ຊຽງ​ຂວາງ ເປີດ​ນຳ​ໃຊ້​ສູນ​ໂບ​ລິ້ງ​ຮອງ​ຮັບ​ກີ­ລາ​ແຫ່ງ​ຊາດ

ພິ­ທີ​ເປີດ​ການ​ນຳ​ໃຊ້​ສູນ​ໂບ​ລິ້ງ​ແຫ່ງ​ທຳ​ອິດ​ຂອງ​ແຂວງ​ຊຽງ​ຂວາງ ເພື່ອ​ຮອງ​ຮັບ​ງານ​ມະ​ຫະ​ກຳ​ກີ­ລາ​ແຫ່ງ​ຊາດ ຄັ້ງ​ທີ 11 ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ສິງ­ຫາ 2016 ທີ່​ສູນ​ໂບ​ລິ້ງ​ຂອງ​ແຂວງ ມີ​ທ່ານ ສົມ​ກົດ ມັງ​ໜໍ່​ເມກ ເຈົ້າ­ແຂວງ​ຊຽງ​ຂວາງ ທ່ານ ທອງຜີວ ສີ​ປັນ­ຍາ ຮອງ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ​ແຂວງ​ຊຽງ​ຂວາງ ມີ​ບັນ­ດາ​ຄະ­ນະ​ນຳ​ຂັ້ນ​ແຂວງ ຜູ້­ຕາງ­ໜ້າຈາກ​ພະ­ແນກ­ການ ກົມ​ກອງ​ອ້ອມ​ຂ້າງ​ແຂວງ ນັກ­ທຸ­ລະ­ກິດ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ ວໍ­ລະ​ເດດ ດາ­ລາ​ວົງ ຜູ້­ຕາງ­ໜ້າ​ໃຫ້​ຜູ້​ປະ­ກອບ​ການ​ສູນໂບ​ລິ້ງ​ແຂວງ​ຊຽງ​ຂວາງ ໄດ້​ຂຶ້ນ​ກ່າວ​ລາຍ​ງານ​ຜົນ­ສຳ­ເລັດການ​ກໍ່­ສ້າງ​ວ່າ: ສູນ​ໂບ​ລິ້ງ​ແຫ່ງ​ດັ່ງ­ກ່າວ​ມີ​ສະ­ຖານ­ທີ່​ຕັ້ງ​ຢູ່​ສູນ​ຊາວ​ໜຸ່ມ​ ໃກ້​ກັບ​ສະ­ໜາມ​ກີ­ລາ​ດອກ​ປີກ​ໄກ່​ແຂວງ ຕັ້ງ​ຢູ່ບ້ານ​ໂພນ​ມີ​ໄຊ ເມືອງ​ແປກ ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ມາ​ແຕ່​ວັນ​ທີ 4 ຕຸ­ລາ 2015 ໂດຍ​ແມ່ນ​ທຶນ​ສ່ວນ​ຕົວ​ຂອງ​ທ່ານນາງ ຢ່າງ​ລີ ຜູ້​ປະ­ກອບ​ການ​ສຳປະ­ທານ​ເປັນ ເວ­ລາ 30 ປີ ໂຄງ​ສ້າງ​ອາ­ຄານ​ດັ່ງ­ກ່າວ​ເປັນ​ອາ­ຄານ​ຖາ­ວອນ​ຊັ້ນ​ດຽວ​ ຂະ­ໜາດ 30x40 ແມັດ ໄດ້​ຖືກ​ຕົບ­ແຕ່ງ​ອອກແບບ​ມາ​ໂດຍມີ​ອຸ­ປະກອນ​ຮັບ​ໃຊ້​ຄົບ​ຊຸດຕາມ​ມາດ­ຕະ­ຖານ​ສາ­ກົນ ຂ້າງ​ໃນ​ມີ​ຫ້ອງຫຼິ້ນ​ກີ­ລາ​ໂບ​ລິ້ງ ຫ້ອງ​ອອກ­ກຳ­ລັງ​ກາຍ (ຟິ​ສ​ເນັດ) ຫ້ອງ​ພັກ­ຜ່ອນ ຫ້ອງ​ຄົວ ແລະ ຫ້ອງ​ອາ­ຫານ ສ່ວນ​ສະ­ພາບ​ແວດ​ລ້ອມຂ້າງນອກ ມີ​ສະ­ຖານ­ທີ່​ຈອດ​ລົດ​ກວ້າງ­ຂວາງ ສະ­ອາດ​ສວຍ​ງາມ ລວມ​ມູນ​ຄ່າ​ການ​ກໍ່­ສ້າງ​ທັງ​ໝົດ 6,4 ຕື້​ກີບ ນັບ​ທັງ​ຕິດຕັ້ງ​ອຸ­ປະ­ກອນ​ທັງ​ໝົດ​ໃຊ້​ເວ­ລາ​ການ​ກໍ່­ສ້າງ 300 ວັນ ມາ​ຮອດ​ວັນ​ທີ 25 ສິງ­ຫາ 2016 ການ​ກໍ່­ສ້າງ​ໄດ້​ສຳ­ເລັດ ແລະ ເປີດນຳ​ໃຊ້​ເປັນ​ທາງ​ການ.

ສຳ­ລັບ​ສູນ​ໂບ​ລິ້ງ​ແຫ່ງ​ນີ້​ເປັນ​ແຫ່ງ​ທຳ​ອິດ​ຂອງ​ແຂວງ​ຊຽງ​ຂວາງ ຫຼັງ​ຈາກ​ເປີດ​ນຳ​ໃຊ້​ເປັນ​ທາງ​ການແລ້ວ ຈະ​ຖືກ​ນຳ​ໃຊ້ເຂົ້າ​ເປັນ​ສະໜາມ​ແຂ່ງ­ຂັນ​ກີ­ລາ​ໂບ​ລິ້ງ​ຂອງ​ແຂວງ ໃນ​ງານ​ມະ​ຫະ​ກຳ​ກີ­ລາ​ແຫ່ງ​ຊາດ ຄັ້ງ​ທີ 11 ທີ່​ແຂວງ​ຊຽງ​ຂວາງ ຮັບກຽດ​ເປັນ​ເຈົ້າ­ພາບ ໃນ​ຕົ້ນ​ປີ 2018 ພ້ອມ​ທັງ​ເປັນ​ສະ­ຖານ­ທີ່​ເກັບ​ຕົວ​ເຝິກ­ຊ້ອມ​ນັກ­ກີ­ລາໂບ​ລິ້ງ​ແຂວງ​ຊຽງ​ຂວາງ​ນຳ​ອີກ ນອກ​ນັ້ນ​ຍັງ​ເປັນ​ສະ­ຖານ­ທີ່​ອອກ­ກຳ­ລັງ​ກາຍ​ຂອງ​ພໍ່​ແມ່​ປະ­ຊາ­ຊົນ​ພາຍ​ໃນ​ເທດ­ສະ­ບານ​ແຂວງ ກໍ່​ຄື​ບັນ­ດາ​ແຂກ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ທີ່​ມັກ​ການ​ອອກ­ກຳ­ລັງ​ກາຍ.

3 comments:

  1. ຄູນວິໄລSeptember 13, 2016 at 3:42 AM

    ຄັກໆ

    ReplyDelete
  2. русская рулетка играть бесплатно
    автоматы игровые поиграть онлайн
    ska4at besplatnie igri poker
    jykfqy buhs d fnjvfns
    казино демо с призами
    poker онлайн покер
    russian poker free casino game
    автоматы игровые бесплатно
    как за деньги
    игра в покер бесплатно без регистраций играть
    rfpbyj jykfqy\
    online игра в казино
    автоматы c множеством бонусных игр онлайн бесплатно
    igrac oliayn kazino http://www.seacaef.org/online-casino-vulnak-avtomati/

    ReplyDelete
  3. Camila ameiiii vídeo, eu acho que tenho que estrear a
    preencher minha sobrancelha kkkkk. http://anunciosgratisbr.com.br/feed/?post_type=ad_listing

    ReplyDelete

Theme images by compassandcamera. Powered by Blogger.