ເສື່ອນອນ ດາວເພັດ ເລັ່ງຂະຫຍາຍຕົວແທນໃຫ້ທົ່ວນະຄອນຫຼວງ
ເສື່ອນອນ ດາວເພັດ ພາຍຫຼັງທີ່ໄດ້ຜະລິດ ແລະເລີ່ມອອກວາງຈຳໜ່າຍຢູ່ຕາມງານສຳຄັນ ຕ່າງໆ ດຽວນີ້ເຫັນວ່າສັງຄົມຕ່າງ ໃຫ້ຄວາມສົນໃຈສິນຄ້າ ແລະຢາກໄດ້ຜະລິດຕະພັນເສື່ອນອນຍີ່ຫໍ້ດັ່ງກ່າວມາໄວ້ຊົມໃຊ້ໃນຄົວເຮືອນ,

ໂຮງແຮມ ແລະເຮືອນພັກ, ເຈົ້າຂອງຜະລິດຕະພັນຈິ່ງເລັ່ງດຳເນີນການເລື່ອງຂະຫຍາຍຕະຫຼາດຕົວແທນຈຳໜ່າຍພາຍໃນນະຄອນຫຼວງເພື່ອສະດວກໃນ ການເຂົ້າເຖິງຂອງລູກຄ້າ.

ທ່ານນາງ ຈາລີ່ ລັດຕະນະວົງ ຜູ້ຈັດການທົ່ວໄປຂອງໂຮງ ງານຜະລິດເສື່ອນອນດາວເພັດ ໃຫ້ສຳພາດກັບທີມຂ່າວເສດຖະ ກິດຂອງພວກເຮົາເມື່ອບໍ່ດົນມາ ນີ້ໃຫ້ຮູ້ວ່າ: ເນື່ອງຈາກວ່າໃນເມື່ອກ່ອນຍັງບໍ່ທັນມີໃຜເຮັດທຸລະກິດ ທາງດ້ານນີ້ມາກ່ອນ ໂດຍສະ ເພາະແມ່ນຟອງນ້ຳ, ຖ້າຈະເຮັດໂຊຟາກໍຕ້ອງໄດ້ຊື້ຈາກຕ່າງປະເທດແຕ່ວ່າດ້ານຄຸນນະພາບບໍ່ຄ່ອຍຈະດີພໍເທົ່າໃດ ແລະລາຄາຍັງ ແພງອີກ, ສະນັ້ນ ຈຶ່ງເຮັດໃຫ້ເກີດ ມີແນວຄວາມຄິດໃນການຫັນມາຜະລິດຟອງນ້ຳ ເພື່ອສະໜອງໃຫ້ ກັບບັນດາໂຮງງານຜະລິດໂຊຟາ, ໂຮງແຮມທີ່ໃຊ້ເສື່ອຟອງນ້ຳ, ຕົກມາໃນປີ 1996 ຈິ່ງເລີ່ມສ້າງຕັ້ງໂຮງງານຜະລິດຟອງນ້ຳດາວ ເຮືອງຂຶ້ນທີ່ບ້ານເກົ້າລ້ຽວ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນພໍເຮັດໄປໄດ້ໄລຍະໜຶ່ງເຫັນ ວ່າຕະຫຼາດໄປໄດ້ງາມຍ້າຍຈາກ ເກົ້າລ້ຽວມາຕັ້ງຢູ່ເຂດອຸດສາຫະ ກຳຫຼັກ 21 ນັບແຕ່ປີ 2012 ແລະໄດ້ຫັນມາຜະລິດເປັນເສື່ອນອນຕາມທີ່ໂຮງງານມີທ່າແຮງ.
ສຳລັບ ເສື່ອນອນນີ້ໄດ້ເລີ່ມຜະລິດແທ້ໃນປີ 2015 ໃນເບື້ອງຕົ້ນຈະມີແຕ່ເສື່ອນອນໃຍໝາກພ້າວ ຕໍ່ມາຈຶ່ງມີຫຼາຍໆແບບຂຶ້ນມາ, ປະຈຸບັນທາງໂຮງງານໄດ້ກາຍເປັນ ຜູ້ສະໜອງວັດຖຸດິບ (ຟອງນ້ຳ) ໃຫ້ແກ່ບັນດາໂຮງງານທີ່ຜະລິດ ໂຊຟາຢູ່ລາວ ແລະຜະລິດຈຳໜ່າຍ ເສື່ອນອນ ດາວເພັດ ໃຫ້ກັບຕົວແທນຈຳໜ່າຍໃນນະຄອນຫຼວງວຽງ ຈັນແລ້ວທັງໝົດ 5 ສາຂາເຊັ່ນ: ສູນຈຳໜ່າຍໃຫຍ່ຢູ່ວັດໄຕ, ທາດຫຼວງສະແຄ, ໜອງແຕ່ງ, ຕະຫຼາດສີໄຄ ແລະດອນໜູນ.
ທ່ານນາງ ຈາລີ່ ລັດຕະນະວົງ ໃຫ້ຮູ້ອີກວ່າ: ເສື່ອນອນດາວເພັດ ເປັນໜຶ່ງໃນຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຊົມຊອບຈາກສັງຄົມລາວ ແລະເປັນຜະລິດຕະພັນຂອງຄົນລາວ, ຜະລິດຢູ່ລາວ ຊຶ່ງປະຈຸ ບັນນີ້ທາງໂຮງງານສາມາດຜະລິດຈຳໜ່າຍແລ້ວມີທັງໝົດ 5 ປະເພດ ຄື: ເສື່ອນອນສະປິງ, ສະປິງ 2 ຊັ້ນ ຫຼື ສະປິງພີມ້ຽມ, ເສື່ອນອນຟອງນ້ຳໃຍໝາກພ້າວ, ເສື່ອຊຸບເປີໂຟມ ຫຼື ຟອງນ້ຳພີມ້ຽມ ແລະເສື່ອຟອງນ້ຳ ລະດັບສູງສິນຄ້າທຸກປະເພດທີ່ຜະ ລິດອອກມາແມ່ນຈະຮັບປະກັນແຕ່ 2 ປີ ຂຶ້ນຈົນເຖິງ 15 ປີ, ສຳລັບເສື່ອນອນດາວເພັດ ຈະມີທັງໝົດ 3 ຂະໜາດເຊັ່ນ: ຂະໜາດ 180x 200 ຊັງຕີ, 160x200 ຊັງຕີ ແລະຂະໜາດ 120x200 ຊັງຕີແມັດ, ນອກຈາກນັ້ນທາງໂຮງງານຍັງຮັບຜະລິດເສື່ອນອນທຸກຂະໜາດ, ສາມາດສັ່ງຜະລິດເສື່ອນອນຮຸ່ນພິເສດສະເພາະຕາມຄວາມຕ້ອງການຂອງ ແຕ່ລະໂຮງແຮມ, ເຮືອນພັກ ຫຼື ບຸກຄົນ, ພ້ອມທັງມີບໍລິການສົ່ງພາຍໃນ 6 ກິໂລແມັດ ໃນຕົວເມືອງນະຄອນຫຼວງວຽງຈັນໂດຍບໍ່ຄິດຄ່າຂົນສົ່ງ.
ຢ່າງໃດກໍຕາມ ສຳລັບເສື່ອນອນດາວເພັດ ນີ້ເຖິງຈະເປັນຜະລິດຕະພັນໃໝ່ຂອງຄົນລາວແຕ່ກໍສາມາດຍາດສ່ວນແບ່ງຕະຫຼາດພາຍໃນນະຄອນຫຼວງໄດ້ດີສົມຄວນສະແດງອອກໃນຍອດຈຳໜ່າຍຕໍ່ເດືອນ ປະມານ 300 ຜືນ ແລະກຳ ລັງການຜະລິດຂອງໂຮງງານສູງ ສຸດປະມານ 70 ຜືນຕໍ່ມື້ ດ້ວຍເຄື່ອງຈັກທີ່ໄດ້ມາດຕະຖານ, ສະເພາະເສື່ອນອນ ດາວເພັດ ຈະມີລາ ຄາເລີ່ມຕົ້ນ 325.000 ເປັນເສື່ອບາງ, ສ່ວນເສື່ອສະປິງລາຄາເລີ່ມຕົ້ນຢູ່ປະມານ 1 ລ້ານກວ່າກີບ ຂຶ້ນ ໄປຈົນເຖິງລາຄາແພງສຸດ 5 ລ້ານກວ່າກີບ, ໂດຍທາງໂຮງງານຍັງ ຢືນຢັນການຮັບປະກັນ ແລະການບໍ ລິການຫຼັງການຂາຍຕາມອາຍຸການໃຊ້ງານຂອງຜະລິດຕະພັນອີກດ້ວຍ.
ຢ່າງໃດກໍດີເພື່ອອຳນວຍຄວາມສະດວກ, ວ່ອງໄວ ແລະທັນໃຈກັບລູກຄ້າທີ່ມີຄວາມສົນໃຈຢາກໄດ້ ເສື່ອນອນດາວເພັດ ໄປຊົມໃຊ້, ທາງພວກເຮົາກຳລັງສຸມໃສ່ບັນດາ ຫ້າງຮ້ານເພື່ອມາເປັນຕົວແທນຈຳໜ່າຍເສື່ອນອນຂອງພວກເຮົາ ຫຼື ຖ້າຫາກລູກຄ້າທ່ານໃດທີ່ສົນໃຈ ຢາກເປັນຕົວແທນຈຳໜ່າຍ, ຢາກໄດ້ສິນຄ້າດີມີຄຸນນະພາບ ກໍສາມາດມາແວ່ເບີ່ງ, ເລືອກໄດ້ ຊຶ່ງຮ້ານຈະຕັ້ງຢູ່ບ້ານຍາພະເມືອງສີໂຄດຕະບອງນະຄອນຫຼວງວຽງຈັນໂທ 030 5060141, 020 77878420 ໂດຍຈະເປີດໃຫ້ບໍລິການແຕ່ວັນ ຈັນ-ສຸກ, ເວລາ 9 ໂມງເຊົ້າ-6 ໂມງແລງ, ທ່ານຜູ້ຈັດການທົ່ວໄປ ກ່າວຕື່ມ.
ທີ່ມາ: SEDTHAKID

No comments