ມາລິໂອ ເກິດອາການຕົກໃຈ!! ໂກໂກ້ ນິລຸດ ເຊີ່ງເປັນອາດິດຜູ້ຈັດການໄດ້ເສຍຊີວິດແລ້ວແຕ່..! ໄດ້ເຄີຍເວົ້າໄວ້ວ່າ

ຖືວ່າເປັນເລື່ອງທີ່ໜ້າຕົກໃຈໄປຕາມໆກັນສຳລັບວົງການບັນເທີງເພື່ອບ້ານ ສຳລັບການເສຍຊີວິດແບບກະທັນຫັນ ໃນຕອນສວຍຂອງມື້ວານທີ່ຜ່ານມາ “ໂກໂກ້ ນິລຸດ” ອາດິດຜູ້ຈັດການພະເອກຊື່ດັງ “ມາລິໂອ ເມົາເຣີ” ຄົນສະນິດຂອງ ໂກໂກ້ ໄດ້ອອກມາເວົ້າວ່າ : “ໂກໂກ້ເຄີຍເວົ້າໄວ້ວ່າຫາກເມື່ອໃດທີ່ຕົນເອງເສຍຊີວິດ ແມ່ນຢາກໃຫ້ ມາລິໂອ ເມົາເຣີ ແລະ ສາຍປານ ອະພີນຍ່າ ໄປຮ່ວມໃນງານສົບຂອງຕົນເອງ”

ລ້າສຸດ ໃນວັນທີ 22 ກັນຍາ 2016 ມີໂອກາດໄດ້ສຳພາດ ມາລິໂອ ເມົາເຣີ ເຈົ້າໂຕໄດ້ໃຫ້ສຳພາດວ່າ: ຮູ້ສຶກຕົກໃຈຫຼາຍທີ່ໄດ້ຮູ້ຂ່າວ ເຊິ່ງກ່ອນໜ້ານີ້ໄດ້ລົມກັບສາຍປ່ານແລ້ວວ່າ ຖ້າຫາກທັງສອງນັ້ນໄດ້ມີເວລາຫວ່າງ ຈະໄປໄຫວ້ສົບອາດີດຜູ້ຈັດການແນ່ນ່ອນ ພ້ອມທັງຢືນຢັນວ່າ ບໍ່ເຄີຍຄິດນ້ອຍໃຈໃນເລື່ອງທີ່ຜ່ານມາ ຍັງຄົງຮັກ ແລະ ເຄົາລົບອາດິດຜູ້ຈັດການຄົນນີ້ສະເໝີປຽບເໝືອນອ້າຍຄົນໜຶ່ງ.



ຮູ້ເລື່ອງທີ່ອ້າຍໂກ້ໂກ້ເສຍຊີຊິດແລ້ວບໍ່?

ຮູ້ແລ້ວ ແລະ ກໍ່ຮູ້ສຶກເສຍໃຈຫຼາຍ ຍອມຮັບເລີຍວ່າຕອນທຳອິດທີ່ຮູ້ຂ່າວຮູ້ສຶກຕົກໃຈຫຼາຍ ບໍ່ຄິດວ່າອ້າຍເພິ່ນຈະຈາກໄປໄວແບບນີ້ ຮູ້ສຶກເສຍໃຈຫຼາຍ ແລະ ກໍ່ໄດ້ລົມນໍາຜູ້ຈັດການສ່ວນຕົວວ່າ ຖ້າຫາກມີເວລາຫວ່າງກໍ່ຈະໄປເຄົາລົບສົບອ້າຍໂກ້ຄືກັນ ແຕ່ໃນເບື້ອງຕົນແມ່ນຈະສົ່ງພວງຫຼີດໄປກ່ອນ.

ກ່ອນໜ້າທີ່ອ້າຍໂກ້ຈະເສຍ ຄືວ່າເພິ່ນເອງເຄີຍເວົ້າເປັນລາງຢາກໃຫ້ໂອ້ ແລະ ສາຍປ່ານ ໄປຮ່ວມງານສົບ?

ໂອ້ເອງກໍ່ບໍ່ໄດ້ຄິດຫຍັງ ຄືຕັ້ງໃຈໄວ້ຢູ່ແລ້ວວ່າ ຖ້າຫາກຫວ່າງກໍ່ຈະໄປໃຫ້ໄດ້.

ບໍ່ໄດ້ຕິດໃຈຫຍັງກັບເລື່ອງທີ່ຜ່ານມາແລ້ວແມ່ນບໍ່?

ບໍ່ມີຢູ່ແລ້ວ ເພາະຕອນທີ່ໄດ້ລົມກັນກໍ່ຍັງລົມກັນເປັນປົກກະຕິ ໄດ້ຂໍໂທດໄປແລ້ວ ແລະ ເລື່ອງກໍ່ຈົບໄປແຕ່ຫຼາຍປີກ່ອນແລ້ວ

ກ່ອນໜ້ານີ້ໄດ້ມີໂອກາດພົບກັນບໍ່?

ບໍ່ໄດ້ພໍ້ກັນເລີຍ ຕ່າງຄົນກໍ່ຕ່າງເຮັດວຽກ ເຮັດໜ້າທີ່ຂອງໃຜລາວ

ຮູ້ບໍ່ວ່າອ້າຍໂກ້ມີອາການປ່ວຍ?

ບໍ່ຮູ້ເລີຍ ແລະ ບໍ່ເຄີຍຮູ້ມາກ່ອນວ່າອ້າຍໂກ້ເພິ່ນປ່ວຍ ຫຼື ມີໂຣກປະຈຳຕົວຍັງບໍ່

ເວົ້າເຖິງຄວາມປະທັບໃຈທີ່ມີຕໍ່ກັບອາດີດຜູ້ຈັດການຄົນນີ້ແດ່.

ກໍ່ພົບພໍ້ກັນມາແຕ່ດົນແລ້ວ ຕັ້ງແຕ່ໂອ້ເອງເລີ້ມໄປ catting ວຽກສະໄໝຍັງນ້ອຍ ອ້າຍເພິ່ນເປັນຄົນໜ້າຮັກ ເປັນຄົນດີຄົນໜຶ່ງ ແລະ ຍັງເປັນອ້າຍຄົນໜຶ່ງທີ່ໂອ້ໃຫ້ຄວາມເຄົາລົບ.

ຢາກຈະເວົ້າຫຍັງເຖິງອ້າຍເພິ່ນບໍ່ ຖ້າສົມມຸດວ່າເພິ່ນຍັງສາມາດຮັບຮູ້ໄດ້.

ກໍ່ຂໍໃຫ້ອ້າຍໂກ້ໄປສູກຂະຕິ ບໍ່ຕ້ອງເປັນຫ່ວງຍັງທາງນີ້ ຂໍໃຫ້ອ້າຍໂກ້ໄປໃນທີ່ດີ ດີ.

ຈະໄປເຄົາລົບສົບອ້າຍໂກ້ມື້ໃດ

ເບື້ອງຕົ້ນໂອ້ຍັງບໍ່ສາມາດບອກໄດ້ ຈະສົ່ງພວງຫຼີດໄປກ່ອນ ຖ້າມີມື້ຫວ່າງໂອ້ກໍ່ຈະໄປໃຫ້ໄດ້

ໄດ້ລົມກັບສາຍປ່ານແລ້ວບໍ່?

ໄດ້ລົມແລ້ວ ສາຍປ່ານເປັນຄົນສົ່ງຂໍ້ຄວາມມາບອກໂອ້ເອງ ຕ່າງຄົນກໍ່ຕ່າງພາກັນຕົກໃຈ ສາຍປ່ານເອງກໍ່ບໍ່ໄດ້ບອກວ່າຈະໄປເຄົາລົບສົບມື້ໃດ ເພາະສາຍປ່ານເອງກໍ່ຍັງຫຍຸ້ງກັບວຽກຂອງລາວເອງ ໃນເບື້ອງຕົ້ນກໍ່ຈະຕ້ອງໄດ້ສອບຖາມກ່ອນວ່າຢູ່ໂບດໃດ ເພາະວ່າອ້າຍໂກ້ເພິ່ນຖືສາດສະໜາຄຼິສຕຽນ ກໍ່ຍັງສອບຖາມກັນຢູ່ ເຊິ່ງໃນຕອນນີ້ໂອ້ເອງກໍ່ໄດ້ຮູ້ໃນລາຍລະອຽດທຸກຢ່າງແລ້ວ.

5s__7217180_1474533001

5s__7217181_1474533002

13880359_10154450911359577_8434528260738066339_n_1474448984_1474533005

14039949_10154502091504577_3621928420160652342_n_1474448985_1474533005

ທີ່ມາ: kplmuan

No comments

Theme images by compassandcamera. Powered by Blogger.