ຈາກຊາວໄຮ່ ຊາວສ່ວນກາຍເປັນເຈົ້າຂອງທຸລະກິດ
ພັກ-ລັດຖະບານຍາມໃດ ກໍ່ເປັນຫ່ວງເປັນໃຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະໄດ້ມີນະໂຍບາຍຊຸກຍູ້ສົ່ງເສີມ, ອຳນວຍຄວາມສະດວກໃຫ້ທຸກຄອບຄົວສາມາດສ້າງເສດຖະກິດຕາມເງື່ອນໄຂ ແລະຄວາມສາມາດຂອງຕົນເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກສະນັ້ນ,
ໃນໄລຍະຜ່ານມາມີຫຼາຍຄອບຄົວໃນທົ່ວປະເທດໄດ້ມີຄວາມບຸກບືນພະຍາຍາມສ້າງເສດຖະກິດຄອບຄົວ ຂອງຕົນນັບມື້ນັບຫຼາຍຂຶ້ນ, ມີຫຼາຍຄອບຄົວສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ ແລະກາຍເປັນຄອບຄົວຕົວແບບໃນການຜະລິດເປັນສິນຄ້າໜຶ່ງໃນນັ້ນແມ່ນຄອບຄົວຂອງນາງ ຄຳແກ້ວ ວົງພະຈັນ ບ້ານຜາທ້າງ ເມືອງຄຳ ແຂວງຊຽງຂວາງ.
ນາງ ຄຳແກ້ວ ໄດ້ໃຫ້ຮູ້ວ່າ: ປະຈຸບັນນາງມີອາຍຸ 37 ປີ ມີສະມາຊິກໃນຄອບຄົວທັງໝົດ 5 ຄົນ, ໃນນັ້ນແຮງງານຕົ້ນຕໍມີພຽງແຕ່ 2 ຄົນ, ແຕ່ກ່ອນແມ່ນມີອາຊີບຖາງປ່າເຮັດໄຮ່ປູກເຂົ້າ ແລະເຮັດສວນສາລີແບບເລື່ອນລອຍ ແລະຮັບຈ້າງຕ່ຳຫູກເຄືອໜຶ່ງໄດ້ 30 ພັນ ກີບເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວພົບຄວາມຫຍຸ້ງຍາກຂາດໆເຂີນໆຍ້ອນແນວນັ້ນມາຮອດປີ 2009 ຈຶ່ງໄດ້ເລີ່ມມີແຜນການ ປັບປຸງຊີວິດການເປັນຢູ່ ໂດຍອີງໃສ່ມູນເຊື້ອຄວາມມັກຮັກ ແລະບວກກັບພອນສະຫວັນຂອງຕົນ ຈຶ່ງໄດ້ ເຕົ້າໂຮມເອື້ອຍນ້ອງແມ່ຍິງພາຍໃນບ້ານ ແລະບ້ານໃກ້ຄຽງຈັດຕັ້ງເປັນ ກຸ່ມຫັດຖະກຳຕ່ຳຫູກໃນເບື້ອງຕົ້ນ ມີ 23 ກີ່ ເທົ່ານັ້ນ ໂດຍໃຊ້ທຶນຮອນຂອງຕົນ 5 ລ້ານກີບ ເພື່ອຊື້ຟືມ, ເສັ້ນຝ້າຍ, ເສັ້ນໃໝເພື່ອແຈກຢາຍໃຫ້ເອື້ອຍນ້ອງແມ່ຍິງທີ່ເປັນສະມາຊິກຜະລິດຕະພັນສ່ວນຫຼາຍແມ່ນ ເປັນສິ້ນຝ້າຍ, ສິ້ນໃໝ ແລະຕົນເອງເປັນຜູ້ອອກແບບລວດລາຍໃຫ້ ໂດຍອີງໃສ່ຄວາມຕ້ອງການຂອງຜູ້ຊົມໃຊ້ ແລະຄວາມຕ້ອງການຂອງທ້ອງຕະຫຼາດໃນແຕ່ລະໄລຍະ.
ຈາກການລົງທຶນໃນເບື້ອງຕົ້ນ ເຫັນວ່າມີກຳໄລເພີ່ມຂຶ້ນເທົ່າຕົວຈຶ່ງໄດ້ປຶກສາຫາລືກັບຄອບຄົວເພີ່ມຕົ້ນທຶນທັງຂະຫຍາຍການຜະລິດ ຕື່ມອີກປີ 2010 ຂະຫຍາຍໄດ້ 93 ກີ່, ປີ 2011 ມີ 178 ກີ່, ປີ 2014 ມີ 228 ກີ່ ແລະປີ 2016 ເພີ່ມເປັນ 500 ກີ່ ປະຈຸບັນມີທຶນ ໝຸນວຽນປະມານ 200 ລ້ານກວ່າກີບ ແຕ່ລະເດືອນສາມາດຜະລິດ ສິ້ນສົ່ງອອກຂາຍປະມານ 2.500 ກວ່າຜືນ, ຕະຫຼາດຈຳໜ່າຍຕົ້ນຕໍ ແມ່ນຢູ່ນະຄອນຫຼວງວຽງຈັນ, ຈຳປາສັກ, ຫຼວງພະບາງລາຍຮັບສະ ເລ່ຍໃນປີໜຶ່ງໄດ້ປະມານ 210 ລ້ານກີບ ຖ້າທຽບໃສ່ແຕ່ກ່ອນເຫັນ ວ່າຊີວິດການເປັນຢູ່ຂອງຄອບຄົວ ແມ່ນດີຂຶ້ນຫຼາຍທັງສາມາດຊື້ວັດ ຖຸຮັບໃຊ້ຄອບຄົວໃຫ້ສະດວກສະບາຍເປັນຕົ້ນປຸກເຮືອນຖາວອນ 1 ຫຼັງ, ລົດຈັກ 2 ຄັນ, ລົດຄູໂບຕ້າ 1 ຄັນ, ລົດກະບະວິໂກ້ 1 ຄັນ ແລະຍັງມີເງິນເກັບແຮໄວ້ ເພື່ອສົ່ງເສີມໃຫ້ລູກຮຽນໜັງສື, ນອກຈາກສ້າງລາຍຮັບໃຫ້ແກ່ຄອບຄົວ ຕົນເອງແລ້ວຍັງເປັນການສ້າງວຽກເຮັດງານທຳຫາລາຍຮັບເພີ່ມແກ່ຄອບຄົວຂອງເອື້ອຍນ້ອງ ແມ່ຍິງທີ່ເປັນສະມາຊິກຂອງກຸ່ມໃຫ້ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.
ສຳລັບແຜນການຕໍ່ໜ້າແມ່ນ ຈະໄດ້ຂະຫຍາຍຕະຫຼາດຈຳໜ່າຍ ໃຫ້ກວ້າງອອກໄປອີກຫຼາຍໆ ແຂວງດ້ານໜຶ່ງກໍເພື່ອສືບທອດມໍລະດົກທາງດ້ານວັດທະນະທຳຂອງປູ່ຍ່າຕາຍາຍເຮົາ ໂດຍສະເພາະແມ່ນການຕ່ຳສິ້ນໃຫ້ຢູ່ກັບ ແມ່ຍິງລາວຕະຫຼອດໄປ.
ທີ່ມາ: SEDTHAKID

No comments