ບໍລິສັດເທີນ-ຫີນບູນພາວເວີ ຈຳກັດ ມອບບໍ່ບຳບັດ ສິ່ງເສດເຫລືອໃຫ້ອຳນາດການປົກຄອງເມືອງຄູນຄຳ

ເມື່ອທ້າຍເດືອນກັນຍາຜ່ານມານີ້, ບໍລິສັດ ເທີນຫີນບູນ ພາວເວີ ຈຳກັດ (THPC), ໄດ້ມອບບໍບຳບັດສິ່ງເສດເຫລືອໃຫ້ແກ່ອຳນາດການປົກຄອງເມືອງຄູນ ແຂວງຄຳມ່ວນ ເຊິ່ງແມ່ນພັນທະໜຶ່ງໃນການພັດທະນາຊຸມຊົນ ແລະ ປົກປັກຮັກສາສິ່ງແວດລ້ອມຂອງບໍລິສັດດັ່ງກ່າວ.
ບໍ່ບຳບັດດັ່ງກ່າວໄດ້ກໍ່ສ້າງຢູ່ໃນເນື້ອທີ່ດິນສາທາລະນະທີ່ເຊົ່າໂດຍ THPC ໃນປີ 2009 ດ້ວຍສອງຈຸດປະສົງຄື: ເພື່ອຮອງຮັບຂີ້ເຫຍື້ອຈາກການກໍ່ສ້າງໂຄງການເທີນຫີນບູນພາກຂະຫຍາຍ ແລະ ເພື່ອຮອງຮັບຈຳນວນຂີ້ເຫຍື້ອທີ່ເພີ່ມຂຶ້ນໃນເມືອງຄູນຄຳ ແລະ ບ້ານໃກ້ຄຽງ.

ໂຄງການເທີນຫີນບູນ ພາກຂະຫຍາຍໄດ້ສຳເລັດໃນທ້າຍປີ 2012 ແລະ ນັບຕັ້ງແຕ່ນັ້ນເປັນ ຕົ້ນມາ THPC ໄດ້ຄຸ້ມຄອງບໍ່ບຳບັດດັ່ງກ່າວ ເພື່ອໃຫ້ສາທາລະນະນຳໃຊ້, ດ້ວຍການສ້າງຕັ້ງໂຄງ ການນຳມາໃຊ້ຄືນ (Recycling Project) ແລະ ຝຶກອົບຮົມວິທີການນຳໃຊ້ບໍ່ບຳບັດໃຫ້ພະນັກງານທ້ອງຖິ່ນ, ສິ່ງເສດເຫລືອອັນຕະລາຍໃດໆທີ່ເກີດຈາກການດຳເນີນງານຂອງ THPC ເຊັ່ນນ້ຳມັນເຄື່ອງ ຫລື ໝໍ້ໄຟແມ່ນຖືກແຍກເກັບມ້ຽນໄວ້ຕ່າງຫາກຈາກບໍ່ບຳບັດ ຫລື ຖືກສົ່ງໃຫ້ພາກສ່ວນທີ່ມີຄວາມຊ່ຽວຊານສະເພາະເພື່ອເອົາໄປນຳໃຊ້ ຫລື ທຳລາຢ່າງປອດໄພ.

ທ່ານຫົວໜ້າອາວຸໂສດ້ານສິ່ງແວດລ້ອມ ແລະ ງົບປະມານໃຫ້ຮູ້ວ່າ: ສິ່ງອຳນວຍຄວາມສະ ດວກດັ່ງກ່າວໄດ້ຖືກອອກແບບຕາມມາດຕະຖານສາກົນ ແລະ ໃຊ້ງົບປະມານໃນການກໍ່ສ້າງປະມານ 150.000 ໂດລາສະຫະລັດ. ບໍ່ບຳບັດນັ້ນຖືກວາງດ້ວຍ Geotextiles ເພື່ອຫລຸດຜ່ານການຮົ່ວຊຶມສານມົນລະພິດສູ່ສິ່ງແວດລ້ອມ ແລະ ພ້ອມທັງຕິດຕັ້ງອຸປະກອນໃສ່ໜອງເພື່ອເກັບກັກ ແລະ ບຳບັດນ້ຳທີ່ໄຫລອອກມາຈາກຂອບເຂດນັ້ນ ຂຸມບໍ່ບຳບັດດັ່ງກ່າວສາມາດຮອງຮັບຂີ້ເຫຍື້ອໄດ້ອີກຫລາຍປີ ຂຶ້ນກັບຈຳນວນຂີ້ເຫຍື້ອທີ່ຖືກນຳມາໃຊ້ຄືນວ່າມີຫລາຍປານໃດ.




ທີ່ມາ: LAOPHATTHANA

No comments

Theme images by compassandcamera. Powered by Blogger.