ເຊວຊີ ເສຍຄາບ້ານໃຫ້ກັບ ລີເວີພູ 1=2 ຢ່າງນ່າເສຍດາຍ!

ບານພຣີເມຍລີກຂອງອັງກິດເຕະໃນຕອນເຊົ້າວັນທີ 17/9/2016 ຕາມເວລາໃນບ້ານເຮົາ ນັດທີ 5 ສິງໂຕຟ້າຄຣາມ (ເຊວຊີ) ເປີດບ້ານພົບກັບ ຫົງແດງ (ລີເວີພູ) ຖືວ່າເປັນຄູ່ໃຫຍ່ທີ່ຄົບກັນໃນອາທິດນີ້ ແລະ ຈະວັດກັດດ້ວຍສັກສີ, ຝີຕີນ ວ່າທີມໃດສີແຂງແກ່ນກວ່າ. ພາຍຫຼັງທີ່ແຂ່ງຂັນຮອດນາທີ ທີ່ 17 ລີເວີພູ ກໍ່ຍິງປະຕູຂຶ້ນນຳກ່ອນ 1 ລູກ ຈາກການຍິງຂອງ ລ໊ອບເລນ ແລະ ໄດ້ປະຕູທີ 2 ຈາກການຍິງນອກເຂດໂທດຂອງ ຮັນເດີຊັນ ຈົບເຄິ່ງເວລາທຳອິດ ເຊວຊີ 0=2 ລີເວີພູ. ມາເຄິ່ງເວລາທີສອງ ເຊວຊີເຮັດໄດ້ດີກວ່າ ແລະ ໄດ້ບານຫຼາຍຂຶ້ນຈົນສາມາດເຈາະປະຕູຂອງລີເວີພູ ໄດ້ໃນນາທີ 62 ດ້ວຍການຍິງຂອງ ດີໂກ ຄອສຕ້າ ກອງໜ້າຈອມເກົາ. ເຮັດໃຫ້ຈົບເວລາຂອງການແຂ່ງຂັນ 90 ນາທີ ເຊວຊີ 1=2 ລີເວີພູ ຢ່າງນ່າເສຍດາຍ. ເກມການແຂ່ງແມ່ນດຸເດືອດ ແລະ ສະໜຸກສະໜານ.

No comments

Theme images by compassandcamera. Powered by Blogger.