ກະບະໄທຂີ່ຫຼົງເລນປະທະກະບະລາວມຸ່ນອັບຍັບ ທີ່ທາງ 13 ໃຕ້ 5/9/2016
ຄຳມ່ວນ: ເວລາປະມານ 15:00 ວັນທີ 5/9/2016 ເກີດເຫດລົດກະບະສອງຄັນຕຳກັນເຊິງໜ້າເຂດທາງ 13 ໃຕ້ ປະມານ 36 ກມ ກ່ອນຈະຮອດ ຕົວເມືອງທ່າແຂກ. ສາເຫດ ຂອງອຸບັດຕິເຫດ ແມ່ນຍ້ອນລົດກະບະຂອງໄທ ລົດວີໂກ ທີ່ຂີ່ລົດຫຼົງເລນ ແລ່ນ ກ້ຳຊ້າຍ ໄດ້ຕຳກັບ ລົດດີແມັກ ຢ່າງແຮງ.
ຄົນຂັບລົດດີແມັກແມ່ນ ເຈັບສາຫັດຖືກນຳຕົວສົ່ງໂຮງໝໍ ແລະ ໄດ້ເສຍຊີວິດ ໃນເວລາຕໍ່ມາ.
ເຈົ້າໜ້າທີ່ຕ້ອງໄດ້ກວດຄືນ ບັນຫາ ລົດຈາກປະເທດໄທ ທີ່ຂີ່ລົດຄົນລະຟາກ ທີ່ພາໃຫ້ເກີດອຸບັດຕິເຫດ ຫຼາຍຄັ້ງ, ໂດຍສະເພາະຕ້ອງກວດສອບວ່າ ເຄີຍຜູ້ທີ່ຈະເອົາລົດມານຳໃຊ້ຢູ່ລາວ ຕ້ອງຮູ້ເສັ້ນທາງ ເນື່ອງຈາກ ທາງຢູ່ລາວ ມັນແຄບ ຖ້າມີການພາດ ຂີ່ຢ້ອນສອນ ລັກສະນະນີ້ ກໍ່ຈະພາໃຫ້ເກີດອຸບັດຕິເຫດ.
ສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ
ພາບແລະຂ່າວ: ນັກຂ່າວສັນຈອນ ທ່າແຂກ

No comments