ຫລວງພະບາງ-ດຽນບຽນ ຫາລືວຽກງານຮ່ວມມືຮອບດ້ານ
ຂປລ. ວັນທີ 17 ສິງຫາ 2017 ນີ້, ທ່ານ ຄໍາຂັນ ຈັນທະວີສຸກ ເລຂາພັກແຂວງ, ເຈົ້າແຂວງຫລວງພະບາງ ໄດ້ພົບປະກັບ ທ່ານ ເຈີ່ນວັນ ເຊີ່ນ ກໍາມະການຄະນະ ບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ເລຂາພັກແຂວງ, ຫົວໜ້າຄະນະສະພາແຫ່ງຊາດ ແຂວງດຽນບຽນ ພ້ອມຄະນະ ເພື່ອປຶກສາຫາລືກ່ຽວກັບ ການຮ່ວມມືຮອບດ້ານ ຂອງສອງແຂວງດັ່ງກ່າວ.
ເພື່ອເຮັດໃຫ້ການພົວພັນຮ່ວມມືຂອງ 2 ແຂວງ ມີປະສິດທິພາບນັ້ນ, ທ່ານເຈົ້າແຂວງຫລວງພະບາງ ຍັງໄດ້ມີແລກປ່ຽນບາງຈຸດສຳຄັນຄື: ສະເໜີໃຫ້ສືບຕໍ່ການ ແລກປ່ຽນຢ້ຽມຢາມ ແລະ ເຮັດວຽກຂອງການນໍາ ກໍຄື ຂະແໜງການ 2 ແຂວງດ້ວຍຫລາຍຮູບການ, ຜັນຂະຫຍາຍຈັດຕັ້ງປະຕິບັດ ເນື້ອໃນບົດບັນທຶກທີ່ການນໍາສອງແຂວງ ໄດ້ລົງນາມຮ່ວມກັນຢູ່ ແຂວງດຽນບຽນ ໃຫ້ປະກົດຜົນເປັນຈິງ, ສືບຕໍ່ການຮ່ວມມືກັນຢ່າງແໜ້ນແຟ້ນ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮອບດ້ານ ແລະ ສ້າງເຂດຊາຍແດນຂອງສອງແຂວງ ໂດຍມີມາດຕະການ, ຕິດຕາມກວດກາ ການຂ້າມແດນຜິດກົດໝາຍ ຂອງພົນລະເມືອງ, ການລັກລອບທໍາລາຍ ຊັບພະຍາກອນທໍາມະຊາດ, ບັນຫາຢາເສບຕິດ ແລະ ອື່ນໆ, ສືບຕໍ່ຍົກສູງຄຸນນະພາບ ແລະ ປະສິດທິຜົນໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ວັດທະນະທໍາ-ການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ, ຄົມມະນາຄົມ ແລະ ອື່ນໆ. ນອກນັ້ນແຂວງຫລວງພະບາງ ຍັງໄດ້ສະເໜີໃຫ້ ແຂວງດຽນບຽນຊ່ວຍເຫລືອກ່ຽວກັບ ການກໍ່ສ້າງເສັ້ນທາງປູຢາງ ຕາມຊາຍແດນ ລະຫວ່າງ 2 ແຂວງໃຫ້ທຽວໄດ້ສະ ດວກຫລາຍຂຶ້ນ, ສະເໜີໃຫ້ພິຈາລະນາ ສະໜັບສະໜູນທຶນຊ່ວຍເຫລືອເພີ່ມຕື່ມ ໃນການກໍ່ສ້າງຫ້ອງ່ວາການປົກຄອງ ແຂວງຫລວງພະບາງຫລັງໃໝ່ ທີ່ພວມດໍາເນີນກໍ່ສ້າງ ໃນປະຈຸບັນຍັງບໍ່ທັນສໍາເລັດ.
ໂອກາດນີ້, ທ່ານ ເຈີ່ນວັນເຊີ່ນ ໄດ້ກວ່າບາງຕອນວ່າ: ຕໍ່ການສະເໜີຂອງແຂວງຫລວງພະບາງ ນັ້ນຝ່າຍຫວຽດນາມ ຈະໄດ້ຮັບເອົາຄໍາສະເໜີເຂົ້າໃນ ກອງປະຊຸມຂອງແຂວງດຽນບຽນ ເພື່ອພິຈາລະນາຂໍງົບ ປະມານ ໃນການໃຫ້ທຶນສະໜັບສະໜູນ ກໍ່ສ້າງອາຄານຢູ່ດ່ານນາຊ່ອນ ເມືອງໂພນທອງ ແຂວງຫລວງພະບາງ. ຈາກນັ້ນ ທ່ານກໍໄດ້ມອບເງິນ ມູນຄ່າ 4 ຕື້ດົງ ໃຫ້ແຂວງຫລວງພະບາງ ເພື່ອສືບຕໍ່ກໍ່ສ້າງຫ້ອງວ່າ ການຫລັງໃໝ່ ຕື່ມອີກ
ເນື້ອໃນ: ຂປລ
No comments