ປກສ ຫົງສາຈັບຜູ້ຂາຍຢາເສບຕິດ ມີທັງຢາບ້າແລະອາວຸດ

ປກສ ຫົງສາ ກັກຕົວ 3 ຄົນ ພ້ອມຂອງກາງຢາບ້າລວມທັງໝົດ 83 ເມັດ.

ວັນທີ່ 26 ເດືອນສິງຫາ ຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ຫົງສາ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໄດ້ກັກຕົວເປົ້າໝາຍຄື: ນາງ ເນົາ ພວງແກ້ວ ອາຍຸ 38 ປີ, ອາຊີບປະຊາຊົນ ເຜົ່າລາວລຸ່ມ ບ້ານ ໂພນສູງ ເມືອງ ຫົງສາ ແຂວງ ໄຊຍະບູລີ ຖືກກັກຕົວໃນຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ ຈຳນວນ 23 ເມັດ, ທ້າວ ອູທໍ ອາຍຸ 25 ປີ ແລະ ທ້າວ ເອີທໍ ອາຍຸ 20 ປີ ທັງ ສອງຄົນເປັນປະຊາຊົນເຜົ່າມົ້ງ ບ້ານນາປຸ່ງ (ຄຸ້ມດອນໃໝ່) ເມືອງ ຫົງສາ ແຂວງ ໄຊຍະບູລີ ຖືກກັກຕົວໃນຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ ຈຳນວນ 60 ເມັດ.

ທ້າວ ອູທໍ ແລະ ທ້າວ ເອີທໍ ໄດ້ຮ່ວມກັນຄ້າຂາຍຢາເສບຕິດມາໄດ້ໄລຍະ 4 ເດືອນແລ້ວ ຢາເສບຕິດທີ່ນຳມາຄ້າຂາຍໃນແຕ່ລະຄັ້ງ ແມ່ນໄດ້ຈາກຊາຍຄົນໜຶ່ງໂດຍບໍ່ຮູ້ຊື່ ເປັນປະຊາຊົນເຜົ່າມົ້ງ ຢູ່ບ້ານດຽວກັນ. ໄດ້ເທື່ອລະ 20 – 60 ເມັດ ແລະ ໄດ້ນຳມາຂາຍໃຫ້ນາງ ເນົາ ພວງແກ້ວ ຢູ່ບ້ານໂພນສູງ 2 ຄັ້ງ ຄັ້ງລະ 30 ເມັດໃນລາຄາ 1.500 ບາດ (ສະກຸນເງິນໄທ). ເມື່ອນາງ ເນົາ ໄດ້ຢາມາແລ້ວ ກໍ່ນຳໄປແບ່ງຂາຍໃຫ້ກັບພາກສ່ວນເສບຢາໃນລາຄາ 1 ເມັດຕໍ່ 25.000 ກີບ ແລະ ໃນມື້ວັນທີ່ 26 ນັ້ນ, ທາງເຈົ້າໜ້າທີ ປກສ ສືບຮູ້ ຈຶ່ງໄດ້ແບ່ງປັນໜ້າທີ່ຕຳຫຼວດໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ຫົງສາ ເຂົ້າຈັບກຸມນາງ ເນົາ ພວງແກ້ວ ພ້ອມຂອງກາງປະເພດຢາບ້າ ໄດ້ຈຳນວນ 23 ເມັດ ແລະ ເຂົ້າກວດຄົ້ນເຄຫາສະຖານ (ເຮືອນຂອງຜູ້ກ່ຽວ) ກໍ່ພົບເຫັນອາວຸດສົງຄາມປະເພດລະເບີດທີ່ບໍ່ທັນແຕກ 1 ໜ່ວຍ, ແກັບລະເບີດ 13 ອັນ, ສະຫຼັກລະເບີດ 3 ອັນ, ລູກປືນAK 26 ລູກ ພ້ອມແມັກປືນ 2 ແມັກ. ຕົກມາຮອດວັນທີ່ 27, ເມື່ອເຈົ້າໜ້າທີສຶບສວນ-ສອບສວນຫາກຸ່ມແກງຂະບວນການກໍ່ຮູ້ອີກວ່າ: ທ້າວ ອູທໍ ແລະ ທ້າວ ເອີທໍ, ຈະໄດ້ນຳເອົາຢາບ້າໄປສົ່ງໃຫ້ກັບລູກຄ້າຢູ່ບ້ານໂພນສູງ ແລະ ບ້ານຈອມແຈ້ງ ໂດຍໃຊ້ເສັ້ນທາງເກົ່າ ບ້ານ ນາປຸ່ງ ຫາ ບ້ານ ໂພນສູງ ເພື່ອຈະນໍາເອົາຢາບ້າໄປສົ່ງໃຫ້ກັບລູກຄ້າ. ດັ່ງນັ້ນ, ເຈົ້າໜ້າທີ່ຕຳຫຼວດໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ຈຶ່ງໄດ້ຕັ້ງຈຸດດັກສຸມ ເພື່ອສະກັດກັ້ນ, ເມື່ອເປົ້າໝາຍທັງສອງ ພວມຂີ່ລົດຈັກມາຮອດເສັ້ນທາງຫົວບ້ານ ໂພນສູງ ເຈົ້າໜ້າທີ ດັ່ງກ່າວ ກໍ່ໄດ້ຈູງໂຈມເຂົ້າກັກຕົວເປົ້າໝາຍໂດຍທັນທີ ພ້ອມຢຶດຂອງກາງ ປະເພດຢາບ້າ 60 ເມັດ, ໂທລະສັບ 1 ໜ່ວຍ ແລະ ລົດຈັກເວບຈີນ 2 ຄັນ ແລະ ປະຈຸບັນ ທາງເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງ ຫົງສາ ໄດ້ທຳການສືບສວນ-ສອບສວນພວກກ່ຽວຂ້ອງ ເພື່ອ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ແລະ ປະກອບສຳນວນຄະດີສົ່ງໄປ ປກສ ແຂວງ ໄຊຍະບູລີ ເພື່ອທຳການຕັດສິນລົງໂທດຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

ທີ່ມາ: http://www.tholakhong.com/

No comments

Theme images by compassandcamera. Powered by Blogger.