ແຂວງວຽງຈັນມອບສູນຮ່ວມມືວຽງຈັນ-ຮາຍ ເຢືອງໄປຂຶ້ນກັບພະແນກກະສິກຳ-ປ່າໄມ້ແຂວງ
ຂປລ. ທ່ານ ສຸກັນ ວິໄລຣັດ ຫົວໜ້າພະແນກແຜນການ-ການລົງທຶນແຂວງຽງຈັນໄດ້ມອບ-ໂອນ ສູນຮ່ວມມືວຽງຈັນ-ຮາຍເຢືອງພ້ອມດ້ວຍກິດຈະການຕ່າງໆພາຍໃນສູນດ່ັ່ງກ່າວ ໄປຂຶ້ນກັບພະແນກກະສິກຳແລະປ່າໄມ້ແຂວງວຽງຈັນໂດຍແມ່ນທ່ານ ພູວົງ ບຸນຊູຫົວໜ້າພະແນກດັ່ງກ່າວເປັນຜູ້ຮັບ ໂດຍມີຜົນສັກສິດນັບແຕ່ວັນທີ29ກັນຍາເຊິ່ງເປັນມື້ມອບຢ່າງເປັນທາງການເປັນຕົ້ນໄປ ໂດຍມີທ່ານນ.ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງໆວຽງຈັນເຂົ້າຮ່ວມເປັນພະຍານ.
ທີ່ມາ: kpl
ທີ່ມາ: kpl
No comments