ເທັນນີສລາວ ສ້າງຜົນງານທີ່ປະເທດໄທ
ການແຂ່ງຂັນເທັນນິສ ທີຊີເອັມ ວິລສັນ ຈູເນ່ຍ ຊາເລັນ 2016 ຄັ້ງທີ 1 ຫຼື “TCM WILSON JUNIOR CHALLENGE 2016 CIRCUIT 1” ໄດ້ຈັດຂຶ້ນໃນລະຫວ່າງວັນທີ 1012 ກັນຍາ 2016 ຜ່ານມາ ທີ່ສະໜາມກີລາຫົວໝາກ ນະຄອນຫຼວງບາງກອກ ປະເທດໄທ ໂດຍມີນັກກີລາເຂົ້າຮ່ວມທັງໝົດ 177 ຄົນ ໃນນີ້ ສະເພາະນັກກີລາຈາກ ສປປ ລາວເຮົາແມ່ນເຂົ້າຮ່ວມ ຈຳນວນ 4 ຄົນ.
ສຳລັບຜົນງານຂອງ ນາງ ອາລີຍາ ວົງດາລາ ຫຼື “ປູເປ້” ຮອບທຳອິດແມ່ນ ຊະນະ ນາງ ພິມຊະນົກ ຈາກໄທ 21 ເຊັດ 5-3, 3-5 ແລະ 10-7 ສ່ວນໃນຮອບທີ 2 ກໍ່ຍັງຫຼິ້ນໄດ້ດີໄລ່ເອົາຊະນະ ນາງ ນິຊາລີ ບົວເພັດ ນັກກີລາຈາກໄທ ໄປໄດ້ອີກ 2-0 ເຊັດ 4-1 ແລະ 4-0 ຜ່ານເຂົ້າສູ່ຮອບຮອງຊະນະເລີດ ໄປພົບກັບ ນາງ ລະລິຕາ ກຸນໜອງແດງ ແລະ ກໍ່ເປັນ “ປູເປ້” ທີ່ຫຼິ້ນໄດ້ດີກວ່າເປັນຝ່າຍເອົາຊະນະໄປໄດ້ 2-0 ເຊັດ 4-2 ແລະ 5-3 ຜ່ານເຂົ້າໄປຊີງຊະນະເລີດກັບ ນາງ ລິປາຈາລີ ຊັກອານັກ ມືວາງອັນດັບ 1 ຂອງລາຍການ ຈາກປະເທດໄທ ແຕ່ “ປູເປ້” ຕ້ອງໄດ້ຂໍຍອມປະລາໄຊແບບບໍ່ທັນໄດ້ລົງສະໜາມ ເນື່ອງຈາກບໍ່ສາມາດໄປຮ່ວມແຂ່ງຂັນໄດ້ທັນກັບເວລາທີ່ທາງຜູ້ຈັດການແຂ່ງຂັນກຳນົດໄວ້ ຄືເວລາ 12:30 ໂມງຂອງວັນທີ 12 ກັນຍາ 2016 ເນື່ອງຈາກ “ປູເປ້” ຕ້ອງໄດ້ລົງແຂ່ງຂັນອີກລາຍການໜຶ່ງຄື ລາຍການ ເອທີເອັຟ ຈູເນ່ຍ ຄັ້ງທີ 4 ຮຸ່ນອາຍຸບໍ່ເກີນ 14 ປີ ຫຼື “ATF JUNIOR CIRCUIT 4 U14” ທີ່ສະໜາມເທັນນິສ ສະຫະພັນເທັນນິສເອເຊຍ ອາທິດທີ 2 ເວລາ 11:00 ໂມງຂອງວັນດຽວກັນ ເຊິ່ງໃຊ້ເວລາໃນການເດີນທາງປະມານ 40 ນາທີ ເຮັດໃຫ້ບໍ່ສາມາດໄປແຂ່ງຂັນໄດ້ ສົ່ງຜົນໃຫ້ຄວ້າພຽງຮອງແຊັມມາຄອງ.
ຂະນະທີ່ ນາງ ດີໄລລ່າ ໂກລູເນັນ ອີກໜຶ່ງນັກເທັນນິສເຍົາວະຊົນລາວ ກໍ່ສ້າງຜົນງານໄດ້ບໍ່ໜ້ອຍໜ້າເຊັ່ນກັນ ຜ່ານເຂົ້າໄປຊີງຊະນະເລີດກັບນາງ ກະມົນວັນ ຍອດເພັດ ນັກເທັນິສມືວາງອັນດັບ 1 ຂອງລາຍການຈາກປະເທດໄທ ຜ່ານການແຂ່ງຂັນຜົນປາກົດວ່າ “ດີໄລລ່າ” ຕ້ານຄວາມແຂງແກ່ນຂອງກະມົນວັນ ບໍ່ໄຫວ ເສຍໄປ 0-2 ເຊັດ 1-4 ແລະ 3-5 ເຮັດໃຫ້ຄວ້າພຽງຮອງແຊັມມາຄອງ ສ່ວນຜົນງານຂອງນັກກີລາລາວອີກ 2 ຄົນ ຄື ທ້າວ ພາທິກອນ ການຍາພັນ ແລະ ທ້າວ ເຄວິນ ໂກລູເນັນ 2 ນັກເທັນນິສຊາຍດ່ຽວ ຮຸ່ນອາຍຸບໍ່ເກີນ 14 ປີ ແມ່ນເຮັດໄດ້ດີທີ່ສຸດພຽງຮອບທຳອິດ.
ທີ່ມາ: www.vientianemai.net/

No comments