ລາວສົ່ງມອບຄົນໄທເຂົ້າເມືອງຜິດກົດໝາຍກັບຄືນປະເທດ

ເຈົ້າໜ້າທີ່ ປກສ ເມືອງປາກລາຍ, ແຂວງໄຊຍະບູລີ, ໄດ້ສົ່ງມອບທ້າວ ສັນນິລັນ ຈັນໂສ ອາຍຸ 28 ປີສັນຊາດໄທ, ຢູ່ບ້ານນໍ້າແພ, ເມືອງບ້ານໂຄກ, ຈັງຫວັດອຸດຕະຣະດິດ ຣາຊະອານາຈັກໄທ ຄືນໃຫ້ເຈົ້າໜ້າທີ່ເອົາຕົວກັບປະເທດ, ພາຍຫລັງຜູ້ກ່ຽວໄດ້ຖືກເຈົ້າໜ້າທີ່ ປກສ ເມືອງປາກລາຍຈັບຕົວເມື່ອຕົ້ນເດືອນກັນຍານີ້ໃນຂໍ້ຫາເຂົ້າເມືອງຜິດກົດໝາຍ.
ເຈົ້າໜ້າທີ່ ປກສ ເມືອງປາກລາຍ ໃຫ້ຮູ້ວ່າ: ທ້າວ ສັນນິລັນ ຖືກເຈົ້າໜ້າທີ່ໜ່ວຍລາດຕະເວນຈັບຕົວໄດ້ເມື່ອວັນທີ 2 ກັນຍາຜ່ານມາ, ໃນຂະນະໃຊ້ຈັກສະຕີນເຄື່ອນໄຫວຕັດໄມ້ລ່ວງລໍ້າເຂົ້າມາໃນດິນຂອງ ສປປ ລາວ ຢູ່ເຂດບ້ານຜາແກ້ວ, ເມືອງປາກລາຍ, ແຂວງໄຊຍະບູລີ ຈຶ່ງໄດ້ຢຶດຂອງກາງຈັກສະຕິນໜຶ່ງ
ເຄື່ອງ ແລະ ເອົາຕົວມາສືບສວນ-ສອບສວນຕາມລະບຽບກົດໝາຍ. ຫລັງຈາກນັ້ນ ຈຶ່ງໄດ້ປະສານໄປຫາຝ່າຍເຈົ້າໜ້າທີ່ໄທ ເພື່ອສົ່ງຕົວຜູ້ກ່ຽວກັບຄືນປະເທດ, ຊຶ່ງການສົ່ງມອບດັ່ງກ່າວມີຂຶ້ນເມື່ອທ້າຍອາທິດຜ່ານມານີ້, ທີ່ດ່ານສາກົນພູດູ່, ແຂວງໄຊຍະບູລີ ລະຫວ່າງທ່ານພັນຕີ ທອງສ່ຽນ ຈິດ ຕະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກລາຍ ແລະ ທ່ານພັນໂທ ສຸລະພົງ ຈັນທະສອນ ຮອງສາລະວັດສະຖານີຕໍາຫລວດພູທອນ, ເມືອງບ້ານໂຄກ, ຈັງຫວັດອຸດຕະຣະດິດ, ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ເຈົ້າໜ້າທີ່ສອງຝ່າຍຍັງໄດ້ຮຽກຮ້ອງໃຫ້ປະຊາຊົນທັງສອງປະເທດລາວ-ໄທ, ເວົ້າສະເພາະຜູ້ທີ່ອາໃສຢູ່ລຽບຕາມຊາຍແດນ ຈົ່ງຍົກສູງສະຕິເຄົາລົບລະບຽບກົດໝາຍເຊິ່ງກັນ ແລະ ກັນ ເພື່ອພ້ອມກັນປະກອບສ່ວນໃນວຽກງານປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ທັງຮັບປະກັນໃຫ້ຊາຍແດນທັງສອງປະເທດມີສັນຕິພາບ ແລະ ໝັ້ນຄົງຕະຫລອດໄປ.

ທີ່ມາ: laophatthananews

No comments

Theme images by compassandcamera. Powered by Blogger.