ປະຫວັດຄວາມເປັນມາການເຮັດບຸນຫໍ່ເຂົ້າປະດັບດິນ ເປັນປະເພນີໜຶ່ງໃນຮີດສິບສອງ ນິຍົມເຮັດໃນມື້ແຮມ 14 ຄ່ຳເດືອນເກົ້າ
ມູນເຫດຂອງຄວາມເປັນມາ ຂອງເລື່ອງການເຮັດບຸນຫໍ່ເຂົ້າປະດັບດິນນີ້ ເກີດຈາກຄວາມເຊື່ອຕາມນິທານທຳມະບົດວ່າ:
“ຍາດພີ່ນ້ອງຂອງພຣະເຈົ້າພິມພິສານໄດ້ຍັກຍອກເງິນວັດ ຂອງສົງຄ໌ຕ່າງໆ ໄປເປັນຂອງຕົນເອງ ໃນສະໄຫມພຣະກັດສະປະ ພຣະພຸດທະເຈົ້າ ພວກອະດີດຍາດພີ່ນ້ອງຂອງພຣະເຈົ້າພິມພິສານເຫຼົ່ານັ້ນ ຄັນຕາຍໄປແລ້ວໄດ້ໄປເກີດເປັນເຜດໃນນະຣົກຕະຫຼອດພຸດທະທັນດອນ ເມື່ອພຣະເຈົ້າພິມພິສານຖວາຍທານແດ່ ພຣະສະມະນະໂຄດົມພຸດທະເຈົ້າ ໃນພັດທະກັບນີ້ ລືມຢາດນຳ້ອຸທິດສ່ວນກຸສົນໄປໃຫ້ແກ່ພວກຍາດພີ່ນ້ອງເຫຼົ່ານັ້ນ ພໍຕົກກາງຄືນມາພວກເຜດຍາດພີ່ນ້ອງຂອງພຣະເຈົ້າພິມພິສານເຫຼົ່ານັ້ນໄດ້ມາສົ່ງສຽງຮ້ອງອັນໂຫຍຫວນແລະສະແດງຮູບຮ່າງອັນເປັນຕາຢ້ານໃຫ້ແກ່ພຣະເຈົ້າພິມພິສານ ໄດ້ຍິນແລະເຫັນ ພໍຮຸ່ງເຊົ້າມື້ໃໝ່ຂຶ້ນມາຈຶ່ງໄດ້ສະເດັຈໄປຖາມພຣະພຸທທະເຈົ້າ ພຣະພຸດທະອົງຄ໌ຊົງເລົ່າເລື່ອງລາວ ທີ່ເປັນມູນເຫດໃຫ້ພຣະເຈົ້າພິມພິສານໄດ້ຊົງຊາບ ພຣະເຈົ້າພິມພິສານຈຶ່ງໄດ້ເຮັດບຸນຖວາຍທານອີກ ແລ້ວຈື່ງອຸທິດສ່ວນກຸສົນໄປໃຫ້ ພວກຍາດພີ່ນ້ອງທີ່ຕາຍໄປແລ້ວໃຫ້ໄດ້ຮັບສ່ວນກຸສົນແລ້ວ ໄດ້ມາສະແດງຕົນໃຫ້ພຣະເຈົ້າພິມພິສານເຫັນແລະຊາບວ່າ ຄວາມທຸກທີ່ພວກເຂົາໄດ້ຮັບນັ້ນ ໄດ້ທຸເລົາເບົາບາງລົງແລ້ວ ເພາະການອຸທິດສ່ວນກຸສົນຂອງພຣະອົງຄ໌ ດັ່ງນັ້ນ ຄົນລາວເຮົາຈຶ່ງຖືເອົາມູນເຫດນີ້ ເຮັດບຸນຫໍ່ເຂົ້າປະດັບດິນນັບແຕ່ມື້ນັ້ນຕິດຕໍ່ກັນມາບໍ່ໄດ້ຂາດ ສືບທອດມາຈົນເຖິງປັດຈຸບັນ.
ຫຼືບາງຄົນກໍເຮັດໃສ່ເຈັຍ ໂຟມສະໂນ ແລ້ວແຕ່ສະດວກ ຫຼືບາງຄົນກໍເອົາອາຫານຫວານຄາວໃສ່ໃນຫໍ່ດຽວ ກັນເລີຍກໍມີ ສິ່ງຂອງເຫຼົ່ານີ້ ຈະໜ້ອຍ ຫຼືຫຼາຍ ນັ້ນກໍແລ້ວແຕ່ສັດທາ.
ພໍຮອດເຊົ້າຂອງມື້ແຮມ 14 ຄຳ່ ເດືອນເກົ້າ ຕອນເຊົ້າມືດ ຄື ເວລາປະມານ 4-6 ໂມງ ປະຊາຊົນຈະນຳເອົາອາຫານທີ່ຫໍ່ໄວ້ມື້ຄືນນີ້ໄປວາງໄວ້ຕາມພື້ນດິນ ວາງແຈກໄວ້ຕາມບໍລິເວນວັດ ຕົ້ນໂພ ຕົ້ນໄມ້ ຕ້າຍວັດ ພ້ອມກັບຈູດທຽນ ແລະບອກກ່າວແກ່ເຜດຜີໃຫ້ມາຮັບເອົາສິ່ງຂອງແລະຜົລບຸນນັ້ນດ້ວຍ.
Cr: ພຣະ ຈັນນ້ອຍ ອິນຮັກສາ
#ທັມມະພຣະຄຸນແມ່
#ທັມມະພຣະຄຸນແມ່
No comments