ເຈແຟມິລີ ທຸລະກິດຜະລິດຖົງຢາງຈຳໜ່າຍໃນຕະຫຼາດລາວ

ບໍລິສັດ ເຈແຟມິລີ ເທຣດ ດິງ ຈຳກັດ ຜູ້ຜະລິດຖົງຢາງທຸກຊະນິດທີ່ໄດ້ຄຸນນະພາບຈຳໜ່າຍໃນຕະຫຼາດລາວປະຈຸບັນກາຍ ເປັນທີ່ຍອມຮັບຂອງສັງຄົມ ຊຶ່ງເດືອນໜຶ່ງສາມາດສ້າງລາຍຮັບນັບຕື້.
ທ່ານ ສຸວັນນາ ພົງມາວັນທອງ ຮອງອຳນວຍການບໍລິສັດ ເຈແຟມີລີເທຣດດິງ ຈຳກັດໃຫ້ສຳພາດກັບທີມຂ່າວເສດຖະກິດ-ສັງຄົມວ່າ: ບໍລິສັດເຈແຟມິລີ ເທຣດດິງ ຈຳກັດ ເມື່ອກ່ອນເປັນ ຂອງລັດ ໂດຍໃສ່ຊື່ໂຮງງານຜະ ລິດໄຟຟ້າ ແລະຖົງຢາງນັບແຕ່ປົດປ່ອຍປີ 1975 ຊຶ່ງເມື່ອກ່ອນ ໂຮງງານດັ່ງກ່າວຂຶ້ນກັບກະຊວງ ອຸດສາຫະກຳຕໍ່ມາເພື່ອເປັນການປະຕິບັດແນວທາງນະໂຍບາຍ ຂອງພັກ ແລະລັດຖະບານໃນການ ເປີດປະເທດໃຫ້ໄປສູ່ຮູບການກຳມະສິດໂດຍຫັນເອົາບັນດາໂຮງຈັກໂຮງງານທີ່ບໍ່ມີປະສິດທິຜົນໄປສູ່ຮູບການອື່ນສະນັ້ນມາຮອດປີ 1993 ລັດຖະບານໄດ້ຕົກລົງໃຫ້ ຕ່າງປະເທດມາລົງທຶນ ໂດຍບໍລິ ສັດ ເຈແຟມີລີ ເທຣດດິ້ງ ຈຳກັດ ເປັນເວລາ 15 ປີ.

zzzhhoonngggaann

ໂຮງງານດ່ັງກ່າວເມື່ອກ່ອນມີ ພະນັກງານພຽງ 40 ຄົນ ແຕ່ພາຍຫຼັງເຈແຟມິລີ ເຂົ້າມາບໍລິຫານກໍ່ໄດ້ ມີການປັບປຸງເຄື່ອງຈັກທີ່ຫຼ້າຫຼັງປ່ຽນແທນດ້ວຍເຄື່ອງຈັກທີ່ທັນສະໄໝເຂົ້າເພື່ອເພີ່ມຍອດຜະລິດຜະລິດ ແລະຍົກສູງປະສິດທິພາບເຮັດໃຫ້ຜະລິດຕະພັນໄດ້ຮັບຄຸນນະພາບ ຕາມຄວາມຮຽກຮ້ອງຕ້ອງການ ຂອງສັງຄົມ, ຫຼັງຈາກນັ້ນກໍ່ຄ່ອຍຂະຫຍາຍຕົວຂຶ້ນໄດ້ຮັບພະນັກງານເພີ່ມຂຶ້ນ 70 ຄົນ ແລະໄດ້ຍົກຍ້າຍມາ ຢູ່ບ້ານສົມສະຫງ່ານັບແຕ່ປີ 2007 ເປັນຕົ້ນມາ.
zzzhhoonnggnnaann
ປະຈຸບັນທຸລະກິດແມ່ນໄດ້ເຕີບໃຫຍ່ຂະຫຍາຍຂຶ້ນໂດຍອີງໃສ່ກຸ່ມຄົນເຫັນວ່າການນໍາໃຊ້ຖົງຢາງໃນຊີວິດປະຈຳວັນມີຈຳນວນເພີ່ມຂຶ້ນທາງໂຮງງານກໍເອົາໃຈໃສ່ຂະຫຍາຍກຳລັງຜະລິດຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ຊຶ່ງປີຜ່ານມາສາມາດຜະລິດໄດ້ 200 ໂຕນ ແລະປີນີ້ຈະສູ້ຊົນຜະລິດ ເພີ່ມເລື້ອຍໆ ໂດຍປີ 2015 ສາມາດສ້າງລາຍຮັບໄດ້ 20 ຕື້ກີບ ແລະຄາດໝາຍສູ້ຊົນໃນປີ 2016 ແມ່ນຈະພະຍາຍາມໃຫ້ໄດ້ 23 ຕື້ກີບ ຊຶ່ງພຽງໄລຍະ 9 ເດືອນປີ 2016 ກໍສາມາດສ້າງລາຍຮັບໄດ້ ເກືອບ 20 ຕື້ກີບ.

ສ່ວນປະເພດຜະລິດຕະພັນຕົ້ນຕໍແມ່ນຖົງຢາງທຸກຊະນິດເຊັ່ນຖົງຫິ້ວ, ຖົງກັນຄວາມຮ້ອນ, ແພຢາງ, ທໍ່ດູດ, ເຊືອກຟາງ ແລະອື່ນໆສຳລັບ ການຈຳໜ່າຍແມ່ນຈຳໜ່າຍພາຍໃນປະເທດ ໂດຍສົ່ງໃຫ້ບັນດາຫ້າງ ຮ້ານເປັນຜູ້ຈຳໜ່າຍກ່ຽວກັບລາຄາແມ່ນໄປຕາມກົນໄກຕະຫຼາດ ແລະວັດຖຸດິບແມ່ນນຳມາຈາກປະ ເທດໄທ.

ທ່ານ ສຸວັນນາ ພົງມາວັນທອງ ຍັງໃຫ້ຮູ້ຕື່ມວ່າ: ເພື່ອຕອບ ສະໜອງສິນຄ້າໃຫ້ຖ່ວງທັນກັບ ຄວາມຕ້ອງການຂອງຕະຫຼາດບໍລິສັດໄດ້ປະກອບມີລົດຮັບສົ່ງ 8 ຄັນ, ພະນັກງານ 200 ຄົນ ນອກ ນີ້ໂຮງງານຍັງມີນະ ໂຍບາຍເລື່ອງ ພະນັກງານມີປະກັນສັງຄົມພິຈາລະນາເງິນໃຫ້ພະນັກງານຢືມ ຫາກມີຄວາມຈຳເປັນເພື່ອແກ້ ໄຂຊີວິດການເປັນຢູ່ພ້ອມດຽວກັນຍັງມີເຂົ້າໃຫ້ພະນັກງານ ເດືອນໜຶ່ງ 2 ໝື່ນທັງໝົດເຫຼົ່ານັ້ນລ້ວນແຕ່ແມ່ນ ນະໂຍບາຍສ້າງ ແຮງຈູງໃຈທີ່ບໍລິສັດມີຕໍ່ຜູ້ອອກແຮງງານ.




ທີ່ມາ: SEDTHAKID

No comments

Theme images by compassandcamera. Powered by Blogger.