາງ ເພື່ອໃຫ້ ທາງການລາວ ນຳໄປແຈກຍາຍໃຫ້ກັບປະຊາຊົນລາວ ໃນແຂວງບໍລິຄຳໄຊ ຄຳມ່ວນ ອຸດົມໄຊ ຜົ້ງສາລີ ໄຊຍະບູລີ ສາລະວັນ ແລະ ສະຫວັນນະເຂດ.

         ທາງດ້ານອົງການອະນາໄມໂລກ ສຳນັກງານປະຈຳ ສປປ ລາວ ລາຍງານວ່າ ນອກຈາກບັນຫາ ພະຍາດໄຂ້ມາເລເຣຍແລ້ວ ປະຊາຊົນລາວ ກໍຍັງຕ້ອງປະເຊີນກັບບັນຫາການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ໃນລະດັບທີ່ຮຸນແຮງຫຼາຍຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ ຊຶ່ງຈະເຫັນໄດ້ ຈາກຈຳນວນຄົນທີ່ຕິດເຊື້ອໄຂ້ຍຸງລາຍ ເພີ່ມຂຶ້ນຕົວຢ່າງ ກໍຄືມີປະຊາຊົນລາວ ເປັນພະຍາດໄຂ້ຍຸງລາຍ 1,950 ກວ່າຄົນ ໃນປີ 2015 ແລ້ວ ກໍເພີ່ມຂຶ້ນເປັນຫຼາຍກວ່າ 5,610 ຄົນ ໃນປີ 2016 ສ່ວນໃນຊ່ວງ 6 ເດືອນທຳອິດ ຂອງປີ2017 ນີ້ ກໍມີປະຊາຊົນລາວຕິດພະຍາດໄຂ້ຍຸງລາຍແລ້ວ ຫຼາຍກວ່າ 3,000 ຄົນ ຊຶ່ງຖືເປັນອັດຕາການເພີ່ມ ໃນລະດັບທີ່ສູງສົມຄວນ ເພາະຈາກສະຖິຕິ ສະເພາະເດືອນມັງກອນ 2016 ມີປະຊາຊົນລາວ ທີ່ຕິດພະຍາດໄຂ້ຍຸງລາຍແລ້ວຫຼາຍກວ່າ 96 ຄົນຫາກແຕ່ກໍເພີ່ມຂຶ້ນເປັນ 235 ຄົນ ໃນເດືອນມັງກອນ 2017 ນີ້.
         ໂດຍເຂດທີ່ມີການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ໃນລະດັບຮຸນແຮງ ຄືເຂດນະຄອນວຽງຈັນ ອັດຕະປື ແລະ ຈຳປາສັກ ສ່ວນເຂດທີ່ຍັງບໍ່ທັນພົບການແຜ່ລະບາດຄື ແຂວງບໍ່ແກ້ວ ຫລວງນ້ຳທາ ຜົ້ງສາລີ ຫົວພັນ ໄຊສົມບູນ ແລະ ຊຽງຂວາງ ສ່ວນແຂວງອື່ນໆ ຍັງເປັນການແຜ່ລະບາດ ສະເພາະໃນເຂດຕົວເມືອງ ຫາກແຕ່ວ່າ ບັນຫາທີ່ໜ້າເປັນຫ່ວງຢ່າງຍິ່ງ ກໍຄືເກີນກວ່າ 65 ເປີເຊັນ ຂອງຈຳນວນຜູ້ປ່ວຍທັງໝົດໃນປັດຈຸບັນເປັນເດັກນ້ອຍທີ່ຍັງບໍ່ຮູ້ວິທີການປ້ອງກັນຕົວເອງ ຈາກພະຍາດດັ່ງກ່າວນີ້.
        ກ່ອນໜ້ານີ້ ທ່ານຝຸ່ນຄຳ ລັດຕະນະວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືຂອງກະຊວງສາທາລະນະສຸກ ຍອມຮັບວ່າ ລະບົບໃຫ້ບໍລິການດ້ານສາທາລະນະສຸກຂອງລັດຖະບານລາວ ໃນປັດຈຸບັນ ຍັງບໍ່ສາມາດຕອບສະໜອງຄວາມຕ້ອງການຂັ້ນພື້ນຖານ ຂອງແມ່ ແລະ ເດັກໄດ້ຢ່າງທົ່ວເຖິງ ທັງຍັງມີຂໍ້ຈຳກັດດ້ານບຸຄະລາກອນແລະ ເຄື່ອງມືທາງການແພດອີກດ້ວຍ.
        ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ລາວເປັນປະເທດທີ່ມີອັດຕາການເສຍຊີວິດຂອງແມ່ຍິງ ໃນຂະນະເກີດລູກ ແລະ ການເສຍຊີວິດຂອງເດັກເກີດໃໝ່ ຍັງມີອັດຕາສະເລ່ຍສູງທີ່ສຸດ ໃນອາຊ່ຽນ ສ່ວນການທີ່ຈະແກ້ໄຂບັນຫາໄດ້ນັ້ນ ກໍມີພຽງການພັດທະນາ ເພື່ອຍົກລະດັບຄຸນນະພາບການໃຫ້ບໍລິການ ຂອງສຸກສາາລາ 1,000 ກວ່າແຫ່ງ ໃນເຂດຊົນນະບົດໃຫ້ໄດ້ມາດຕະຖານຢ່າງແທ້ຈິງເທົ່ານັ້ນ.



No comments

Theme images by compassandcamera. Powered by Blogger.