ຂົງເຂດອຸດສາຫະກຳ ຂະຫຍາຍຕົວ ລື່ນແຜນການ 0,3%
ຂປລ. ປັດຈຸບັນ ຂົງເຂດອຸດສາຫະກຳ ໄດ້ຂະຫຍາຍຕົວ ລື່ນແຜນການປີ 0,3% ຈາກ 8,7%(ແຜນການປີ 2016) ເພີ່ມຂຶ້ນເປັນ 9% ໃນໄລຍະ 9 ເດືອນສົກປີ 2015-2016 ກວມເອົາເກືອບ 29% ຂອງ GDP.
ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ເປີດເຜີຍເມື່ອບໍ່ດົນນີ້ວ່າ: ສາເຫດທີ່ເຮັດໃຫ້ ຂົງເຂດດັ່ງກ່າວ ຂະຫຍາຍຕົວເພີ່ມຂຶ້ນ ຍ້ອນວ່າ ເຂື່ອນຈຳນວນໜຶ່ງໄດ້ສຳເລັດ ການກໍ່ສ້າງ ແລະ ດຳເນີນການຜະລິດ ເປັນຕົ້ນໂຮງໄຟຟ້າຖ່ານຫີນ ຫົງສາລິກໄນ (1.878MW), ນ້ຳຄານ 2 (130MW), ນ້ຳງຽບ 2 (180MW), ຫ້ວຍລຳພັນໃຫຍ່ (88MW), ນ້ຳອູ 2, 5, 6 (540MW) ແລະ ເຂື່ອນຂະໜາດກາງ ອີກຈຳນວນໜຶ່ງ.
ສຳລັບ ປີ 2017 ທີ່ຈະຖິງນີ້, ຄາດວ່າຂົງເຂດ ອຸດສາຫະກຳ ຈະຂະຫຍາຍຕົວ ປະມານ 8,5% ກວມເອົາ 29,6 ຂອງ GDP ໂດຍຈະໄດ້ເອົາໃຈໃສ່ ເພີ່ມທະວີ ຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນ ທີ່ແຜນກຳນົດໄວ້ ເປັນຕົ້ນແມ່ນ ການຮັກສາສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ, ສືບຕໍ່ຈັດຕັ້ງປະຕິບັດ ບັນດາໂຄງການລົງທຶນ ຂອງລັດ ຢ່າງມີປະສິດທິພາບ, ປະສິດທິຜົນ, ຍົກສູງປະສິດທິຜົນ ຂອງການນຳໃຊ້ທຶນ ໂດຍການປະຕິບັດ ລະບຽບກົດໝາຍ, ວິໄນແຜນການ-ການເງິນ ຢ່າງເຂັ້ມງວດ ທັງນີ້ ເພື່ອປະກອບສ່ວນເຮັດໃຫ້ ລວມຍອດຜະລິດຕະພັນ ພາຍໃນ GDP ເພີ່ມຂຶ້ນບໍ່ຫລຸດ 7,5% ./.
ເນື້ອໃນ: ຂປລ
ທີ່ມາ: kpl

No comments