ລັດຖະບານຊຸດໃໝ່! ຢືນຢັນຈະເຮັດໃຫ້ສະພາບການເງິນມີຄວາມຄ່ອງຕົວຂຶ້ນ

ແຕ່ນີ້ຮອດປີ 2020 ລັດ­ຖະ­ບານຊຸດໃໝ່ ໄດ້ຢືນ­ຢັນທີ່ຈະສືບ­ຕໍ່ແກ້ໄຂ ບາງບັນ­ຫາຄົງຄ້າງໃນໄລ­ຍະຜ່ານມາ ເພື່ອເຮັດໃຫ້ສະພາບການເງິນມີຄວາມຄ່ອງຕົວຂຶ້ນ.

ທັງນີ້, ເພື່ອຮັບ­ປະ­ກັນໃຫ້ຂະແໜງການເງິນຂອງປະ­ເທດ ມີການປ່ຽນ­ແປງໃໝ່ຢ່າງ­ຮອບ­ດ້ານ ໂດຍສ້າງໃຫ້ມີຄວາມໂປ່ງໃສ, ແກ້ໄຂປະກົດການຫຍໍ້­ທໍ້ໃນທຸກດ້ານ ແລະ ຫັນໄປສູ່ຄວາມທັນສະໄໝ ຄຽງຄູ່ກັບການຂະ­ຫຍາຍຖານລາຍຮັບໃໝ່ ທີ່ຄວບຄູ່ການຂຸດຄົ້ນແຫຼ່ງລາຍຮັບທີ່ບົ່ມຊ້ອນໃຫ້ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໝັ້ນຄົງ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສ້າງເງື່ອນໄຂໃຫ້ແກ່ການນຳເອົາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020 ໂດຍຕັ້ງເປົ້າຈະເກັບລາຍຮັບໃຫ້ໄດ້ເພີ່ມຂຶ້ນຈາກ 5 ປີຜ່ານມາ ເຖິງ 50%.

ທ່ານ ສົມດີ ດວງດີ ຮອງນາ­ຍົກລັດຖະມົນ­ຕີ, ລັດ­ຖະ­ມົນ­ຕີກະ­ຊວງການເງິນ ໄດ້ສະ­ເໜີທິດທາງແຜນງົບ­ປະ­ມານແຫ່ງລັດ 5 ປີຄັ້ງທີ VIII (2016-2020); ແຜນດັດ­ແກ້ງົບປະມານແຫ່ງລັດ ສົກປີ 2015-2016 ແລະ ແຜນງົບປະມານ 3 ເດືອນໄລຍະຂ້າມຜ່ານ ຕໍ່ກອງປະ­ຊຸມຄັ້ງປະ­ຖົມມະລຶກຂອງສະ­ພາແຫ່ງຊາດຊຸດທີ VIII ວ່າ: ການ­ຈັດ­ຕັ້ງປະບັດງົບປະ­ມານແຫ່ງລັດໃນໄລ­ຍະ 5 ປີ ຜ່ານມາ ໄດ້ດຳ­ເນີນໄປໃນເງື່ອນ­ໄຂທີ່ສະ­ພາບເສດ­ຖະ­ກິດຂອງໂລກ ແລະ ພາກພື້ນບໍ່ທັນຟື້ນໂຕ ແລະ ມີຫຼາຍດ້ານບໍ່ເອື້ອອຳ­ນວຍ, ແຕ່ດ້ວຍການຊີ້ນຳ, ນຳ­ພາຢ່າງໃກ້­ຊິດຂອງກົມການ­ເມືອງສູນກາງພັກ ແລະ ລັດ­ຖະ­ບານ ຈຶ່ງເຮັດໃຫ້ການ­ຈັດ­ຕັ້ງປະ­ຕິ­ບັດ ແຜນງົບ­ປະ­ມານແຫ່ງລັດໄດ້ຮັບໝາກ­ຜົນດີພໍສົມ­ຄວນ, ສາ­ມາດຂຸດຄົ້ນເກັບລາຍຮັບເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຊຶ່ງສາ­ມາດຕອບສະ­ໜອງແຫຼ່ງທຶນຢ່າງພຽງ­ພໍໃຫ້ແກ່ການພັດ­ທະ­ນາ ໂດຍສະເພາະແມ່ນສາ­ມາດແກ້ໄຂໄດ້ລາຍຈ່າຍ ທີ່ເປັນບູລິມະສິດຂອງລັດ­ຖະ­ບານ ເປັນຕົ້ນລາຍຈ່າຍເງິນ­ເດືອນ, ເງິນອຸດໜູນ, ລາຍຈ່າຍຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ­ຫງົບ, ລາຍຈ່າຍຊຳ­ລະໜີ້ສິນຕ່າງ­ປະ­ເທດ, ໜີ້ສິນພາຍໃນ ແລະ ລາຍຈ່າຍອື່ນໆ.



ສຳ­ລັບທິດທາງຂອງແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ VIII ລາຍຮັບລວມແມ່ນຈະສູ້ຊົນສຸດຂີດໃຫ້ໄດ້ ທັງໝົດປະ­ມານ 149,6 ພັນຕື້ກີບ ຢູ່ໃນລະຫວ່າງ 19-20% ຂອງລວມຍອດຜະ­ລິດຕະພັນພາຍໃນ ຫຼື GDP, ທຽບ­ໃສ່ໃນ 5 ປີ ຜ່ານມາເພີ່ມຂຶ້ນ 50%; ລາຍຮັບພາຍໃນແມ່ນຈະສູ້ຊົນປະ­ຕິ­ບັດໃຫ້ໄດ້ປະ­ມານ 131,8 ພັນຕື້ກີບ ເພີ່ມຂຶ້ນ 72% ແລະ ລາຍຈ່າຍສູ້ຊົນປະ­ຕິ­ບັດໃຫ້ໄດ້ປະ­ມານ 176,4 ພັນຕື້ກີບ, ທຽບ­ໃສ່ປະ­ຕິ­ບັດໃນ 5 ປີ ຜ່ານມາ ເພີ່ມຂຶ້ນ 48,7% ແລະ ໃນ 5 ປີຂ້າງໜ້າຈະຄຸ້ມຄອງບໍ່ໃຫ້ເກີນ 25% ຂອງ GDP. ສະເພາະລາຍຈ່າຍເງິນ­ເດືອນຄາດຄະເນປະ­ມານ 60 ພັນຕື້ກວ່າກີບ ກວມ 8% ຂອງ GDP, ທຽບ­ໃສ່ 5 ປີ­ຜ່ານ­ມາ ເພີ່ມຂຶ້ນ 85% ໂດຍເລີ່ມແຕ່ສົກປີ 2017 ເປັນ­ຕົ້ນໄປ ຈະປັບ­ປຸງດັດເພີ່ມສະນີເງິນ­ເດືອນໃຫ້ບໍ່ຫຼຸດອັດ­ຕາການເຕີບໂຕຂອງເສດ­ຖະ­ກິດໃນແຕ່ລະປີ ຫຼື ເພີ່ມດັດສະນີເງິນ­ເດືອນປີລະ 500 ກີບ ກວມເອົາໂດຍສະ­ເລ່ຍ 44,3% ຫຼຸດລົງຈາກ 58% ຂອງລາຍຮັບພາຍໃນ ໃນສົກປີ 2012-2013 ແລະ ໃນໄລ­ຍະ 5 ປີຂ້າງໜ້າຈະຄຸ້ມຄອງບໍ່ໃຫ້ເກີນ 45% ຂອງລາຍຮັບພາຍໃນ ທັງຮັບ­ປະ­ກັນການຂາດດູນບໍ່ໃຫ້ເກີນ 5% ຂອງ GDP ຫຼື ປະ­ມານ 26,8 ພັນຕື້ກີບ, ລື່ນປະ­ຕິ­ບັດໃນ 5 ປີຜ່ານມາ 7,8 ພັນຕື້ກີບ ຫຼື ເທົ່າກັບ 41%.

ສ່ວນການ­ຈັດ­ຕັ້ງປະ­ຕິ­ບັດວຽກງົບປະ­ມານແຫ່ງລັດ 6 ເດືອນທ້າຍປີ 2015-2016 ໂດຍພື້ນ­ຖານການ­ຈັດ­ຕັ້ງປະ­ຕິ­ບັດຕົວເລກຄາດ­ໝາຍສູ້ຊົນ ຈັດເກັບລາຍຮັບໝົດສົກປີ ແມ່ນຈະສາ­ມາດຈັດເກັບລາຍຮັບທັງໝົດໄດ້ພຽງ 23.700 ຕື້ກີບ ເທົ່າກັບ 90,6% ຂອງແຜນ­ການປີ. ດັ່ງ­ນັ້ນ, ອີງຕາມມາດ­ຕາ 46 ແລະ ມາດ­ຕາ 54 ຂອງກົດ­ໝາຍວ່າດ້ວຍງົບ­ປະ­ມານແຫ່ງລັດ ສະ­ບັບປີ 2006 ກໍ­ລະ­ນີຄາດຄະ­ເນການປະ­ຕິ­ບັດລາຍຮັບບໍ່ສາ­ມາດປະ­ຕິບັດໄດ້ຕາມແຜນ­ການ 5% ຂຶ້ນໄປ ກະຊວງການເງິນຕ້ອງສະ­ເໜີຕໍ່ລັດ­ຖະ­ບານ ເພື່ອສະ­ເໜີສະ­ພາແຫ່ງຊາດພິ­ຈາ­ລະ­ນາ ດັດ­ແກ້ແຜນງົບ­ປະ­ມານແຫ່ງລັດ, ດ້ວຍເຫດນັ້ນ ຈຶ່ງສະ­ເໜີສະ­ພາແຫ່ງຊາດ ເພື່ອດັດ­ແກ້ງົບ­ປະ­ມານແຫ່ງລັດ ສົກປີ 2015-2016 ຄື: ພິ­ຈາ­ລະ­ນາດັດ­ແກ້ຫຼຸດແຜນລາຍຮັບງົບ­ປະ­ມານພາຍໃນ ຈຳ­ນວນ 2.459 ຕື້ກີບ ຫຼື ຫຼຸດຈາກ 26.159 ຕື້ກີບມາເປັນ 23.700 ຕື້ກີບ, ສ່ວນພາກລາຍຈ່າຍ: ສະເໜີສະ­ພາແຫ່ງຊາດພິ­ຈາ­ລະ­ນາດັດ­ແກ້ຫຼຸດແຜນລາຍຈ່າຍງົບ­ປະ­ມານ ຈຳ­ນວນ 1.100 ຕື້ກີບ, ໃນນັ້ນ ດັດ­ແກ້ຫຼຸດແຜນງົບ­ປະ­ມານເດືອນ, ເງິນທີ່ຄາດຄະ­ເນບໍ່ໄດ້ນຳໃຊ້ຈຳ­ນວນ 400 ຕື້ກີບ, ຫຼຸດຄັງສະສົມລົງ 200 ຕື້ກີບ ແລະ ຫຼຸດລາຍຈ່າຍລົງ­ທຶນ 500 ຕື້ກີບ ແລະ ດັດ­ແກ້ລາຍຈ່າຍສຳ­ລັບເງິນເກີນແຜນຂອງທ້ອງ­ຖິ່ນ ສົກປີ 2014-2015 ຈໍາ­ນວນ 272 ຕື້ກີບ. ສັງລວມແລ້ວ ແມ່ນຫຼຸດລາຍຈ່າຍລົງຈຳ­ນວນ 828 ຕື້ກີບ ຫຼື ຫຼຸດຈາກ 31.946 ມາເປັນ 31.118 ຕື້ກີບ.

ຕໍ່ກັບແຜນງົບປະມານ 3 ເດືອນໄລຍະຂ້າມຜ່ານ ຂອງທ້າຍປີ 2016 ປ່ຽນສົກງົບປະມານມາເປັນງົບປະມານຕາມປີປະຕິທິນ, ຄາດຄະເນລວມຍອດລາຍຮັບພາຍໃນຈະໄດ້ປະມານ 3.060 ຕື້ກີບ ສ່ວນດ້ານລາຍຈ່າຍໃນໄລຍະ 3 ເດືອນຂ້າມຜ່ານນີ້ມີຈໍານວນທັງໝົດ 3.560 ຕື້ກີບ, ໃນນີ້ ລາຍຈ່າຍບໍລິຫານປົກກະຕິ 2.750 ຕື້ກີບ ແລະ ລາຍຈ່າຍໜີ້ສິນພາຍໃນ ແລະ ຕ່າງປະເທດ 810 ຕື້ກີບ.

ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ VIII (2016-2020) ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ: ພວກເຮົາຕ້ອງເອົາໃຈໃສ່ປະຕິບັດບັນດາມາດຕະການດ້ານການເງິນທີ່ສຳຄັນ ເປັນຕົ້ນແມ່ນປັບປຸງການສ້າງແຜນງົບປະມານແຫ່ງລັດຢ່າງມີວິທະຍາສາດ, ໂດຍເລີ່ມຈາກການຄົ້ນຄວ້າວິໄຈຂໍ້ມູນຢ່າງລະອຽດຖີ່ຖ້ວນ ແລະ ຊັດເຈນ ເພື່ອຄົ້ນຄວ້າວິໄຈແຫຼ່ງລາຍຮັບງົບປະມານໃຫ້ຖືກຕ້ອງ; ການສ້າງແຜນງົບປະມານຕ້ອງສອດຄ່ອງກັບແນວທາງຂອງພັກ, ນະໂຍບາຍຂອງລັດ, ຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ທີ່ສຳຄັນຕ້ອງຄຳນຶງເຖິງຄວາມສ່ຽງ ແລະ ການປ່ຽນແປງທີ່ອາດເກີດຂຶ້ນໃນອະນາຄົດ; ຍົກສູງຄວາມຮັບຜິດຊອບຂອງບັນດາຂະແໜງການ ແລະ ທ້ອງຖິ່ນໃນການສ້າງ ແລະ ປະຕິບັດແຜນງົບປະມານບົນຫຼັກການລວມສູນງົບປະມານແຫ່ງລັດ. ປັບປຸງການຄຸ້ມຄອງຂະແໜງການເງິນສູ່ທັນສະໄໝ ແລະ ມີປະສິດທິຜົນ, ໂດຍສືບຕໍ່ພັດທະນາໃຫ້ເປັນລະບົບຄົບຊຸດ ແລະ ລວມສູນ ດ້ວຍການລົງທຶນໃສ່ການພັດທະນາພື້ນຖານໂຄງລ່າງ, ລະບົບໂປຼແກມ, ບຸກຄະລະກອນ ທັງປະລິມານ ແລະ ຄຸນນະພາບ ເຮັດໃຫ້ການປະຕິບັດລາຍຮັບ-ລາຍຈ່າຍມີຄວາມໂປ່ງໃສ, ສະດວກວ່ອງໄວ, ສາມາດກວດກາໄດ້ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ; ປະຕິບັດວິໄນການເງິນຢ່າງຮັດກຸມເພື່ອຄຸ້ມຄອງລາຍຈ່າຍໃຫ້ເປັນໄປຕາມກອບແຜນການທີ່ສະພາແຫ່ງຊາດຮັບຮອງ, ຍົກສູງປະສິດທິພາບການລົງທຶນຂອງລັດ ດ້ວຍການສ້າງກົນໄກຕິດຕາມ, ຄຸ້ມຄອງການຈັດຊື້-ຈັດຈ້າງ, ການກໍ່ສ້າງ ແລະ ສ້ອມແປງດ້ວຍທຶນຂອງລັດ ແລະ ແກ້ໄຂໜີ້ສິນຄຸມເຄືອໃຫ້ຫຼຸດລົງເປັນບາດກ້າວ. ພັດທະນາວຽກງານຄຸ້ມຄອງລວມສູນງົບປະມານ, ພັດທະນາຂະແໜງການເງິນທ້ອງຖິ່ນຕາມສາຍຕັ້ງ ແລະ ທິດສາມສ້າງ ໂດຍສະເພາະແມ່ນ 3 ຂະແໜງການ (ພາສີ, ສ່ວຍສາອາກອນ ແລະ ຄັງເງິນແຫ່ງຊາດ) ເພື່ອເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານຄົບຖ້ວນ, ມີປະສິດທິຜົນ, ການບໍລິຫານແຫຼ່ງເງິນຂອງລັດ ເຂົ້າລວມສູນຢູ່ຄັງເງິນແຫ່ງຊາດ; ປັບປຸງການແບ່ງຄວາມຮັບຜິດຊອບ ຄຸ້ມຄອງລາຍຮັບ-ລາຍຈ່າຍ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ລະອຽດຈະແຈ້ງ ແລະ ຖືກຕ້ອງຕາມທິດ 3 ສ້າງ; ປັບປຸງກົນໄກການພົວພັນການເງິນ-ງົບປະມານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ເຊື່ອມຈອດກັນ ເພື່ອອັດຊ່ອງວ່າງການຮົ່ວໄຫຼດ້ານລາຍຮັບ-ລາຍຈ່າຍ. ພັດທະນາ ແລະ ປັບປຸງນິຕິກຳດ້ານການເງິນໃຫ້ເປັນລະບົບຄົບຊຸດ; ສ້າງການປະສານສົມທົບລະຫວ່າງຂະແໜງການເສດຖະກິດໃນລະດັບມະຫາພາກ; ປັບປຸງການຕິດຕາມກວດກາໃນການປະຕິບັດແຜນງົບປະມານແຫ່ງລັດຂອງບັນດາຫົວໜ່ວຍງົບປະມານທຸກຂັ້ນໃຫ້ເປັນປົກກະຕິ ແລະ ທົ່ວເຖິງ ເພື່ອຫັນການຄຸ້ມຄອງງົບປະມານເຂົ້າສູ່ລະບຽບການ, ປະຢັດ, ສະສົມທຶນຕິດພັນກັບຄຸ້ມຄອງລາຍຈ່າຍລົງທຶນກໍ່ສ້າງພື້ນຖານໂຄງລ່າງຢ່າງເຂັ້ມງວດ.

ທັງໝົດນັ້ນ, ແມ່ນທິດທາງແຜນການ, ຄາດໝາຍໃຫຍ່ສູ້ຊົນ ແລະ ມາດຕະການຈັດຕັ້ງປະຕິບັດດ້ານການເງິນ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງລາຍຮັບ-ລາຍຈ່າຍ ງົບປະມານແຫ່ງລັດໄປສູ່ລະບົບທີ່ຄົບຊຸດ, ທັນສະໄໝ, ໂປ່ງໃສ, ເຂັ້ມງວດ, ສາມາດກວດສອບໄດ້, ຖືກຕ້ອງຕາມລະບຽບກົດໝາຍ ແລະ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ. ທັງນີ້, ກໍ່ເພື່ອແນໃສ່ຫຼຸດຜ່ອນຊ່ອງຫວ່າງ ໃນການສວຍໃຊ້, ຈຳກັດການຮົ່ວໄຫຼ, ສາມາດແກ້ໄຂໄດ້ປະກົດການຫຍໍ້ທໍ້ຕ່າງໆ ທີ່ສຳຄັນແມ່ນເຮັດໃຫ້ການປະຕິບັດແຜນລາຍຮັບບັນລຸຜົນສຳເລັດ, ສາມາດຕອບສະໜອງການປະຕິບັດແຜນລາຍຈ່າຍໄດ້ຢ່າງຂາດຕົວ ແລະ ກາຍເປັນເງື່ອນໄຂເອື້ອອຳນວຍໃຫ້ແກ່ການພັດທະນາວຽກງານຮອບດ້ານຂອງປະເທດໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ກ້າວໄປສູ່ຄວາມຈະເລີນສີວິໄລຢ່າງບໍ່ຢຸດຢັ້ງ.

No comments

Theme images by compassandcamera. Powered by Blogger.