ກວຕ ສະຫລຸບການ ເຄື່ອນໄຫວວຽກງານ ວິທະຍາສາດ-ເຕັກໂນໂລຊີ ທົ່ວປະເທດ

ຂປລ. ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​(ກວຕ) ໄດ້​ຈັດ​ກອງ​ປະຊຸມ​ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ທົ່ວ​ປະ​ເທດ ຄັ້ງ​ທີ II ​ໃນ​ວັນ​ທີ 11-13 ຕຸລາ 2016 ຢູ່​ນະຄອນຫລວງ​ວຽງ​ຈັນ, ເພື່ອ​ສະຫລຸບ​ຕີ​ລາຄາ​ ​ການ​ເຄື່ອນ​ໄຫວ​ວຽກ​ງານ ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ທົ່ວ​ປະ​ເທດ ​ໃນ​ໄລຍະ​ຜ່ານ​ມາ​ ​ແລະ ກຳນົດ​ທິດ​ທາງ ການ​ເຄື່ອນ​ໄຫວ​ວຽກ​ງານ ​ໃນ​ຕໍ່ໜ້າ ໂດຍ​ມີ​ທ່ານ ບໍ່​ວຽງ​ຄຳ ວົງ​ດາລາ ລັດຖະມົນຕີ​ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ບັນດາ​ຮອງ​ລັດຖະມົນຕີ, ຜູ້​ຊີ້​ນຳ​ວຽກ​ງານ ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ຈາກ​ບັນດາ​ແຂວງ, ນະຄອນຫລວງ ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

​ໂອກາດ​ດັ່ງກ່າວ, ທ່ານ ບໍ່​ວຽງ​ຄຳ ວົງ​ດາລາ ກ່າວ​ວ່າ: ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້, ​ໄດ້​ສະຫລຸບ​ຕີ​ລາຄາ​ ຖອດ​ຖອນ​ບົດຮຽນ ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ສັງ​ເກດ​ຕີ​ລາຄາ​ສະພາບ​ ຄວາມ​ເປັນ​ຈິງ ​ຂອງ​ວຽກງານ​ການ​ຄຸ້ມ​ຄອງ​ ໃນ​ຂົງ​ເຂດ​ວຽກ​ງານ ​ວິທະຍາສາ​ດ-​ເຕັກ​ໂນ​ໂລ​ຊີ ຂອງ ສປປ ລາ​ວ ທີ່​ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ, ທັງ​ເປັນ​ການ​ໂຄສະນາ​ເຜີຍ​ແຜ່ ​ໃຫ້​ສັງຄົມຮັບ​ຮູ້, ​ເຂົ້າ​ໃຈ ​ແລະ ​ເປັນ​ເອກະ​ພາບ ຕໍ່​ການ​ເຄື່ອນ​ໄຫວ​ວຽກ​ງານ ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແນ​ໃສ່​ປະກອບ ​ໃນ​ການ​ຄຸ້ມ​ຄອງ​ສັງຄົມ​ ໃຫ້​ມີ​ຄວາມ​ຍຸຕິ​ທຳ, ​ນຳ​ໃຊ້​ວຽກ​ງານ ​ວິທະຍາສາດ ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ ​ປະ​ເທດຊາດ ​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ ​ສະຖານະ​ພາບ​ ຄວາມ​ດ້ອຍ​ພັດທະນາ ກໍ​ຄື​ ການ​​ແກ້​ໄຂ​ລົບ​ລ້າງ​ ຄວາມທຸກ​ຍາກ​ຂອງ​ປະຊາຊົນ ​ບັນດາ​ເຜົ່າ, ພ້ອມ​ນັ້ນ, ຍັງ​ຈະ​ໄດ້​ພ້ອມ​ກັນ ກຳນົດທິດ​ທາງ ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ໃນ​ຕໍ່ໜ້າ ​ເພື່ອ​ຮອງ​ຮັບ​ ໜ້າ​ທີ່​ການ​ເມືອງ ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ​ເປັນ​ເຈົ້າ​ການ ​ໃນ​ການ​ເຊື່ອມ​ໂຍງ, ຮ່ວມ​ມື​ກັບ​ຕ່າງປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ ໃນ​ພາກ​ພື້ນ ​ແລະ ສາກົນ ຕາມ​ແນວທາງ ນະ​ໂຍບາຍ​ຂອງ​ພັກ-ລັດ.



ທີ່ມາ: KPL

No comments

Theme images by compassandcamera. Powered by Blogger.