ລະເບີດຕົກຄ້າງແຕ່ປາງສົງຄາມແຕກໃສ່ເດັກນ້ອຍເສຍຊີວິດ 2 ຄົນ ຢູ່ເມືອງບົວລະພາ

ແຫລ່ງຂ່າວທ້ອງຖິ່ນ ລາຍງານໃຫ້ຮູ້ວ່າ: ເວລາປະມານ 10:30 ໂມງຂອງວັນທີ 18 ກັນຍາ 2016, ໄດ້ເກີດເຫດລະເບີດຕົກຄ້າງ ແຕ່ສະໄໝສົງຄົມແຕກໃສ່ເດັກນ້ອຍຊີວິດ 2 ຄົນ ຂະນະທີ່ພວມພາກັນຂຸດຈີ່ນາຍ ເຂດບ້ານໜອງບົວທອງ, ເມືອງບົວລະພາ ແຂວງຄຳມ່ວນ ແລະ ນອນໃນເຂດທີ່ໜ່ວຍງານເກັບກູ້ລະເບີດ (ອົງການແມັກ) ເຄີຍໄດ້ຈັດຕັ້ງປະຕິບັດການເກັບກູ້ລະເບີດມາໄດ້ 5-6 ປີແລ້ວ ແຕ່ພາຍຫລັງມີເດັກຊາຍ 2 ຄົນ ອາຍຸ 11 ປີ ແລ 12 ປີ ໄປຂຸດຈິນາຍ ໃນເຂດດັ່ງກ່າວ ແລະ ໄດ້ເກີດລະເບີດແຕກໃສ່ເສຍຊີວິດຄາທີ 1 ຄົນ ແລະ ອີກ 1 ຄົນເສຍຊີວິດຢູ່ໂຮງໝໍ.

ທີ່ມາ: laophatthananews

No comments

Theme images by compassandcamera. Powered by Blogger.