ຫຼາຍພາກສ່ວນອຸປະຖຳ ບຸນຊ່ວງເຮືອປາກເຊ
ເພື່ອເປັນການປະກອບສ່ວນເຂົ້າ ໃນການອຸປະຖໍາງານບຸນຊວງເຮືອປະ ຈໍາປີ 2016 ທີ່ເມືອງປາກເຊ ແຂວງຈໍາ ປາສັກ ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນກວ່າທຸກໆປີ ໃນວັນທີ 12 ຕຸລາຜ່ານມາ ທີ່ຫ້ອງການປົກຄອງແຂວງຈໍາປາສັກ ໄດ້ມີບັນດາຜູ້ປະກອບການທັງພາກລັດ ແລະເອກະຊົນ ເຂົ້າມາໃຫ້ການສະໜັບ ສະໜູນທັງເງິນສົດ ແລະອຸປະກອນຮັບ ໃຊ້ໃຫ້ແກ່ງານດັ່ງກ່າວ ໂດຍໃຫ້ກຽດກ່າວ ຮັບຂອງທ່ານ ບຸນຖອງ ດີວິໄຊ ເຈົ້າ ແຂວງໆຈໍາປາສັກ.
ສໍາລັບບໍລິສັດລັດ ແລະເອກະຊົນທີ່ ໃຫ້ການສະໜັບສະໜູນງານບຸນຊ່ວງ ເຮືອປະຈໍາປີທີ່ເມືອງປາກເຊປະກອບມີ ຄື: ບໍລິສັດເບຍລາວສາຂາຈໍາປາສັກມອບ ເງິນສົດຈໍານວນ 35 ລ້ານກີບພ້ອມ ເຄື່ອງອຸປະກອນບໍລິໂພກ ແລະອຸປະໂພກ ລວມມູນຄ່າທັງໝົດ 178 ລ້ານກວ່າກີບ, ບໍລິສັດດວງດີກໍ່ສ້າງຂົວ-ທາງ ຈໍາກັດ, ມອບເງິນສົດ 50 ລ້ານກີບ, ກຸ່ມບໍລິສັດ ຕັງຈະເລີນມອບ 50 ລ້ານກີບ, ບໍລິສັດລາວເວີນ 50 ລ້ານກີບ, ບໍລິສັດຈະເລີນ ເຊກອງ 50 ລ້ານກີບ, ກຸ່ມບໍລິສັດ ໄຊຊະ ນະ 50 ລ້ານກີບ, ຫ້ອງການບໍລິຫານ ກຸ່ມບໍລິສັດດາວເຮືອງ 5 ລ້ານກີບ ແລະ ລັດວິສາຫະກິດໄຟຟ້າລາວມອບເງິນສົດ 22 ລ້ານສາມແສນກີບ.
ນອກຈາກນີ້ແລ້ວຍັງຈະມີບັນດານັກທຸລະກິດທັງໃນແຂວງ ແລະຕ່າງແຂວງຈະສືບຕໍ່ເຂົ້າມາໃຫ້ການສະໜັບສະໜູນ ເງິນ ເພື່ອນຳໃຊ້ເຂົ້າໃນການຈັດງານບຸນ ຊ່ວງເຮືອປະຈໍາປີທີ່ເມືອງປາກເຊ, ຊຶ່ງ ທາງອໍານາດການປົກຄອງເຊື່ອໝັ້ນວ່າຈະສາມາດລະດົມທຶນໃຫ້ໄດ້ຕາມແຜນ ແລະຈະເຮັດໃຫ້ງານບຸນໃຫ້ມີຄວາມ ມ່ວນຊື່ນ ແລະມີບັນຍາກາດຟົດຟື້ນກວ່າປີຜ່ານມາຢ່າງແນ່ນອນ, ເນື່ອງຈາກວ່າປີນີ້ໃຊ້ທຶນເຂົ້າໃນການຈັດງານສູງເຖິງ 1,3 ຕື້ກີບ.
ທີ່ມາ: SEDTHAKID

No comments