ສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ ຈັດງານພົບປະ
ສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ ໄດ້ຈັດງານພົບປະສ້າງສັນ ປະຈຳເດືອນ 9 ປີ 2016 ຂຶ້ນເມື່ອວັນທີ 30 ກັນຍາຜ່ານມານີ້ ທີ່ຮ້ານອາຫານພັດຕະຄານແມ່ຂອງ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສົມພົງ ມົງຄົນວິໄລ ປະທານສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ທອງລຸນ ສີສຸລິດ ກຳມະການກົມການ ເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີບັນດາສະມາຊິກສະມາຄົມ ຜູ້ອາຍຸສູງເຂົ້າຮ່ວມ. ໃນພິທີ, ທ່ານ ສົມພົງ ມົງ ຄົນວິໄລ ໄດ້ກ່າວຕໍ່ກອງປະຊຸມ ວ່າ: ຈຸດປະສົງໃນການຈັດ ງານຄັ້ງນີ້ເພື່ອເປັນການສະ ເຫຼີມສະຫຼອງວັນຜູ້ອາຍຸສູງ ສາກົນ 1 ຕຸລາທີ່ໄດ້ໝູນວຽນ ມາເຖິງນີ້, ພ້ອມທັງເປັນວັນ ລະນຶກສ້າງຕັ້ງສະມາຄົມຜູ້ອາ ຍຸສູງ ນະຄອນຫຼວງວຽງຈັນຄົບ ຮອບ 5 ປີ ການຈັດງານນີ້ຂຶ້ນ ແມ່ນເພື່ອລະນຶກເຖິງວັນສຳ ຄັນດັ່ງກ່າວ ທັງສະແດງໃຫ້ເຫັນ ເຖິງຄວາມເອົາ ໃຈໃສ່ຂອງຂັ້ນ ເທິງທີ່ມີຕໍ່ຜູ້ອາຍຸສູງຍ້ອນພວກ ເຮົາເຫັນຄວາມສຳຄັນຄືດັ່ງ ກ່າວ ຈຶ່ງໄດ້ສ້າງຕັ້ງສະມາຄົມນີ້ ຂຶ້ນມາ ເພື່ອເຕົ້າໂຮມຄວາມສາ ມັກຄີພົບປະກັນເຮັດໃຫ້ມີບັນ ຍາກາດເບີກບານມ່ວນຊື່ນ ຈາກ ເມື່ອກ່ອນມີສະມາຊິກພຽງແຕ່ 10 - 20 ຄົນ ປັດຈຸບັນມີເຖິງ 270 ກວ່າຄົນ. ໃນໂອກາດດຽວກັນນີ້ ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ ກຽດໂອ້ລົມຕໍ່ພິທີ ຊຶ່ງກ່ອນອື່ນ ທ່ານໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສະ ມາຄົມຍາດມາໄດ້ໃນໄລຍະ ທີ່ຜ່ານມາ, ເຖິງແມ່ນສະມາ ຄົມສ້າງຕັ້ງຂຶ້ນມາເປັນ ເວລາ ບໍ່ດົນກໍຕາມ ເພື່ອເຮັດແນວໃດ ໃນຕໍ່ໜ້າຍົກລະດັບສະມາຄົມ ນີ້ໃຫ້ເປັນສະມາຄົມຜູ້ອາຍຸສູງ ແຫ່ງຊາດໃຫ້ມີໝົດທຸກແຂວງ ແລະ ມີການຂະຫຍາຍໄປສູ່ ບັນດາ ເມືອງຍິ່ງເປັນການດີ ເພື່ອເຕົ້າໂຮມຄວາມສາມັກຄີ ເປັນກຳລັງແຮງສ້າງປະໂຫຍດ ໃຫ້ປະເທດຊາດ, ທ່ານນາຍົກ ລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນ ຜົນສຳເລັດຂອງ ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມສຸດຍອດ ອື່ນໆ ທີ່ລາວເຮົາໄດ້ຮັບກຽດ ເປັນເຈົ້າພາບ. ຈາກນັ້ນທ່ານ ນາ ຍົກລັດຖະມົນຕີ ຍັງໄດ້ອວຍ ພອນ ໃຫ້ຜູ້ອາຍຸສູງໝົດທຸກ ທ່ານມີສຸຂະພາບແຂງແຮງ ການ ສ້າງຕັ້ງສະມາຄົມຂຶ້ນມາແມ່ນ ດີ ທີ່ສຸດ ເພື່ອເປັນການເຕົ້າໂຮມ ຄວາມສາມັກຄີຊ່ວຍເຫຼືອຊຶ່ງ ກັນ ແລະ ກັນ, ສ້າງກິດຈະກຳ ຕ່າງໆ ເພື່ອໃຫ້ມີການຜ່ອນ ຄາຍມີບັນຍາກາດເບີກບານ ມ່ວນຊື່ນ, ຂໍໃຫ້ສະມາຄົມຊ່ວຍ ເປັນກະບອກສຽງໃຫ້ແກ່ພັກ - ລັດຖະບານ ອະທິບາຍເຜີຍ ແຜ່ແນວທາງນະໂຍບາຍຂອງ ພັກ-ລັດໃຫ້ແກ່ປະຊາຊົນ, ພະ ນັກງານ, ທະຫານ, ຕຳຫຼວດ ໃຫ້ມີຄວາມເຂົ້າໃຈເປັນອັນ ໜຶ່ງອັນດຽວຕໍ່ພັກ-ລັດຢ່າງແທ້ ຈິງ ຂໍໃຫ້ສະມາ ຄົມມີຄວາມ ເຕີບໃຫຍ່ຂະຫຍາຍຕົວຊ່ວຍ ເຫຼືອສະໜັບສະໜູນຊຶ່ງກັນ ແລະ ກັນ ເພື່ອນຳພາປະເທດ ຊາດສູ່ຄວາມຮຸ່ງເຮືອງສີວິໄລ.
ທີ່ມາ: pasaxon
ທີ່ມາ: pasaxon
No comments