ໂຮງງານຊີມັງວັງວຽງຫລັງທີ I ກຽມຢຸດການຜະລິດຍ້ອນມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ
ລັດຖະບານກຽມຢຸດການຜະລິດຊີມັງໃນໂຮງງານຜະລິດຊີມັງຫລັງທີ I ຢູ່ເມືອງວັງວຽງ ແຂວງວຽງຈັນ ພາຍຫລັງເຫັນວ່າໂຮງງານຊີມັງຫລັງດັ່ງກ່າວບໍ່ຮັບປະກັນຄວາມປອດໄພດ້ານສິ່ງແວດລ້ອມ ແລະ ສັງຄົມ ຍ້ອນມີອາຍຸການນຳໃຊ້ມາດົນແລ້ວ.
ບັນຫາດັ່ງກ່າວຖືກເປີດເຜີຍໂດຍທ່ານ ຈັນທະວິໄລ ໄຊຍະລາດ ຫົວໜ້າຫ້ອງການບໍລິຫານບໍລິສັດຊີມັງລາວຈຳກັດ ເມື່ອບໍ່ດົນນີ້ວ່າ: ໂຮງງານແຫ່ງນີ້ແມ່ນໜຶ່ງໃນໂຮງງານຊີມັງ 3 ແຫ່ງທີ່ນັກລົງທຶນ ສປ ຈີນ ເຂົ້າມາລົງທຶນສ້າງຕັ້ງຢູ່ເມືອງວັງວຽງ ແຕ່ປີ 1995, ມາຮອດປັດຈຸບັນ ໂຮງງານຫລັງດັ່ງກ່າວມີສະພາບເກົ່າແກ່ຊຸດໂຊມ ແລະ ບໍ່ຮັບປະກັນທາງດ້ານມາດຕະຖານເຕັກນິກຄວາມປອດໄພຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຄືມີລະອອງຝຸ່ນອອກຈາກໂຮງງານໃນປະລິມານຫລາຍ, ມີຄວາມຮ້ອນ, ສຽງດັງ ແລະ ອື່ນໆ. ສະນັ້ນ ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ຢຸດການຜະລິດຂອງໂຮງງານແຫ່ງນີ້ແລ້ວຈະຜະລິດແຕ່ສອງ
ໂຮງງານທີ່ມີລະບົບປ້ອງກັນຄວາມປອດໄພສູງ ແລະ ມີເຄື່ອງຈັກທີ່ທັນສະໄໝ, ສ່ວນບັນຫາລະເບີດຫີນເພື່ອເອົາວັດຖຸດິບມາປ້ອນໂຮງງານໃນຜ່ານມາ ເຊິ່ງເຫັນວ່າມີຜົນກະທົບຕໍ່ເຮືອນຊານບ້ານຊ່ອງ ແລະ ສຸຂະພາບຂອງປະຊາຊົນແມ່ນບໍລິສັດໄດ້ແກ້ໄຂດ້ວຍການຈ່າຍຊົດເຊີຍ ແລະ ຍົກຍ້າຍຈັດສັນອອກຈາກເຂດດັ່ງກ່າວແລ້ວ ເພື່ອຫລຸດຜ່ອນຈາກຜົນກະທົບຕ່າງໆທີ່ອາດຈະເກີດຂຶ້ນ.
ທີ່ມາ: laophatthananews

No comments