ອາຫານບຳລຸງສາຍຕາ

ຜັກຫຼາຍຊະນິດເປັນແຫຼ່ງຂອງວິຕາມິນຕ່າງໆ ທີ່ສໍາຄັນກັບດວງຕາເຊັ່ນ: ວິຕາມິນເອ ຊຶ່ງເປັນສ່ວນປະກອບທີ່ສຳຄັນຂອງສານໃນຈໍປະສາດຕາ (ຫຼືເຣຕິນາ) ຊ່ວຍໃຫ້ຈໍປະສາດຕາເຮັດໜ້າທີ່ໃນການເບິ່ງເຫັນໄດ້ເປັນປົກກະຄິ:
ເດັກນ້ອຍ ຫຼືຜູ້ໃຫຍ່ທີ່ຂາດວິຕາມິນເອ ອາດເຮັດໃຫ້ເກີດອາການຕາແຫ້ງຢ່າງຮຸນແຮງ, ອັກເສບທີ່ບໍລິເວນເຫຍືອບຸຕາຂາວ ເຮັດໃຫ້ມີອາການເຄືອງຕາໄດ້ ດັ່ງນັ້ນການຮັບປະທານຍອາຫານຜັກເຊັ່ນ: ແຄຣ໋ອດ, ໝາກອື, ຕຳລືງ ເປັນຕົ້ນເພື່ອໃຫ້ໄດ້ວິຕາມິນພຽງພໍ ກໍ່ເປັນວິທີໜຶ່ງໃນການຊ່ວຍຮັກສາສຸຂະພາບຕາຂອງເຮົາ ໃຫ້ໃຊ້ງານໄດ້ຢ່າງເຕັມທີ່ປະສິດທິພາບ.




ທີ່ມາ: SEDTHAKID

No comments

Theme images by compassandcamera. Powered by Blogger.