ປະ­ກາດ​ສ້າງ­ຕັ້ງ ສະ­ໂມ­ສອນ​ຍິງ​ປືນ ໄອ​ພີ​ເອ​ັສ​ຊີ ລາວ

ສະ­ຫະ­ພັນ​ຍິງ​ປືນ​ແຫ່ງ​ຊາດ​ລາວ (ສຍລ) ປະ­ກາດ​ສ້າງ­ຕັ້ງ​ຄະ­ນະ​ບໍ­ລິ­ຫານ​ງານສະ­ໂມ­ສອນ​ຍິງ​ປືນ ໄອ​ພີ​ເອ​ັສ​ຊີ ລາວ (IPSC Lao) ຂຶ້ນ​ຢ່າງ​ເປັນ​ທາງ​ການ ວັນ​ທີ 2 ກັນ­ຍາ 2016 ທີ່​ສະ­ໜາມ​ກີ­ລາ​ຍິງ​ປືນ 5 ເມ­ສາ ບ້ານ​ສົມ​ສະ­ຫງ່າ ເມືອງໄຊ​ເຊດ​ຖາ ນວ ໂດຍ​ມີ​ທ່ານ ລຳ​ພຽງ ພົມ​ມະ​ກອງ ຮອງ​ປະ­ທານ​ສະ­ຫະ­ພັນ​ກີ­ລາ​ຍິງ​ປືນ​ແຫ່ງ​ຊາດ​ລາວ ແລະ ທ່ານ ພຸດທະ​ສັກ ສຸກ​ອາ​ລຸນ ຜູ້­ອຳ­ນວຍ­ການ​ສະ­ໜາມ​ຍິງ​ປືນ 5 ເມ­ສາ ທັງ​ເປັນ​ປະ­ທານ​ສະ­ໂມ­ສອນ ໄອ​ພີ​ເອ​ັສ​ຊີ​ ລາວ ພ້ອມ​ດ້ວຍຄະ­ນະ​ບໍ­ລິ­ຫານ​ງານ​ຂອງ​ສະ­ໂມ­ສອນ​ດັ່ງ­ກ່າວ ທີ່​ໄດ້​ຮັບ​ການ​ແຕ່ງ­ຕັ້ງຕະ­ຫຼອດ​ຮອດ​ພະ­ນັກ­ງານ​ວິ­ຊາ​ການ​ເຂົ້າ​ຮ່ວມ.

ທ່ານ ພຸດ​ທະ​ສັກ ສຸກ​ອາ​ລຸນ ກ່າວ​ວ່າ: ສຳ­ລັບ​ເປົ້າ​ໝາຍໃນ​ການ​ສ້າງ­ຕັ້ງ​ສະ­ໂມ­ສອນ ໄອ​ພີ​ເອ​ັສ​ຊີ​ ລາວ ຂຶ້ນ​ມາ​ຄັ້ງ​ນີ້ ເພື່ອເປັນ​ການ​ແນ­ໃສ່​ສ້າງ​ນັກ­ກີ­ລາ​ລາວ ໃຫ້​ມີ​ຄວາມ​ສາ­ມາດ​ດີ­ເດັ່ນ ກຽມ​ສົ່ງ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລາຍ­ການ​ຕ່າງໆ​ໃນ​ລະ­ດັບພາກ​ພື້ນ ແລະ ສາ­ກົນ ​ໂດຍສະ­ເພາະ​ແມ່ນ​ງານ​ແຂ່ງ­ຂັນ​ກີ­ລາ​ຍິງ​ປືນຊີງ​ແຊັມ​ໂລກທີ່​ປະ­ເທດ​ຝຣັ່ງ ໃນ​ປີ 2017 ເຊິ່ງ​ສະ­ໂມ­ສອນ ໄອ​ພີ​ເອ​ັສ​ຊີ​ ລາວ ຈຳ­ເປັນ​ຕ້ອງ​ເຂົ້າ​ຮ່ວມ​ແຂ່ງ­ຂັນເພື່ອ​ເປັນ​ການ​ສ້າງ​ເງື່ອນ­ໄຂໃຫ້​ຄົນ​ທົ່ວ​ໂລກ​ຮູ້­ຈັກ​ປະ­ເທດລາວ​ຫຼາຍ​ຂຶ້ນ ພ້ອມ​ທັງ​ເປັນ​ທ່າ­ແຮງ​ຊຸກ​ດັນ​ວົງ​ການ​ກີ­ລາ​ຍິງ​ປືນ​ລາວ ເພື່ອ​ແຈ້ງ​ເຈດ​ຈຳ­ນົງເຂົ້າ​ເປັນ​ສະ­ມາ­ຊິກ.

ສຳ­ລັບ​ຄະ­ນະ​ບໍ­ລິ­ຫານ​ງານສະ­ໂມ­ສອນ​ຍິງ​ປືນ ​ໄອ​ພີ​ເອ​ັສ​ຊີ ລາວ ຊຸດ​ນີ້ ປະ­ກອບ​ມີ ທ່ານ ປິ​ຊາ​ໄຊ ແກ້ວ​ໄຊ​ຍະ​ຈັກ ປະ­ທານ​ທີ່​ປືກ​ສາ ທ່ານ ພຸດ​ທະ​ສັກ ສຸກ​ອາ​ລຸນ ເປັນ​ປະ­ທານ ທ່ານ ລຳ​ພຽງ ພົມ​ມະ​ກອງ ທ່ານ ສົມ​ພາ​ວັນ ສຸກ​ອາ​ລຸນ ແລະ ທ່ານ ຫົງ​ພະ­ຈັນ ດາ­ລາ​ວົງ ເປັນ​ຮອງ​ປະ­ທານ ແລະ ທ່ານ ນົບ​ພະ​ລັກ ໂພ​ສະ​ນະ​ລັກ ເລ­ຂາ­ທິ­ການ ນອກ­ຈາກ​ນັ້ນກໍ່​ຍັງ​ມີຄະ­ນະ​ກຳ­ມະ­ການ 2 ທ່ານ ແລະ ນາຍ​ຄັງ​ການ​ເງິນ 1 ທ່ານ.

ທີ່ມາ: www.vientianemai.net/

No comments

Theme images by compassandcamera. Powered by Blogger.