ຄິມເບີຣີ (Kimberley) ຢ້ານມີດໝໍ ໜ້າງາມໆທີ່ເຫັນຄືຂອງແທ້ ບໍ່ໄດ້ສັນຍະກຳ

ບໍ່ຮູ້ວ່າເປັນກະແສຂ່າວທີ່ລົມກັນປາກຕໍ່ປາກ ຫຼື ດ້ວຍເຫດໃດ ເອື້ອຍຂອງນາງເອກທີ່ມີນາມວ່າ ຄິມເບີຣີ (Kimberley) ອອກມາ post ຮູບພາບປຽບທຽບພັດທະນາການຄວາມງາມ ແລະ ເປະເວີຂອງນ້ອງສາວຕົນເອງລົງໃນ ອິນສະຕາແກຼມ ພ້ອມກັບຂໍ້ຄວາມທີ່ບົ່ງບອກແບບແຊບ ແຊບ ໃນຄວາມໝາຍປະມານວ່າ “ໃຜທີ່ບອກວ່ານ້ອງຂ້ອຍໄປສັນຍາກຳໜ້າມາ…?? ຄືຈະບໍ່ຕ້ອງໄດ້ເວົ້າອີກແລ້ວເນາະ” ໃຫ້ບັນດາຜູ້ຄົນທີ່ມັກເວົ້າໄດ້ສະອຶກໄປຕາມ ຕາມກັນ.

zzz_1259_1474044080
ພຽງເທົ່ານັ້ນຍັງບໍ່ພໍ ລ້າສຸດໃນງານຖະແຫຼ່ງຂ່າວງານໜຶ່ງ ທາງດ້ານຂອງນັກສະແດງສາວ ຄິມເບີຣີ ເອງ ກໍ່ໄດ້ອອກມາເປີດໃຈເຖິງເລື່ອງດັ່ງກ່າວໃນທຳນອງດຽວກັນວ່າ ປົກກະຕິແລ້ວຕົນເອງເປັນຄົນທີ່ຢ້ານມີດໝໍຢູ່ແລ້ວ ຈຶ່ງບໍ່ມີທາງໄປເພິ່ງພາທ່ານພໍໃນການອັບເກຼດຄວາມງາມຢ່າງແນ່ນອນ ສ່ວນເລື່ອງທີ່ຄົນອື່ນຈະເບິ່ງໄປໃນທິດທາງໃດນັ້ນ ເຈົ້າໂຕກໍ່ບໍ່ໄດ້ຫ້າມ ແລະ ທີ່ສໍາຄັນຕົນເອງກໍ່ບໍ່ແມ່ນຄົນທີ່ anti ເລື່ອງຂອງການສັນຍະກຳຢູ່ແລ້ວ.



ຫຼາຍຄົນສົງໄສວ່າເກີດຫຍັງຂຶ້ນ ຢູ່ດີໆເອື້ອຍຂອງຄິມເບີຣີຈຶ່ງໄດ້ອອກມາ post ກ່ຽວກັບເລື່ອງການສັນຍະກຳ.?

“ຄວາມຈິງແລ້ວ ປະເດັ່ນນີ້ແມ່ນດົນມາແລ້ວ ແລະ ກໍ່ບໍ່ໄດ້ທີປະເດັ່ນໃດອອກມາວ່າຄິມເຮັດສັນຍະກຳ ເພາະຖ້າເປັນຄົນທີ່ເຄີຍເຮັດຮູບຄິມຕອນຍັງນ້ອຍ ຈະສາມາເບິ່ງອອກໄດ້ວ່າ ຄິມບໍ່ໄດ້ມີຫຍັງທີ່ປ່ຽນແປງໄປ ສ່ວນຮູບພາບທີ່ເອື້ອຍເປັນຄົນ post ນັ້ນ ເປັນຮູບຕັ້ງແຕ່ຕອນຄິມອາຍຸໄດ້ພຽງແຕ່ 9ປີ ເອື້ອຍຂອງຄິມອາດຈະພຽງຢາກບອກວ່າມັນບໍ່ໄດ້ເບິ່ງແຕກຕ່າງກັນເລີຍ”

zzz_2264_1474044085


ສະແດງວ່າເອື້່ອຍຂອງຄິມກໍ່ຄ້າຍຄືກັບວ່າບໍ່ພໍໃຈທີ່ມີຄົນມາປຽບທຽບ ຫຼື ເວົ້າເລື່ອງອີ່ຫຍັງແບບນີ້.?

“ບໍ່ແມ່ນບໍ່ພໍໃຈ ພຽງແຕ່ມັນເປັນຂ່າວ ເປັນກະແສ ທີ່ເຄີຍມີມາກ່ອນໜ້ານີ້ແລ້ວ ເຊິ່ງການທີ່ເອື້ອຍຂອງຄິມເອົາໄປ post ເຂົາເອງກໍ່ພຽງແຕ່ ລົງໄປເລື້ອຍໆ ບໍ່ໄດ້ຄິດຈະໃຫ້ມັນເປັນຂ່າວ ຫຼື ເປັນປະເດັ່ນໃດ ໃດ”


zzz_2490_1474044087


ສ່ວນໂຕແລ້ວ ຄິມເອງຄິດວ່າໜ້າເຮົາປ່ຽນໄປຈາກແຕ່ກ່ອນ ຫຼື ບໍ່.?

“ຄິມເອງບໍ່ໄດ້ຮູ້ສຶກວ່າມັນປ່ຽນໃດ ແຕ່ຄິດໃນມຸມຂອງຄົນອື່ນຄືກັນວ່າ ຖ້າເປັນຄົນອື່ນທີ່ເບິ່ງເຮົາ ເຂົາເຈົ້າອາດຈະເບິ່ງວ່າເຮົາໄປເຮັດຫຍັງມາແດ່ ເຊິ່ງມັນກໍ່ບໍ່ໄດ້ມີຫຍັງ (ຍິ້ມ ແລະ ຫົວ)”


zzz_9184_1474044089

ຕອນທີ່ເຮັດເອື້ອຍເຮົາ post ຮູບນັ້ນລົງໄປ ເຮົາເອງເດະຄິດນດ ຕົກໃຈບໍ່ກັບຮູບນັ້ນ.?

“ບໍ່ໄດ້ຕົກໃຈຫຍັງ ເພາະວ່າຮູ້ຢູ່ແລ້ວວ່າເອື້ອຍຈະ post ຮູບນັ້ນລົງ”



zzz_1121_1474044077
ແຕ່ເຫັນກ່ອນໜ້ານີ້ທາງ ໝາກ ປະຣິນ ກໍ່ໄດ້ອອກມາເວົ້າໃດວ່າ ຄິມຍິ່ງໃຫຍ່ຍິ່ງງາມຂຶ້ນ.?

“(ຍິ້ມແບບເຂີນໆ..) ບໍ່.. ບໍ່ໄດ້ງາມຂຶ້ນ ພຽງແຕ່ອາດຈະເປັນເພາະວ່າຈ່ອຍລົງຈາກເມື່ອກ່ອນ”




zzz_1756_1474044083




ປົກກະຕິແລ້ວ ເຮົາເອງເປັນຄົນທີ່ anti ເລື່ອງສັນຍະກຳບໍ່.?

“ບໍ່ນ່ະ ຄິມເອງບໍ່ໄດ້ເປັນຄົນທີ່ anti ເລື່ອງສັນຍາກຳ ຄືວ່າໃຜທີ່ເຮັດແລ້ວງາມຂຶ້ນກໍ່ເຮັດ ແຕ່ເຮົາເອງບໍ່ໄດ້ເຮັດແນ່ນອນ 100 ເປີເຊັນ”



ຖ້າຫາກໃຫ້ໄປເຮັດສັນຍາກຳ ເຮົາເອງຄິດຢາກເຮັດຫຍັງ.?

“ເອົາແທ້ໆເລີຍ ຄິມເອງເປັນຄົນທີ່ຢ້ານຫຼາຍ ບໍ່ກ້າ ຢ້ານມີດໝໍ ຢ້ານໄປໝົດເລີຍ ໜ້າຕາກາຍັງເປັນແບບນີ້ຢູ່ຄືເກົ່າບໍ່ໄດ້ປ່ຽນຫຍັງເລີຍ”



ຖາມເຖິງເປັນເດັ່ນຂອງ page anti ທີ່ລ້າສຸດອອກມາໂຈມຕີ ຄິມກັບໝາກ ເຮົາຮູ້ແລ້ວ ຫຼື ບໍ່.?

“ເຫັນແລ້ວ ແຕ່ກໍ່ໄດ້ບຣ໋ອກໄປແລ້ວ ແຕ່ສ່ວນ ໝາກ ປະຣິນ ບໍ່ໄດ້ບຣ໋ອກກໍ່ບໍ່ເປັນຫຍັງ ຄິມບຣ໋ອກເອງ (ຍິ້ມ) ຄືຄິມບໍ່ຢາກເຫັນອີ່ຫຍັງແບບນີ້ ເພາະວ່າມັນຂ້ອນຂ້າງຂັດຫູຂັດຕາ ຮູບໃດບໍ່ງາມ ບໍ່ກ່ຽວກັບເຮົາ ເຮົາກໍ່ບຣ໋ອກ”



ການທີ່ມີຄົນອອກມາເຮັດແບບນີ້ ມັນເຮັດໃຫ້ບັນທອນຄວາມສຳພັນຂອງທັງສອງຄົນບໍ່$.?

“ບໍ່ໃດ... ຄືວ່າເຮົາຜ່ານເລື່ອງລາວຕ່າງໆມານຳກັນຫຼາຍແລ້ວ ແລະ ນີ້ກໍ່ບໍ່ແມ່ນເລື່ອງທຳອິດທີ່ເຮົາເຈິ ແລະ ກໍ່ບໍ່ໄດ້ເປັນປະເດັ່ນທີ່ຮ້າຍແຮງຫຍັງ ເປັນພຽງໄອຈີອັນໜຶ່ງເທົ່ານັ້ນເອງ”



ເຮົາຄິດຢາກຈະເອົາເລື່ອງເອົາລາວກັນຄົນເຫຼົ່ານັ້ນ ຫຼື ບໍ່.?

“ຄືວ່າມັນບໍ່ໄດ້ເຖິງຂັ້ນຮຸນແຮງປານນັ້ນ ແຕ່ຖ້າຫາກມາມີຂ່າວແບບນີ້ອອກມາຫຼາຍ ຫຼາຍ ເຮົາກໍ່ອາດຈະຕ້ອງໄດ້ໃຊ້ໄມ້ແຂງໃນການຈັດການເຊັ່ນດຽວກັນ”



ມີຫຍັງຢາກຈະບອກຄົນເຫຼົ່ານັ້ນບໍ່ ກັບການທີ່ອອກມາເຮັດແບບນີ້.?

“ຈະເຮັດບຸນໄປໃຫ້ (ຍິ້ມ ແລະ ຫົວ) ເຂົາເຈົ້າຄືຈະມີບັນຫາແຫຼະ ເພາະຄົນປົກກະຕິເຂົາເຈົ້າກໍ່ຕ້ອງມີຄວາມສຸກກັບຊີວິດຕົນເອງ”



ຂອບໃຈຮູບຈາກ Instagram @kimmy_kimberley / @jenzzii

No comments

Theme images by compassandcamera. Powered by Blogger.