ມີຫຼາຍກວ່າ 500 ຫົວໜ່ວຍທຸລະກິດລົງທຶນໃນ ຂພສ

10 ກວ່າປີທີ່ລາວມີເຂດເສດຖະ ກິດພິເສດ ແລະສະເພາະລັດໄດ້ສ້າງ ຫຼາຍເງື່ອນໄຂ ເພື່ອດຶງດູດການລົງທຶນ ໃຫ້ມີຄວາມຄືກຄື້ນທັງສາມາດປະກອບ ສ່ວນພັດທະນາເສດຖະກິດ-ສັງຄົມຂອງປະເທດໄດ້ຢ່າງຕັ້ງໜ້າຮອດ ຂະນະນີ້ທັງໝົດ 12 ເຂດແມ່ນມີ 500 ກວ່າວິສາຫະກິດມາລົງທຶນ, ສ້າງວຽກເຮັດງານ ທຳໄດ້ຫຼາຍກວ່າ 15 ພັນຕຳແໜ່ງງານ.


ໃນວັນທີ 13 ຕຸລາ 2016 ນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງ ຊາດ, ພ້ອມດ້ວຍຄະນະ, ທ່ານຮອງເຈົ້າຄອງນະຄອນຫຼວງ, ຮອງລັດຖະມົນຕີໄດ້ລົງຢ້ຽມຢາມ ແລະຊຸກຍູ້ການພັດທະນາບັນດາເຂດເສດຖະກິດພິເສດ ແລະ ສະເພາະ (ຂພສ) ໃນນະຄອນຫຼວງ ວຽງຈັນຄື ເຂດບຶງທາດຫຼວງ, ເຂດເສດຖະກິດພິເສດກວມລວມໄຊເສດຖາ ແລະເຂດວຽງຈັນໂນນທອງ ໂດຍໄດ້ຮັບ ການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະ ຊວງແຜນການ ແລະການລົງທຶນ (ກະ ຊວງ ຜທ), ທ່ານ ສອນປະເສີດ ດາລາວົງ ຮັກສາການຫົວໜ້າກອງເລຂາ ຄຂພສ, ມີຄະນະສະພາບໍລິຫານ ຂພສ ແລະພາກ ສ່ວນກ່ຽວເຂົ້າຮ່ວມ.

ທ່ານ ສອນປະເສີດ ດາລາວົງ ຮັກສາການຫົວໜ້າກອງເລຂາຄະນະກຳມະການແຫ່ງຊາດລາວເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ຄຂພສ ໄດ້ລາຍງານສະພາບ ລວມການພັດທະນາ ຂພສ ບາງຕອນວ່າ: ການພັດທະນາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (ຂພສ) ແມ່ນຮູບແບບໜຶ່ງຂອງການພັດທະນາເສດຖະກິດຕາມແນວທາງນະໂຍບາຍຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດທີ່ກຳນົດໄວ້ໃນແຕ່ລະໄລຍະນັບແຕ່ ປີ 2002 ເປັນຕົ້ນມາ ຊຶ່ງມາຮອດປະຈຸບັນມີທັງໝົດ 12 ເຂດ, ມູນຄ່າການລົງທຶນ 1,62 ຕື້ໂດລາ, ມີບໍລິສັດເຂົ້າມາລົງທຶນທັງໝົດຈຳນວນ 294 ບໍ ລິສັດ ແລະ225 ຫ້າງຮ້ານ,ໃນນັ້ນ, ບໍລິສັດເອກະຊົນພາຍໃນມີ 56 ບໍລິສັດ, ບໍລິສັດເອກະຊົນຕ່າງປະເທດ ຈຳນວນ 217 ບໍລິສັດ ແລະບໍລິສັດຮ່ວມ 21 ບໍລິສັດ ຊຶ່ງກວມເອົາ 3 ຂະ ແໜງຄື: ບໍລິການ 38%, ອຸດສາຫະກຳ 34% ແລະການຄ້າກວມເອົາ 28%, ການພັດທະນາ ຂພສ ຍັງໄດ້ສ້າງຄວາມເຊື່ຶອໝັ້ນໃຫ້ແກ່ບັນດາບໍລິສັດທີ່ມີຊື່ສຽງ ແລະຄຸນນພາບຈາກຕ່າງປະເທດ ເຂົ້າມາລົງທຶນ, ພ້ອມທັງສາມາດສ້າງ ວຽກເຮັດງານທຳໄດ້ 15.544 ຕຳແໜ່ງ ງານ.

ໃນໂອກາດນີ້ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ເນັ້ນໜັກບາງບັນຫາທີ່ຍັງຄົງຄ້າງຢູ່ໃນ ຂພສ ວ່າ: ໃນໄລຜ່ານມາບັນດາ ເຂດເສດຖະກິດພິເສດ ແລະສະເພາະໄດ້ ເຮັດໜ້າທີ່ຂອງຕົນຢ່າງຫ້າວຫັນຈິ່ງເຫັນໄດ້ການການພັດທະນາໃນແຕ່ລະເຂດທີ່ ຊັດເຈນຫຼາຍຂຶ້ນ ແຕ່ຂອດການນຳໃຊ້ ລະບຽບ, ກົດໝາຍ, ລັດຖະທຳມະນູນ ແລະນິຕິກຳຕ່າງໆທີ່ວາງອອກຍັງປະຕິ ບັດບໍ່ທັນໄດ້ດີເທົ່າທີ່ຄວນ, ສະນັ້ນສະເໜີໃຫ້ກະຊວງແຜນການ ແລະການລົງທຶນ ຮີບຮ້ອນແກ້ໄຂ ແລະນຳໃຊ້ການບໍລິຫານ ແບບປະຕູດຽວໃຫ້ໄດ້ນຳໃຊ້ຢ່າງມີປະ ສິດທິຜົນພ້ອມລົງຊີ້ແຈງໃຫ້ແຕ່ລະ ຂພສ ເຂົ້າໃຈ, ກະຊວງແຜນການ ແລະການລົງທຶນຕ້ອງພົວພັນປະສານສົມທົບກັບ ບັນດາຂະແໜງການກ່ຽວຂ້ອງເປັນຕົ້ນ ແມ່ນກະຊວງທີ່ຮັບຜິດຊອບໃນວຽກ ງານປະຕູດຽວ ແຕ່ງຕັ້ງໜ່ວຍງານຮັບ ຜິດຊອບໂດຍກົງໃນວຽກດັ່ງກ່າວ.

ຂະນະດຽວກັນຜູ້ພັດທະນາຕ້ອງປະ ຕິບັດພັນທະອາກອນຂອງຕົນຕາມທີ່ ກຳນົດໄວ້ໃນກົດໝາຍການລົງທຶນ (ຕ້ອງແຍກລະອຽດກ່ຽວກັບ ຂພສ ກັບ ການລົງທຶນທົ່ວໄປ), ມີການຄຸ້ມຄອງແຮງ ງານທີ່ຖືກຕ້ອງ ແລະສາມາດເກັບຕົວ ເລກໄດ້, ບັນຫາທີ່ພົວພັນເຖິງໂຄງການກໍ ຄືປະຊາຊົນນັ້ນແມ່ນການຊົດເຊີຍບັນຫາທີ່ດິນຂອງປະຊາຊົນທີ່ຖືກຜົນກະທົບ ຈາກໂຄງການໃຫ້ວ່ອງໄວ ແລະຄົບ ຕາມຈຳນວນ ເພື່ອປະຊາຊົນ ແລະຜູ້ພັດທະນາຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ.




ທີ່ມາ: SEDTHAKID

No comments

Theme images by compassandcamera. Powered by Blogger.