ເສດຖະກິດ ເມືອງກະລືມ ຂະຫຍາຍຕົວດີຂຶ້ນ

ໄລຍະ 6 ເດືອນຜ່ານມາ ເສດຖະກິດເມືອງກະລຶມ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະມີຈັ່ງຫວະໝັ້ນທ່ຽງ ໂດຍລວມຍອດຜະລິດຕະພັນພາຍໃນບັນລຸ 80 ຕື້ກວ່າກີບເພີ່ມຂຶ້ນ 15% ທຽບໃສ່ແຜນການປີເທົ່າກັບ 80% ລາຍຮັບສະເລ່ຍປະຊາຊົນໄດ້ 5 ລ້ານກວ່າກີບຕໍ່ຄົນຕໍ່ປີ.
ທ່ານ ບຸນໄຫຼ ບຸດຕະວົງ ເຈົ້າເມືອງໆກະລຶມ ແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງລັດຖະບານໂດຍ ສະເພາະໃນໄລຍະ 6 ເດືອນຕົ້ນ ປີຂອງສົກງົບປະມານ 2015-2016 ໂດຍລວມແລ້ວມີຜົນສຳ ເລັດຫຼາຍດ້ານ ແລະບັນດາຄາດ ໝາຍຕົ້ນຕໍແມ່ນສາມາດບັນລຸ ຕາມແຜນການ, ການຜະລິດສະບຽງອາຫານ, ຜະລິດເປັນສິນຄ້າ ແລະພື້ນຖານໂຄງລ່າງໄດ້ຮັບການປັບປຸງດີຂຶ້ນ ຊຶ່ງເຮັດໃຫ້ພື້ນ ຖານເສດຖະກິດຂອງເມືອງມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນ GDP ຂະຫຍາຍຕົວ 15% ຕໍ່ປີ ແລະສາມາດສ້າງມູນຄ່າເພີ່ມໃນລາຄາປີບັນລຸໄດ້ 82,6 ຕື້ກວ່າກີບ, ລາຍຮັບສະເລ່ຍຕໍ່ຄົນຕໍ່ປີໄດ້ 5 ລ້ານ ກວ່າກີບ ຫຼື ເທົ່າກັບ 630 ໂດລາ, ໃນນັ້ນຂະແໜງກະສິກຳປ່າໄມ້ປະຕິບັດໄດ້ 62,5 ຕື້ກວ່າກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 33,50% ກວມເອົາ 76% ຂະແໜງອຸດສາຫະກຳ-ການຄ້າ 13,4 ຕື້ກວ່າກີບ ເພີ່ມຂຶ້ນ 0,55% ກວມເອົາ 18% ແລະການບໍລິການປະຕິບັດໄດ້ 6,45 ຕື້ກີບ ເພີ່ມຂຶ້ນ 43,52% ກວມເອົາ 8% ຂອງ GDP.

ທ່ານເຈົ້າເມືອງໆກະລຶມລະບຸຕື່ມວ່າ: ເມືອງໄດ້ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນລະບົບຊົນລະປະທານ ເພື່ອຮັບໃຊ້ແກ່ການຜະລິດຂອງປະຊາຊົນຄຽງຄູ່ກັບການຊຸກຍູ້ສົ່ງເສີມ ປະຊາຊົນຜະລິດສະບຽງອາຫານ ແລະສິນຄ້າໃຫ້ນັບມື້ຫຼາຍຂຶ້ນດ້ວຍ ການນຳໃຊ້ເຕັກນິກວິຊາການແບບ ໃໝ່ເຂົ້າໃນການຜະລິດເພື່ອຮັບປະ ກັນໃຫ້ໄດ້ທັງປະລິມານ ແລະຄຸນນະພາບທີ່ສູງຂຶ້ນ ທັງນີ້ ກໍເພື່ອສະໜອງໃຫ້ພຽງພໍກັບການບໍລິໂພກພາຍໃນ ແລະຂາຍເປັນສິນຄ້າສົ່ງອອກ.

ຢ່າງໃດກໍຕາມ ເພື່ອສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ເມືອງກະລຶມແຕ່ນີ້ຮອດປີ 2020 ໃຫ້ນັບມື້ຫຼຸດລົງ ບັນລຸໄດ້ຕາມແຜນການນັ້ນເມືອງ ຕ້ອງພະຍາຍາມຜັນຂະຫຍາຍ ແລະຈັດຕັ້ງມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງໃຫ້ ເກີດມີເງື່ອນໄຂປັດໄຈເອື້ອອຳນວຍຫຼາຍຢ່າງ ຊຶ່ງໃນນີ້ແມ່ນບັນຫາພື້ນຖານຄວາມມີສະຖຽນລະພາບ, ຄວາມສະຫງົບ ແລະຄວາມໝັ້ນທ່ຽງຢ່າງສະເໝີຕົ້ນສະເໝີປາຍ, ຕ້ອງສ້າງໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກລັດ, ມີຄວາມສາມັກຄີ, ບຸກບືນການທຳມາຫາກິນສ້າງຮັ່ງຄູນມີໃຫ້ແກ່ຄອບຄົວ ແລະປະເທດຊາດ, ສະມາຊິກພັກພະນັກງານຕ້ອງມີນ້ຳໃຈຮັກຊາດຮັກປະຊາຊົນນຳໃຊ້ທ່າແຮງບົ່ມຊ້ອນ, ຄວາມອາດສາມາດ, ຄວາມເປັນຈິງ ແລະຂໍ້ໄດ້ປຽບຂອງເມືອງເຂົ້າໃນການພັດທະນາເສດຖະກິດສັງຄົມ ທັງນີ້ ກໍເພື່ອເຮັດໃຫ້ເມືອງກາຍເປັນເມືອງສະຫງົບ, ເຂັ້ມແຂງ, ປະຊາຊົນພົ້ນທຸກຕາມແນວທາງຂອງພັກວາງອອກ, ທ່ານ ບຸນ​ໄຫຼ ບຸດຕະວົງ ກ່າວ.

No comments

Theme images by compassandcamera. Powered by Blogger.